ອັນຕະພານ ພ້ອມອາວຸດ ຄົບມື

ເຈົ້າໜ້າທີ່ຕຳລວດ ປກສ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ໄດ້ເປີດເຜີຍ ຕໍ່ຜູ້ຊື່ຂ່າວ ເອເຊັຍເສຣີວ່າ ໃນປັດຈຸບັນນີ້ ການໄຊ້ ອາວຸດສົງຄາມ ເລິ້ມມີຂື້ນ ໃນຈຳພວກ ນັກອັນຕະພານ

ໃນປັດຈຸບັນນີ້ ການໄຊ້ອາວຸດ ສົງຄາມ ເລິ່ມສໍ່ເຄົ້າ ຄວາມຮຸນແຮງ ແລະແຜ່ຂຍາຍ ວົງກວ້າງ ໃນສັງຄົມ ຢູ່ເຂດນະຄອນ ຫລວງວຽງຈັນ ຂອງລາວ.   ແລະເມື່ອມໍ່ໆ ມານີ້ກໍໄດ້ ມີເຫດການ ເກີດຂື້ນຄື ໃນຊ່ວງກາງເດືອນ ທີ່ຜ່ານມານີ້ ໃນເຂດເມືອງ ໄຊເສຖາ ມີກຸ່ມໄວລຸ້ນ 2 ກຸ່ມ ຂັດແຍ່ງຜິດຖຽງ ກັນຈົນເຖິງຂັ້ນ ຍົກພວກຕີກັນ ດ້ວຍການໄຊ້ ອາວຸດສົງຄາມ ຊຶ່ງມີທັງປືນ ແລະລະເບີດ ຈົນເຮັດໃຫ້ມີ ຜູ້ເສັຍຊີວິດ 1 ຄົນ ແລະບາດເຈັບອີກ 4 ຄົນ.

ຫລັງຈາກເຫດການ ທີ່ເກີດຂື້ນ ບໍ່ພໍເທົ່າໃດມື້ ຢູ່ເມືອງ ຈັນທະບູລີ ກໍມີເຫດການ ເກີດຂື້ນອີກຄື ໃນຂະນະທີ່ ພວກເຈົ້າໜ້າທີ່ ຕຳລວດ ປກສ ຈະເຂົ້າຈັບ ຜູ້ຕ້ອງຫາຄົນ ນຶ່ງ ແຕ່ຜູ້ຕ້ອງຫາ ຂັດຂືນ ບໍ່ຍອມໃຫ້ຈັບ ແລ້ວໄຊ້ປືນ ຍິງຕໍ່ສູ້ ເຈົ້າໜ້າທີ່ ຈົນເຮັດໃຫ້ ເຈົ້າໜ້າທີ່ ເສັຍຊີວິດ 1 ຄົນ ແລະຜູ້ຕ້ອງຫາ ກໍຖືກເຈົ້າໜ້າທີ່ ຍິງໂຕ້ຕອບຈົນຕາຍ

ເຈົ້າໜ້າທີ່ຕຳລວດ ປກສ ທ່ານນີ້ ກ່າວຕື່ມອີກວ່າ  ກ່ອນໜ້ານີ້ ເຫດການ ທີ່ມີການໄຊ້ ອາວຸດສົງຄາມ ຈະມີໃນກຸ່ມ ໂຈນປຸ້ນຈີ້ ເປັນສ່ວນໃຫຍ່. ແຕ່ວ່າເຫດການ ເກີດຂື້ນ 2 ຄັ້ງ ທີ່ວ່າມານັ້ນ ສະແດງ ໃຫ້ເຫັນວ່າ  ອາວຸດສົງຄາມ ໄດ້ແຜ່ລະບາດ ເຂົ້າໃນສັງຄົມ ຕົວເມືອງຢ່າງ ເປັນວົງກວ້າງແລ້ວ. ທ່ານວ່າ ອາຈມີການ ລັກລອບຊື້ຂາຍ ອາວຸດກັນແບບ ຜິດກົດໝາຍ ກໍເປັນໄດ້.

ເຫດການທັງໝົດ ທີ່ເກີດຂື້ນນັ້ນ ສ້າງຄວາມໜັກໃຈ ແລະຄວາມກັງວົນ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເປັນຢ່າງຍິ່ງ ທ່ານກ່າວ ໃນທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org