ຜູ້ອ່ານບໍ່ພຽງພໍ ຜູ້ພິມຈໍາໜ່າຍ ມີບັນຫາ

ບໍຣິສັດພິມ ຈໍາໜ່າຍ ໃນລາວ ຍັງມີຄວາມ ຫຍູ້ງຍາກ ໃນການຂາຍປື້ມ ແລະ ສິ່ງທີ່ພີມ ອອກເຜີຍແພ່ ເພາະບໍ່ມີ ຜູ້ອ່ານພຽງພໍ.

ບໍຣິສັດພິມ ຈໍາຫນ່າຍ ໃນປະເທດລາວ ຍັງມີຂໍ້ ຫຍູ້ງຍາກ ໃນການຈໍາຫນ່າຍ ປຶ້ມ-ສື່-ສິງພິມຕ່າງໆ ເພາະຕລາດ ພາຍໃນປະເທດ ຍັງບໍ່ມີ ກໍາລັງຊື້ ທີ່ສູງ. ບຸຄລາກອນ ດ້ານວຽກງານ ວັນນະຄະດີ ໃນລາວ ໂດຍສະເພາະ ກຸ່ມນັກຂຽນ ກໍຍັງມີໜ້ອຍ ກວ່າແຕ່ກ່ອນຢູ່. ທັງໝົດນັ້ນ ເຮັດໃຫ້ຕລາດ ປຶ້ມ ໃນລາວ ບໍ່ຂຍາຍຕົວ ພໍເທົ່າໃດ. ຕາມຄໍາເວົ້າ ຂອງເຈົ້າຂອງ ກິຈການພິມ ຈໍາຫນ່າຍ ທ່ານນຶ່ງ ໃນນະຄອນ ຫລວງວຽງຈັນ:

"ບໍຣິສັດ ທີ່ຈັດຕັ້ງ ຂຶ້ນມາເພື່ອພິມ ໜັງສືຂາຍ ເນັ້ນທີ່ໜັງສື ທີ່ເປັນ ນະວະນິຍາຍ ເລື່ອງສັ້ນ ເປັນຂອງນັກຂຽນໃໝ່ ແລະເກົ່າດ້ວຍ ແລ້ວຄາວນີ້ ມັນກໍບໍ່ໄຫວ ເພາະວ່າ  ການຄ້າ ກ່ຽວກັບໜັງສື ຢູ່ໃນເມືອງລາວ ຍັງລໍາບາກຢູ່ ເຮົາເລີຍເຮັດໄດ້ ແບບບໍ່ຄ່ອຍ ລາບລື້ນເທົ່າໃດ".

ປັຈຈຸບັນ ການພິມປຶ້ມ ເພື່ອຈໍາຫນ່າຍ ຍັງບໍ່ສາມາດ ເຮັດກໍາໄຣ ໄດ້ຫລາຍ ພໍເທົ່າໃດ ຍ້ອນວ່າຕລາດ ຂອງຜູ້ອ່ານ ຍັງບໍ່ພຽງພໍ ປະຊາຊົນ ບໍ່ໃຫ້ຄວາມ ສົນໃຈການຂີດຂຽນ ວັນນະຄະດີ. ການພິມໜັງສື ຕ່າງໆຢູ່ລາວ ສ່ວນຫລາຍ ຈະເກີດຈາກ ພາກ-ຣັຖ ແລະ ອົງການພັທນາ ເອກກະຊົນ ຈາກຕ່າງປະເທດ ພິມເພື່ອແຈກຢາຍ ໃຫ້ພາກສ່ວນ ຕ່າງໆໃນສັງຄົມ ຫລາຍກວ່າ ພິມຈໍາຫນ່າຍ.  

ພ້ອມດຽວກັນ ທາງການລາວ ກໍຍັງເຊື່ອໝັ້ນ ວ່າ ການນໍາໃຊ້ ເທັກນິກໃໝ່ໆ ແລະ ການພົວພັນ ຕ່າງປະເທດ ຫລາຍຂຶ້ນ ຈະຊ່ວຍໃຫ້ ທຸຣະກິດ ພິມຈໍາຫນ່າຍ ມີຄວາມກ້າວໜ້າ ຂຶ້ນທຸກມື້. ສາຕຣາຈານ ບໍ່ວຽງຄໍາ ວົງດາຣາ ຣັຖມົນຕຣີ ຊ່ວຍວ່າການ ສໍານັກງານ ນາຍົກ ຣັຖມົນຕຣີ ໄດ້ໃຫ້ສັມພາດ ແກ່ສື່ມວລຊົນ ໃນໂອກາດ ວັນສື່ມວລຊົນ ແຫ່ງຊາດ ຂອງລາວ ວ່າ:

"ພວກເຮົາ ກໍໄດ້ມີ ຜລິຕພັນ ທາງການ ພິມຈໍາຫນ່າຍ ຫລາກຫລາຍ ເທັກນິກການພິມ ພວກເຮົາ ກໍສາມາດ ພິມສີ່ສີໄດ້ ພາຍໃນປະເທດ ນອກຈາກນັ້ນ ພວກເຮົາຍັງໄດ້ ນໍາສິ່ງພິມໃນ ຕ່າງປະເທດ ເຂົ້າມາຈໍາຫນ່າຍ ຮັບໃຊ້ຄວາມ ຮຽກຮ້ອງຕ້ອງການ ພາຍໃນປະເທດ ຂອງເຮົາ".

ການສົ່ງເສີມ ທຸຣະກິດ ພິມຈໍາໜ່າຍ ໃຫ້ຂຍາຍໂຕອອກ ຢ່າງກວ້າງຂວາງ  ສິ່ງສໍາຄັນທີ່ ຣັຖບານຄວນ ເລັ່ງພັທນາ ຄວບຄູ່ໄປດ້ວຍ ກັນຄື ການສ້າງສັງຄົມ ການອ່ານ ໃຫ້ເກີດຂຶ້ນໃນ ໝູ່ປະຊາຊົນ ເພາະຈະຖືເປັນ ການສ້າງຮາກຖານ ສໍາຄັນ ຊຸກຍູ້ຕລາດປຶ້ມ ພາຍໃນປະເທດ ໃຫ້ເຂັ້ມແຂງ ໃຫ້ທຸຣະກິດ ດັ່ງກ່າວສາມາດ ຕັ້ງໂຕຢູ່ໄດ້ ໃນສັງຄົມ ຢ່າງແຂງແກ່ນ ໃນອະນາຄົດ ຂ້າງໜ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org