ແຜ່ນດິນໄຫວ ຢູ່ແຂວງບໍ່ແກ້ວ

ເກີດເຫດການ ແຜ່ນດິນໄຫວ ຢູ່ແຂວງບໍ່ແກ້ວ ທາງພາກເໜືອ ຂອງລາວ ຊຶ່ງແທກໄດ້ 3.8 ຕາມມາຕຖານ ວັດແທກເຣັກເຕີ້.


ກົດຟັງສຽງ

ເກີດເຫດ ແຜ່ນດິນໄຫວ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທາງພາກເໜືອ ຂອງລາວ ແທກຄວາມ ສັ່ນສະເທືອນໄດ້ 3.8 ຕາມມາຕຖານ ວັດແທກເຣັກເຕີ້.

ເຫດແຜ່ນດິນໄຫວ ດັ່ງກ່າວ ເກີດຂຶ້ນເວລາ 8 ໂມງ ຂອງຄືນວັນຈັນ ທີ 4 ຕຸລາ 2010. ແຮງສັ່ນສະເທືອນ ໄດ້ຂຍາຍກວ້າງ ອອກໄປ ແຕ່ເຖິງປັດຈຸບັນນີ້ ຍັງບໍ່ທັນມີ ລາຍງານ ກ່ຽວກັບຄວາມເສັຍຫາຍ ທີ່ຮ້າຍແຮງເທື່ອ. ທ່ານ ສິງທອງ ປະທຸມມະດີ ຫົວໜ້າຫ້ອງການ ຄວບຄຸມກວດແທກ ເຫດແຜ່ນດິນໄຫວ ປະຈຳນະຄອນ ຫລວງວຽງຈັນ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ແຜ່ນດິນໄຫວ ຂນາດນ້ອຍ ແລະ ບໍ່ສ້າງຜົນກະທົບ ບໍ່ໍສ້າງຜົນ ເສັຍຫາຍ ແກ່ປະຊາຊົນ ຫຍັງເນ໋າະ ແຕ່ພວກເຮົາກໍຍັງ ບໍໄດ້ຮັບລາຍງານ ຍ້ອນວ່າຄວາມແຮງ ລະດັບ ຕໍ່ເນ໋າະ".

ໃນເວລາດຽວກັນ ກໍມີລາຍງານ ຈາກສຳນັກງານ ເຝົ້າລະວັງ ແຜ່ນດິນໄຫວ ປະຈຳບາງກອກ ປະເທດໄທ ທີ່ເປີດເຜີຍວ່າ ໄດ້ຈັບສັນຍານ ແຜ່ນດິນໄຫວ ທີ່ມີຄວາມແຮງ ສັ່ນສະເທືອນ ແທກໄດ້ 3.8 ຕາມມາຕຖານ ວັດແທກເຣັກເຕີ້ ຈາກຈຸດກາງຂອງການ ສັ່ນສະເທືອນ ຢູ່ທີ່ເມືອງ ຫ້ວຍຊາຍ ແລະ ເມືອງປາກທາ ແຂວງບໍ່ແກ້ວ ປະເທດລາວ. ຍັງບໍ່ມີລາຍງານ ຄວາມເສັຍຫາຍ ແລະ ຜົນກະທົບ ຕໍ່ບ້ານເຮືອນ ທີ່ຢູ່ອາສັຍ ຂອງປະຊາຊົນ ແຕ່ຢ່າງໃດ.

ໃນເຫດການ ແຜ່ນດິນໄຫວ ຢູ່ລາວໃນປີ 2009 ຫ້ອງການຄວບຄຸມ ກວດແທກ ເຫດແຜ່ນດິນໄຫວ ສາມາດຈັບສັນຍານ ການສັ່ນສະເທືອນ ໄດ້ 30 ກວ່າເທື່ອ, ພາຍໃນປີ 2010 ສາມາດ ຈັບສັນຍານ ໄດ້ພຽງແຕ່ 3 ເທື່ອເທົ່ານັ້ນ. ສາເຫດ ທີ່ກໍ່ໃຫ້ເກີດເຫດ ແຜ່ນດິນໄຫວ ໃນລາວ ອາຈເປັນຍ້ອນ ມີຮອຍແຕກແຫງ ໃນພື້ນດິນ      ຊຶ່ງເກີດຈາກເຫດ ແຜ່ນດິນໄຫວຄັ້ງໃຫຍ່ ໃນສປຈີນ ແລະພະມ່າ ເມື່ອຄາວກ່ອນ ຈົນຮອຍແຕກແຍກ ຂອງພື້ນດິນນັ້ນ ຂຍາຍອອກ ແລະຫຍັບເຄື່ອນ ເຂົ້າມາໃນລາວ.

ຢູ່ລາວຈະພົບ ຮອຍແຕກແຍກ ຂອງດິນ ໃນແຂວງຫລວງນ້ຳທາ ແລະ ແຂວງບໍ່ແກ້ວ ຊຶ່ງພາໃຫ້ເກີດ ເຫດແຜ່ນດິນໄຫວ ຂນາດນ້ອຍ ຢູ່ເລື້ອຍໆ. ເຫດແຜ່ນດິນໄຫວ ທີ່ຮ້າຍແຮງ ຄັ້ງຫລ້າສຸດໃນລາວ ເກີດຂຶ້ນເມື່ອປີ 2008 ໃນພື້ນທີ່ໃກ້ ກັບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງແທກຄວາມ ສັ່ນສະເທືອນໄດ້ 6.1 ຕາມມາຕຖານ ວັດແທກເຣັກເຕີ້. ເຫດການໃນຕອນນັ້ນ ໄດ້ເຮັດໃຫ້ ວັດຖຸໂບຮານ ວັດວາແລະບ້ານເຮືອນ ຈຳນວນນຶ່ງ ຕ້ອງເພພັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org