ພະຍຸ ຮາກູພິດ ພັດເຂົ້າ ພາກເໜືອ ຂອງລາວ

ລົມພະຍຸ ຮາກູພິດ (Hagupit) ພັດເຂົ້າເຖິງ ພາກເໜືອ ຂອງລາວແລ້ວ ເມື່ອວັນອາທິດນີ້ ແຕ່ໂຊກດີ ນັກພະຍາກອນອາກາດ ຂອງວຽດນາມ ແຈ້ງວ່າ ຫລັງຈາກ ພັດເຂົ້າພາກເໜືອ ຂອງວຽດນາມ ລົມພະຍຸໜ່ວຍນີ້ ໄດ້ອ່ອນແຮງລົງ ເລັກນ້ອຍ.

ເມື່ອພັດເຂົ້າ ວຽດນາມ ເມື່ອສອງມື້ກ່ອນ ລົມພະຍຸ ຮາ​ກູ​ພິດ ມີຄວາມແຮແລະຄວາມໄວເຖິງ 200 ກິໂລແມັດ ຕໍ່ຊົ່ວໂມງ; ​ແຕ່ປັດຈຸບັນ ອ່ອນລົງ ຍັງເຫລືອພຽງແຕ່ ປະມານ 100 ກິໂລແມັດ ຕໍ່ຊົ່ວໂມງ ເທົ່ານັ້ນ. ​ເຖິງຢ່າງໃດ ກໍຕາມ ລົມພະຍຸ ໜ່ວຍນີ້ ອາດຍັງ ຈະພາເກີດ ມີຝົນຕົກໜັກ ຄືກັບລົມພະຍຸ ກຳມູຣີ ຊຶ່ງໄດ້ພາໃຫ້ ປະເທດລາວ ຖືກນ້ຳຖ້ວມຢ່າງໜັກ ເມື່ອກາງເດືອນສິງຫາທີ່ຜ່ານມາ.

ເມື່ອສັບປະດາ ທີ່ຜ່ານມາເຈົ້າໜ້າທີ່ ທາງການລາວ ກໍໄດ້ປະກາດເຕືອນ ປະຊາຊົນແລ້ວ ວ່າໃຫ້ຣະມັດຣະວັງ ລົມພະຍຸ ຮາ​ກູ​ພິດ ທີ່ພັດມາຈາກ ຟີລິບປິ່ນ ຈະພັດມາເຖິງ ປະເທດລາວ ພາຍໃນ ວັນທີ່ 24 ​ແລະ 28 ກັນຍານີ້ແລະ ອາດຈະພາໃຫ້ ຝົນຕົກໜັກ ປະຊາຊົນ ຕ້ອງຣະວັງ​ ພັຍ​ນ້ຳຖ້ວມ.

ໃນຍາມນີ້ ເປັນຍາມມັກມີລົມພະຍຸ ຣະດູຮ້ອນ; ຜ່ານມາ ມີລົມພະຍຸ ເຖິງຫົກໜ່ວຍແລ້ວ ທີ່ ກໍ່ຕົວ ຢູ່ໃນກາງມະຫາສມຸດປາຊີຟິກ ໃນບໍຣິເວນ ປະເທດ ຟີລິບປິ່ນໄດ້ພັດຂື້ນ ມາເຖິງ ວຽດນາມ ລາວໄທ ພະມ້າ ແລະ ພາກໃຕ້ ຂອງຈີນ; ລົມພະຍຸ ແຕ່ລະຄັ້ງ ກໍໄດ້ສ້າງ ຄວາມເສັຍຫາຍ ຢ່າງຫລວງຫລາຍ; ຕົວຢ່າງ ລົມພະຍຸ ກຳມູຣີໄດ້ເປັນເຫດໃຫ້ ຊາວວຽດນາມ ເສັຍຊີວິດເຖິງ 130 ຄົນແລະ ນ້ຳຖ້ວມທົ່ງໄຮ່ທົ່ງນາ ໃນລາວ ຄິດຜົນເສັຍຫາຍ​ ​ເກືອບ 10 ລ້ານດອນລ່າ ສະຫະຣັຖແລະ ມີຄົນເສັຍຊີວິດ ຢ່າງ​ໜ້ອຍ 4 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org