ຊາວວຽດນາມໃຊ້ດ່ານ ແຂວງບໍ່ແກ້ວຜ່ານເຂົ້າໄທ
ແຂວງບໍ່ແກ້ວ ເປັນເຂດທາງຜ່ານ ສໍາຄັນແຫ່ງນຶ່ງ ຢູ່ລາວ ທີ່ຊາວວຽດນາມ ໃຊ້ຂ້າມໄປ ປະເທດໄທ.
-
ຈໍາປາທອງ
2010-05-20 -
-
-
Your browser doesn’t support HTML5 audio
ເລີ້ມຕັ້ງແຕ່ ປະເທດໄທ ເກີດຄວາມວຸ້ນວາຍ ທາງດ້ານການເມືອງ ໜັກຂຶ້ນ ທາງການ ສປປລາວ ກໍໄດ້ປະກາດ ເຕືອນພົລເມືອງລາວ ຜູ້ທີ່ຈະເດີນທາງ ໄປປະເທດໄທ ແລະ ຜູ້ທີ່ອາສັຍ ຢູ່ທີ່ນັ້ນໃຫ້ມີ ຄວາມຣະມັດຣະວັງ ຫລາຍຂຶ້ນ, ຫລີກເວັ້ນການເດີນ ທາງໄປເຂດທີ່ມີ ການປະທ້ວງ, ຖ້າບໍ່ຈຳເປັນ ກໍໃຫ້ໂຈະການ ເດີນທາງໄປ ປະເທດໄທ ໃນຣະຍະນີ້.
ມີລາຍງານວ່າ ຢູ່ແຂວງບໍ່ແກ້ວ ໃນແຕ່ລະມື້ ມີຊາຍໜຸ່ມ ແລະ ຍິງສາວຊາວວຽດນາມ ທີ່ມີອາຍຸ ຣະຫວ່າງ 20 ປີ ຫາ 30 ປີ ຫລາຍສິບຄົນ ພາກັນຂ້າມໄປ ປະເທດໄທ ເຂດເມືອງຊຽງຂອງ ຂ້າມໄປແຕ່ລະເທື່ອ ປະມານ 7–8 ຄົນ ຊຶ່ງໃນແຕ່ລະຖ້ຽວ ມີແມ່ຍິງວຽດນາມ ໄປນຳຜູ້ນຶ່ງ ຫລືສອງຄົນ ແຕ່ລະຄົນ ມີຖົງເປ້ນ້ອຍ ພາດໃສ່ຫຼັງໄປ.
ເປັນທີ່ສັງເກດ ເຫັນວ່າພາຍຫລັງ ພວກເຂົາເຈົ້າຂຶ້ນໄປ ແຈ້ງໜັງສືເດີນທາງ ຕໍ່ເຈົ້າໜ້າທີ່ ຕຳຣວດກວດຄົນ ເຂົ້າເມືອງ ທີ່ດ່ານນັ້ນແລ້ວ ພວກເຂົາເຈົ້າ ກໍພາກັນຍ່າງເຂົ້າ
ໄປໃນຕົວເມືອງ ແລ້ວກໍຫາຍໄປ ບ່ອນໃດກໍບໍ່ຮູ້ ແລະກໍບໍ່ປະກົດ ເຫັນວ່າພວກເຂົາເຈົ້າ ໄດ້ກັບອອກມາ ແບບເປັນໝູ່ ຄືກັນກັບເວລາໄປ.
ການຂ້າມຈາກ ປະເທດລາວ ໄປປະເທດໄທ ຂອງຊາວວຽດນາມ ມີຢູ່ຕລອດມາ ຢ່າງເປັນຂະບວນ ທັງໃນເວລາທີ່ ປະເທດໄທມີ ຄວາມສງົບ ແລະເວລາເກີດ ຄວາມວຸ້ນວາຍ ທາງການເມືອງ. ຊາວວຽດນາມເຫລົ່ານັ້ນ ໃຊ້ລາວເປັນທາງຜ່ານ ເຂົ້າປະເທດໄທ.