ຍານາງມີມົວຈະບໍ່ ສມັກເລືອກຕັ້ງອີກ
ສະມາຊິກ ສະພາສູງ ຣັຖມີນີໂຊຕາ ສະຫະຣັຖ ອະເມຣິກາ ຍານາງ ມີມົວ ຈະບໍ່ລົງ ສມັກເລືອກຕັ້ງ ໃນສໄມ ຕໍ່ໄປອີກ.
-
ໂພໄຊສວັດ
2010-05-19 -
-
-
Your browser doesn’t support HTML5 audio
ຍານາງ ມີມົວ ຈະບໍ່ລົງສມັກ ເລືອກຕັ້ງອີກ. ຍານາງ ມີມົວ ເປັນສະມາຊິກ ສະພາສູງ ສໄມທີສອງ ຫລັງຈາກທີ່ໄດ້ ໂຍກຍ້າຍ ຈາກປະເທດລາວ ມາຢູ່ ສະຫະຣັຖ ໃນປີ 1978. ຕໍາແໜ່ງ ໃນສະພາສູງ ທີ່ຍານາງໄດ້ ຄອບຄອງ ຢູ່ຣັຖ ມີນີໂຊຕາ ເປັນຕຳແໜ່ງ ຣັຖບານສູງສຸດ ທີ່ຊາວມົ້ງ ອະເມຣິກັນ ເຄີຍໄດ້ຄອບຄອງມາ. ໃນຖແລງການ ທີ່ໄດ້ປະກາດ ອອກໄປມື້ວັນ ອາທິດ ທີ 16 ພຶສພາ 2010 ຍານາງໄດ້ກ່າວວ່າ:
"ຊີວິດຂອງນາງ ໄດ້ພົບເຫັນສິ່ງ ທີ່ດີທີ່ສຸດ ທີ່ຣັຖ ມີນີໂຊຕາ ຈະມີໃຫ້ໄດ້ ຮັບໃຊ້ ໃນສະພາສູງ ຂອງຣັຖ ມີນີໂຊຕາ ໄດ້ທັງໂອກາດ ແລະ ປະສົບການທີ່ ທຳລາຍອຸປສັກ ສິ່ງກີດຂວາງ ທີ່ນາງບໍ່ເຄີຍ ຄິດຝັນວ່າຈະ ເຮັດໄດ້ມາກ່ອນ".
ນາງກ່າວຕໍ່ອີກວ່າ “ຕລອດເວລາ 9 ປີ ນາງໄດ້ຮັບການ ສນັບສນູນ ຫ້ອມລ້ອມໄປດ້ວຍ ກຸ່ມຄົນທີ່ພິເສດ, ຄະນະຜູ້ຮ່ວມງານ, ຜູ້ສນັບສນູນ ແລະ ໝູ່ເພື່ອນ ສະມາຊິກ. ໝົດທຸກຄົນໄດ້ ເຮັດໃຫ້ນາງມີ ຄວາມເຂັ້ມແຂງ ເພື່ອຕໍ່ສູ້ໃຫ້ ແກ່ອະນາຄົດ ຂອງຣັຖ ມີນີໂຊຕາ”.
ນີ້ເປັນຄຳກ່າວ ກ່ອນທີ່ຈະມ້ວນທ້າຍ ວ່າຍານາງ ມີມົວ ຈະບໍ່ລົງສມັກ ເລືອກຕັ້ງເປັນ ສະມາຊິກ ສະພາສູງ ຣັຖມີນີໂຊຕາ ອີກໃນສໄມຕໍ່ໄປ.