ຄົນວຽດນາມລ້ຽງໝີ ໃນລາວເພື່ອການຄ້າ
ມີຟາມລ້ຽງຫມີ 8 ແຫ່ງໃນລາວ ທີ່ດໍາເນີນການ ໂດຍຄົນ ວຽດນາມ.
-
ສິດນີ
2010-08-20 -
-
-
Your browser doesn’t support HTML5 audio
ຟາມລ້ຽງຫມີ ເປັນທຸຣະກິດ ໃຫມ່ ໃນລາວ ເພື່ອເອົາບີ ໄປຂາຍເປັນ ຢາພື້ນເມືອງ ໃຫ້ແກ່ຈີນ ທີ່ດຳເນີນງານ ໂດຍຄົນວຽດນາມ. ນັກລ້ຽງຫມີ ເພື່ອທຸຣະກິດ ຄົນວຽດນາມ ໄດ້ມາຕັ້ງ ຟາມລ້ຽງຫມີ ໃນລາວ 8 ແຫ່ງ ບອ່ນທີ່ໃຫຍ່ ທີ່ສຸດແມ່ນຢູ່ ແຂວງວຽງຈັນ ທີ່ມີຫມີ ຢູ່ປະມານ 100 ໂຕ ນອກຈາກນັ້ນ ກໍ່ມີຢູ່ແຂວງ ຫລວງພຣະບາງ ແລະແຂວງອື່ນໆ ໃນລາວ ທີ່ເລີ້ມ ດຳເນີນງານ ມາໄດ້ຫລາຍ ປີແລ້ວ. ອົງການສົງເຄາະ ສັດປ່າ ເຊື່ອວ່າ ຍັງມີຟາມເລັກ ຟາມນ້ອຍອີກ ຫລາຍແຫ່ງໃນລາວ ເຖິງແມ່ນວ່າ ຈະບໍ່ບັນຈຸ ຢູ່ໃນຂໍ້ມູນ ຂອງຣັຖບານ ກໍ່ຕາມ.
ການທີ່ ນັກລ້ຽງຫມີ ເພື່ອເອົາບີ ໄປຂາຍ ຊາວວຽດນາມ ຍ້າຍກິຈການ ລ້ຽງຫມີ ຈາກວຽດນາມ ມາລາວນັ້ນ ແມ່ນຫລັງຈາກທີ່ ຣັຖບານວຽດນາມ ຖືກບີບບັງຄັບ ຈາກນານາ ຊາດໃຫ້ຫ້າມ ການກະທຳ ດັ່ງກ່າວ ຫວ່າງ 5 ປີກອ່ນ ຫລັງຈາກນັ້ນ ນັກລ້ຽງຫມີ ວຽດນາມ ກໍ່ຍ້າຍກິຈການ ມາລາວ ແລະກໍ່ຂຍາຍ ກິຈການ ອອກໄປເລື້ອຍໆ ເພາະທາງ ການລາວ ບໍ່ມີກົດຂໍ້ຫ້າມ ໃນການກະທຳ ດັ່ງກ່າວ ໃນຣະຍະ ທີ່ຜ່ານມາ.
ໃນປັດຈຸບັນ ທາງການລາວ ຫລັງຈາກທີ່ ຖືກບີບບັງຄັບ ຈາກນານາຊາດ ກໍ່ພາກັນ ທົບທວນກົດຫມາຍ ດັ່ງກ່າວ ຈື່ງມີການ ຍົກເລີກໃບ ອະນຸຍາດ ຟາມລ້ຽງຫມີ ໃນລາວ ທຸກແຫ່ງ ໃຫ້ລໍຖ້າ ການກວດກາ ຈາກເຈົ້າຫນ້າທີ່ ກ່ຽວຂ້ອງ ໃນລາວກອ່ນ ແຕ່ການບັງຄັບ ໃຊ້ກົດຫມາຍ ຍັງມີຊ່ອງວ່າງ ຈື່ງຍັງມີການ ລ້ຽງຫມີເກີດຂື້ນ ໃນລາວຢູ່ ຖ້າສາມາດ ພິສູດໄດ້ວ່າ ຫມີທີ່ລ້ຽງນັ້ນ ແມ່ນມາຈາກ ການສືບພັນ ໃນຟາມເອງ ບໍ່ແມ່ນຫມີ ທີ່ໂຮ່ມາຈາກປ່າ ຈາກກຸ່ມໂຮ່ເນື້ອ.