ສະຫະພາບ ຢູໂຣບ ຊ່ອຍເງິນ ຝຶກໂອບຮົມ ນັກຂ່າວລາວ
2008.05.13
ສະຫະພາບ ຢູໂຮບ ບໍຣິຈາກເງິນ US$ 90,000.- ເພື່ອໂຄງການ ຝຶກໂອບຮົມ ນັກຂ່າວລາວ ໃຫ້ມີ ຄວາມສາມາດ ຮວບຮວມຂ່າວ ໃຫ້ໄດ້ ດີຂື້ນ.
ສະມາຄົມ ຜູ້ຊື່ຂ່າວ ລາວ ຈະຮ່ວມ ກັບ ກຸ່ມ ສະຫະພັນ ສັດຕຣີລາວ ຈັດຕັ້ງ ການຝຶກ ໂອບຮົມ ຜູ້ຊື່ຂ່າວ ລາວ 2 ປີ ເພື່ອຈຸດປະສົງ ຈະສົ່ງເສີມ ໃຫ້ນັກຂ່າວ ເຂົ້າໃຈ ໃນບັນຫາ ກ່ຽວກັບ ຜູ້ຍິງລາວ ດີຂື້ນ.
ໂຄງການ ດັ່ງກ່າວ ໄດ້ຖືກ ເປີດເປັນທາງການ ທີ່ ນະຄອນຫຼວງ ວຽງຈັນ ໃນ ວັນສຸກ ທີ່ຜ່ານມາ ແລະ ໃຫ້ຊື່ ໂຄງການນີ້ ວ່າ “ຂ່າວສານ ແລະ ສັດຕຣີ ກັບ ການພັດທະນາ ໃນ ສປປລາວ”.
Dr Friedrich Hamburger ເອກອັຄະຣາຊທູດ ສະຫະພາບ ຢູໂຣບ ປະຈຳ ສປປລາວ ກ່າວວ່າ ການຊ່ອຍເຫຼືອ ດ້ານການເງິນ ຂອງ ສະຫະພາບ ຢູໂຮບ ເປັນການລິເລີ້ມ ການມີ ປະຊາທິປະໄຕ ແລະ ສິດທິມະນຸດ. ທ່ານ ກ່າວຕໍ່ໄປວ່າ ຈຸດປະສົງ ກໍແມ່ນ ຢາກເຮັດໃຫ້ ການອອກຂ່າວ ໃນລາວ ດີຂື້ນ ແລະ ຢາກຈະສ້າງ ພາບພົດ ແລະ ຄວາມແຂງແກ່ງ ຂອງໜ້າທີ່ ສັດຕຣີລາວ ໃນສັງຄົມ ເພີ່ມຂື້ນ ໂດຍຜ່ານ ລາຍການ ທາງ ສະຖານີ ວິທຍຸ ແລະ ໂທຣະພາບ.
ຮອງ ປະທານ ສະມາຄົມ ຜູ້ສື່ຂ່າວລາວ, ທ່ານ ສົມສະນຸກ ມີໄຊ, ກ່າວວ່າ ຜູ້ຈັດການ ໂຄງການ ດັ່ງກ່າວ ຈະອອກ ແຜນການ ຝຶກໂອບຮົມ ແລະ ຈະໃຫ້ ນັກຂ່າວ ເຂົ້າຮ່ວມຮຽນ. ນັກຂ່າວຍິງ ຈາກ ແຂວງນອກ ຕ່າງໆ ຈະໄດ້ຮັບ ສິດພິເສດ ໃນການເລືອກ. ທ່ານ ກ່າວຕໍ່ໄປ ວ່າ ຫຼັກສູດ ຈະເນັ້ນໃສ່ ການລາຍງານ ຂ່າວ ໃຫ້ເປັນຂັ້ນ ມືອາຊີບ. ການສອນ ຈະມີ ສອງເທື່ອ ຕໍ່ປີ ແລະ ຫວັງວ່າ ຈະມີ ນັກຂ່າວ 60 ຄົນ ເຂົ້າມາຮ່ວມ ຝຶກໂອບຮົມ. ສ່ວນ ອາຈານສອນ ຈະມີ ມາຈາກ ທັງລາວ ແລະ ຕ່າງປະເທດ, ຊຶ່ງຈະຮວມ ທັງຈາກ ວຽດນາມ ດ້ວຍ.
ສະມາສິກ ຂອງ ສະມາຄົມ ຜູ້ສື່ຂ່າວລາວ ຜູ້ນຶ່ງ ກ່າວວ່າ ການຝຶກໂອບຮົມ ນີ້ ເປັນການຈຳເປັນ ສຳລັບ ການພັດທະນາ ອຸດສາຫະກັມ ດ້ານນີ້ ເພາະ ນັກຂ່າວລາວ ສ່ວນໃຫຍ່ ຈະບໍ່ມີ ຄວາມຮູ້ ພຽງພໍ. ແລະ ໂຄງການ ນີ້ ອາດເປັນ ໂອກາດ ອັນດີ ສຳລັບ ນັກຂ່າວ ຜູ້ຍິງ ໃຫ້ມີ ວິຊາ ຄວາມຮູ້ ເປັນເຖິງ ຂັ້ນມືອາຊີບ ໄດ້ ແລະ ອາດເຮັດໃຫ້ ອຸດສາຫະກັມ ການຂ່າວ ຮັບເອົາ ນັກຂ່າວ ຜູ້ຍິງ ໄປເຮັດວຽກ ຫຼາຍຂື້ນ.
ອັນນີ້ ເປັນຄັ້ງທຳອິດ ທີ່ ສະຫາພາບ ຢູໂຣບ ໄດ້ຊ່ອຍທຶນ ຊຸກຍູ້ ການຂ່າວລາວ ໂດຍກົງ.