ອັຕະຮິ ອັຕະໂນນາໂຖ ກ່ອນ

ນາຍົກ ຣັຖມົນຕຣີ ສປປລາວ ຮຽກຮ້ອງ ໃຫ້ພນັກງານ ກະຊວງ ແຖລງຂ່າວ ແລະ ວັທນະທັມ ຂຽນໂຄງກາຣ ພັທນາ ສື່ສາຣ ໂດຽຕົນເອງ ກ່ອນທີ່ ຈະສເນີ ຂໍ ຄວາມຊ່ວຽເຫລືອ ຈາກ ຕ່າງປະເທດ
ຫວາດ ສີມູນ ຣາຍງານ
2008.05.13

ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີ ສປປລາວ ໄດ້ແຖລງ ຕໍ່ກອງປະຊຸມປະຈຳປີ 2008 ຂອງ ກະຊວງ ແຖລງຂ່າວ ແລະ ວັທນະທັມ ຫວ່າງມໍ່ໆ ມານີ້ວ່າ: ກາຣທີ່ຈະພັທນາ ຣະບົບ ສື່ສາຣ ມວລຊົນ ຂອງ ຣັຖບາລລາວ ໃຫ້ທັນສມັຍ ທັ້ງໃນ ດ້ານເນື້ອຫາ ແລະ ເທຄນິຄ ນັ້ນ, ຈຳເປັນ ຈະຕ້ອງ ໄດ້ເຣີ່ມ ຈາກ ກາຣພັທນາ ບຸຄລາກອນ ດ້ານ ສື່ສາຣ ມວລຊົນ ເສັຽກ່ອນ.

ເພື່ອໃຫ້ ສາມາດ ປະຕິບັຕ ໄດ້ດັ່ງກ່າວນີ້, ທາງ ກະຊວງ ແຖລງຂ່າວ ແລະ ວັທນະທັມ ຈຶ່ງຈະໄດ້ ເຣັ່ງດຳເນີນ ກາຣພັທນາ ຣະບົບ ສົ່ງສັນຍານ ວິທຍຸ ແລະໂທຣະພາບ ຈາກຣະບົບ ທີ່ເຄີຽ ໃຊ້ມາ ຊຶ່ງເປັນ ຣະບົບ Analog ໄປເປັນ ຣະບົບ Digital ໃຫ້ໄດ້ ໄວທີ່ສຸດ ໃນທົ່ວປະເທດ. ສະນັ້ນ, ພນັກງານ ແຕ່ລະຄົນ ຈະຕ້ອງ ໃຫ້ມີ ກາຣພັທນາ ຕົວເອງ ໃຫ້ຮູ້ ແລະ ເຂົ້າໃຈ ເພື່ອຈະໃຫ້ ສາມາດ ວາງແຜນ ແລະ ຂຽນ ໂຄງກາຣ ພັທນາ ຕ່າງໆ ດ້ວຍຕົນເອງ ໃຫ້ໄດ້ ຢ່າງແທ້ຈິງ, ແທນທີ່ ຈະອາສັຍ ແຕ່ ຄວາມຊ່ວຍເຫລືອ ຈາກຕ່າງຊາຕ ທັ້ງໃນ ດ້ານງົບປະມານ ແລະກາຣຂຽນ ໂຄງກາຣ ພັທນາ ຕ່າງໆ, ດັ່ງທີ່ ທ່ານ ບົວສອນ ໄດ້ເນັ້ນ ຕໍ່ພນັກງານ ທີ່ເຂົ້າຮ່ວມ ກອງປະຊຸມ ວ່າ:

“ດີທີ່ສຸດລະ ພວກເຮົາ ເປັນເຈົ້າການ ຂຽນ, ສ້າງໂຄງການ ແລ້ວ ຈຶ່ງ ສເນີ ໄປໃຫ້ ປະເທດທີ່ຈະໃຫ້ ຄວາມຊ່ວຍເຫລືອ, ປະເທດ ທີ່ຈະໃຫ້ ການສນັບສນູນ ມາຊ່ວຍເຫລືອ ພວກເຮົາ. ຜ່ານມາແລ້ວ, ເຮົາມັກສເນີ ແຕ່ຫົວຂໍ້ ຊື່ໆ, ມາແລ້ວ ເຂົາມາຂຽນ ໂຄງການໃຫ້. ແນ່ນອນ, ຄັນເຂົາຂຽນແລ້ວ ກະຈີມີການຈົ່ງຈຽມ ທາງດ້ານ ເນື້ອໃນ, ທາງດ້ານ ງົປະມານ, ຈີແປງ ກໍບໍຢາກແປງ, ບໍ່ກ້າແປງ, ແປງ ກະຢ້ານ ຕຳມົກຕຳໃຈ ເພິ່ນ. ຄັນເຣົາ ເປັນເຈົ້າການ ຂຽນກ່ອນ, ນັ້ນແມ່ນດີຫລາຍ.”

ເຖິງຢ່າງໃດກໍຕາມ, ໃນປັຈຈຸບັນນີ້ ທາງກາຣລາວ ມີສະຖານີ ວິທຍຸ ແຫ່ງຊາຕ ທັງໝົດ 31 ແຫ່ງ ໃນ 17 ແຂວງ ແລະ ສາມາດ ອອກອາກາດ ກວມ 80% ຂອງພື້ນທີ່ ໃນ ທົ່ວປະເທດ. ສະເພາະ ພາຄສ່ວນ ໂທຣະພາບ ແຫ່ງຊາຕ ນັ້ນ, ສາມາດຄອບຄຸມ ພື້ນທີ່ ໄດ້ພຽງ 50% ເທົ່ານັ້ນ; ແຕ່ດ້ວຍ ສາເຫຕ ທີ່ທາງກາຣຈີນ ເຂົ້າມາໃຫ້ ຄວາມຊ່ວຍເຫລືອ, ຈຶ່ງເຊື່ອວ່າ ທັ້ງທາງ ວິທຍຸ ແລະ ໂທຣະພາບ ຄົງຈະ ສາມາດ ຄອບຄຸມ ກວມພື້ນທີ່ ທັ້ງໝົດ ທົ່ວປະເທດ ໃຫ້ໄດ້ ພາຍໃນ ປີ 2015 ທີ່ຈະມາເຖີງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.