ການບວດຄຸນພໍ່ ຄາໂທລີກ
ການບວດ ຄຸນພໍ່ສາສນາຄາໂທລີກ ທີ່ເມືອງທ່າແຂກ ແຂວງຄຳມ່ວນວ່າງ ມໍ່ໆມານີ້ສ້າງຄວາມຫວັງ ໃຫ້ແກ່ກຸ່ມຊາວຄຣີຕຽນໃນລາວ ຢ່າງໃຫຍ່ຫລວງ..
-
ສິດນີ
2009-01-22 -
-
-
Your browser doesn’t support HTML5 audio
ການບວດຄຸນ ພໍ່ຄຣີສຕຽນ ໃນເຂດພາກ ກາງຂອງລາວ ວ່າງສອງອາທີດກອ່ນ ດືງດູດຊາວຄຣີຕຽນ ມາຮ່ວມງານ ເປັນຈຳນວນ ຫລວງຫລາຍໄດ້ ສ້າງຄວາມຫວັງ ໃຫ້ແກ່ກຸ່ມ ຄຣີສຕຽນທີ່ ຂາດຄຸນພໍ່ ທີ່ເປັນຄົນລາວ ໃນການໃຫວ້ ພຣະສວດມົນ ແລະສອນຄຳ ພີໃຫ້ແກ່ຂະເຈົ້າ. ບາດຫລວງໃຫຍ່ ຄຸນພໍ່ Jean ສົມເມັງ ວໍຣະຈັກ ຈາກເຂດສັງ ຄະເວທີ ສັວນນະເຂດ ໄດ້ທຳພິທີ ບວດຄຸນພໍ່ Matthieu ສົມເດັດກາລຸນ ໃນເດືອນມົກ ຣາວັນທີ 10 ໃນເຂດສັງຄະເວທີ ໂບດຄຣີຕຽນ ທີ່ເມືອງທ່າ ແຂກແຂວງຄຳມ່ວນ ຫ່າງຈາກນະຄອນ ຫລວງວຽງຈັນ ປະມານ 280 ກິໂລແມດ ທາງພາກຕາ ເວັນອອກສ່ຽງໃຕ້ ໃນພິທີ ຈະມີການ ສວດມົນຮ້ອງ ເພັງຈາກຍາດ ພີ່ນ້ອງແລະຊາວ ຄຣີສຕຽນທົ່ວໄປ ຜູ້ທີ່ມາຮ່ວມ ໃນງານດ້ວຍ ການແຕ່ງກາຍ ແບບວັທນະທັມ ຟ້ອນລຳຕາມ ສຽງເພັງລາວ,ໄທຢ່າງມ່ວນຊື່ນ ໃນໂບດທີ່ ມີການເອ້ ດ້ວຍຮູບພາບ ແລະສີສັນ ອັນງົດງາມ ປະເພດຕ່າງໆ. ບາດຫລວງໃຫຍ່ ໄດ້ກ່າວຕໍ່ຊຸມຊົນ ທີ່ມາຮ່ວມ ໃນງານວ່າ ເປັນເຫດການ ທີ່ມີຄວາມ ສຳຄັນຫລາຍ ໃນໂບດ ສາສນາຄາໂທລີກ ແຫ່ງນີ້ເພາະພວກ ເຮົາຈະມີຄຸນ ພໍ່ເພີ້ມອີກ ໃນການສອນ ສາສນາໃຫ້ ແກ່ຊາວຄຣີສ ຕຽນລາວໃນ ອານາຄົດແລະ ວ່າເປັນຄວາມ ຮັກຂອງພຣະ ເຈົ້າຢ່າງແຮງກ້າ ທີ່ມາໂຜດ ພວກເຮົາຄັ້ງນີ້ ອີງຕາມຄຳ ໃຫ້ການຂອງ ບາດຫລວງສົມເດັດ ປັດຈຸບັນ ມີຊາວຄຣີສຕຽນ ໃນລາວ ປະມານ13 ພັນຄົນມີຄຸນ ພໍ່ 9ຮູບ ແລະມີໂບດ ຫລືສຖານທີ່ ສີດສອນສາສນາ ຄາໂທລີກ ໃນທົ່ວປະເທດ ປະມານ 98 ແຫ່ງ ໃນປະເທດທີ່ ມີປະຊາຊົນ ສ່ວນໃຫຍ່ເປັນ ຊາວພຸດສາສນາ ຄາໂທລີກ ໃນລາວຍັງມີ ຄວາມກົດດັນ ຈາກອຳນາດ ການປົກຄອງ ທ້ອງຖີ່ນຂອງ ລາວຫລາຍຢູ່.