ຊາວເກົາຫລີ 3 ຄົນ ຖືກຕໍາຣວດໄທຈັບ

ຊາວເກົາຫລີ 3 ຄົນ ທີ່ເດີນທາງຈາກ ປະເທດຈີນ ຜ່ານລາວ ຖືກເຈົ້າໜ້າທີ່ ຕໍາຣວດໄທຈັບ.

ມີຊາວເກົາຫລີເໜືອສາມຄົນ ຂ້າມຈາກແຂວງບໍ່ແກ້ວ ຂອງລາວ ໄປຍັງແຂວງຊຽງຣາຍ ຂອງໄທ ໄດ້ຖືກເຈົ້າໜ້າທີ່ ຕໍາຣວດໄທຈັບ ໃນວັນທີ 9 ທັນວາ ນີ້ ໃນຂນະທີ່ນັ່ງ ຣົຖໂດຍສານສາຍ ເມືອງຊຽງຂອງ ໄປຍັງເມືອງຊຽງຣາຍ ຊາວເກົາຫລີເໜືອ ຈໍານວນດັ່ງກ່າວ ຊຶ່ງມີຜູ້ຍິງ 2 ຄົນ ແລະຜູ້ຊາຍ 1 ຄົນ ອາຍຸປະມານ 26-45 ປີ ລັກລອບເຂົ້າເມືອງ ໂດຍບໍ່ມີໜັງສືເດີນທາງ.

ຕາມລາຍງານຈາກ ແຂວງຊຽງຣາຍ ລາຍງານວ່າ ໂດຍການອ້າງອິງ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຕໍາຣວດວ່າ ຊາວເກົາຫລີຈໍານວນນີ້ ໂດຍສານທາງເຮືອ ຂົນສົ່ງສິນຄ້າ ໄປຈາກປະເທດຈີນ ມາລົງຢູ່ບ້ານມອມ ແລ້ວຂີ້ຣົຖໂດຍສານ ມາລົງຢູ່ບ້ານນໍ້າເກິງ ແຂວງບໍ່ແກ້ວຂອງລາວ ກ່ອນຈະນັ່ງເຮືອຫາງຍາວ ຂ້າມໄປຍັງ ເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ ຈຸດປະສົງຂອງເຂົາເຈົ້າ ແມ່ນເພື່ອເດີນທາງ ໄປປະເທດທີ 3.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org