ຊາວໜຸ່ມໄວລຸ້ນ ປະເທດ ນິວຊີແລ່ນ

ຊາວໜຸ່ມໄວລຸ້ນ ປະເທດ ນິວຊີແລ່ນ ຊອກຫາ ເງິນທຶນ ເພື່ອຊ່ວຍ ໂຄງການ ໃຫ້ມີ ນ້ຳສະອາດກິນໃຊ້ ໃນ ສປປລາວ

ຊາວໜຸ່ມ ໄວລຸ້ນ ປະເທດ ນິວຊີແລ່ນ ຊອກຫາ ເງິນທຶນ ເພື່ອຊ່ວຍ ໂຄງການ ໃຫ້ມີ ນ້ຳສະອາດໃຊ້ ຢູ່ສປປລາວ. ຊາວໜຸ່ມໄວລຸ້ນເຫລົ່ານີ້ ຊຶ່ງມີເຖິງ 37 ຄົນ ບໍ່ແມ່ນ ຊາວໜຸ່ມໄວລຸ້ນ ທັມມະດາ ສາມັນ ແຕ່ເປັນນັກ ເສຖກິດ ການເງິນ ທີ່ເຮັດວຽກ ໃຫ້ແກ່ ບໍຣິສັດ ໃຫຍ່ໆໃນ ນິວຊີແລ່ນ. ນັບແຕ່ປີກາຍ ເປັນຕົ້ນມາ ຊາວໜຸ່ມໄວລຸ້ນ ເຫລົ່ານີ້ໄດ້ຮ່ວມ ກັນຂາຍບັດ ອ່ວຍພອນ ຄຣິສມາສ ຂາຍນ້ຳກິນ ຈັດການ ແຂ່ງຂັນກິລາ ເພື່ອຫາຣາຍໄດ້ ແຕ້ມຮູບຂາຍ ແລະຂໍບໍຣິຈາກ ທາງອິນເຕີແນ໊ສ

ແລະເມື່ອ ຕົກມາເຖິງ ທ້າຍເດືອນ ມົກກະຣາ ພວກເຂົາຊອກ ຫາເງິນໄດ້ ທັງໝົດ 13,000 ດອນລ່າ ສະຫະຣັຖ. ຫລັງຈາກນັ້ນ ບໍຣິສັດ Macquarie ຊຶ່ງເປັນ ບໍຣິສັດ ການເງິນ ທີ່ຊາວໜຸ່ມ ເຫລົ່ານີ້ຈຳນວນນຶ່ງ ເຮັດວຽກຢູ່ນຳ ໄດ້ໃຫ້ເງິນ ສົມທົບທຶນ ຕື່ມອີກ 13,000 ດອນລ່າ ລວມທັງໝົດເປັນ 26,000 ດອນລ່າ ແລະເງິນ ຈຳນວນນີ້ ພວກຊາວໜຸ່ມ ນິວຊີແລ່ນ ຈະມອບໃຫ້ ແກ່ອົງການ UNICEF ຊຶ່ງເປັນ ອົງການ ຊ່ວຍເຫລືອ ເດັກນ້ອຍ ຂອງສະຫະ ປະຊາຊາດ ແລະອົງການ ນີ້ຈະນຳ ເງິນດັ່ງກ່າວ ໄປໃຊ້ໃນ ໂຄງການ ເພື່ອຊອກຫາ ນ້ຳສະອາດ ໃຫ້ແກ່ນັກນ້ອຍ ນັກຮຽນ ຢູ່ສປປລາວ.

ທ່ານ Dennis McKinlay ຜູ້ອຳນວຍການ ອົງການ UNICEF ປະຈຳ ນິວຊີແລ່ນ ກ່າວວ່າ UNICEF ຂໍຂອບໃຈ ບັນດາຊາວໜຸ່ມ ທີ່ໃຈດີ ເຫລົ່ານັ້ນ ແລະ UNICEF ຈະນຳເອົາ ເງິນຈຳນວນ ດັ່ງກ່າວໄປ ຕິດຕັ້ງຣະບົບ ນ້ຳສະອາດໃ ຫ້ແກ່ເດັກນ້ອຍ ນັກຮຽນລາວ ເພື່ອຊ່ວຍ ໃຫ້ພວກເຂົາ ມີສຸກຂະພາບ ແຂງແຮງ ແລະມີ ເວລາໄປ ຮຽນໜັງສື ແທນທີ່ຈະ ໄປຊອກຫານ້ຳ ຊ່ວຍພໍ່ແມ່.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org