ຫລັກຖານພຽງພໍ ທີ່ທູດລາວ ສົ່ງຟ້ອງ ຕຳຣວດໄທ
ຄວາມຄືບໜ້າ ກໍຣະນີ ສະຖານທູດລາວ ໃນບາງກອກ ແຈ້ງຄວາມຈັບ ຕຳຣວດໄທ ໃນຂໍ້ຕູ່ຫາ ວ່າໃສ່ຮ້າຍ ເດັກສາວລາວ ວ່າລັກລອບ ຄ້າປະເວນີ.
-
ໂພໄຊສວັດ
2009-06-12 -
-
-
Your browser doesn’t support HTML5 audio
ຄນະກັມມະການ ປ້ອງກັນ ແລະປາບປາມ ການທຸຈຣິດໃນ ພາກຣັຖຂອງໄທ ຫລື (ປປທ) ໄດ້ເຂົ້າມາ ກວດສອບຄວາມຈິງ ກ່ຽວກັບ ສຳນວນຄະດີ ທີ່ ສະຖານທູດ ລາວໃນບາງກອກ ສົ່ງຟ້ອງ ວ່າຕຳຣວດໄທ ໃສ່ຮ້າຍ ເດັກສາວລາວ ໃນຂໍ້ຕູ່ຫາ ວ່າລັກລອບ ຄ້າປະເວນີ ປາກົດວ່າ ມີຫລັກຖານ ແລະ ຂໍ້ມູນທີ່ເຊື່ອ ຖືໄດ້ ແລະອາດຊີ້ ວ່າຕຳຣວດ ກຸ່ມນີ້ ປະຕິບັດ ໜ້າທີ່ ໂດຍບໍ່ຊອບທັມ ຂູ່ເຂັນບັງຄັບ ເອົາເງິນແລະ ຍັງຍັດຍຽດ ຂໍ້ກ່າວຫາ ໃຫ້ສາວລາວ ມີຄວາມຜິດໂດຍ ທີ່ບໍ່ໄດ້ກະທຳ.
ທ່ານ ທາຣິດ ເພັງສິດ ເລຂາທິການ ສຳນັກງານ (ປປທ) ເປີດເຜີຍ ການສອບສວນ ເບື້ອງຕົ້ນວ່າ ຮ້ານຄາຣາໂອເຄະ ທີ່ເດັກສາວລາວ ເຮັດການຢູ່ ບໍ່ອາດສາມາດ ເປີດບໍຣິການ ທາງເພດ ບັງໜ້າໄດ້ ເພາະເປັນພຽງຮ້ານ ອາຫານທົ່ວໄປ ແລະ ບໍ່ມີສະຖານທີ່ ເໝາະສົມ ທີ່ຈະແຍກອອກ ໄປໄວ້ໃຫ້ ບໍຣິການ ທາງເພດ. ນອກຈາກນັ້ນ ການສອບຖາມ ພະຍານທີ່ຢູ່ ໃນແຖວນັ້ນກໍ ຢືນຢັນກົງກັນ ວ່າບໍ່ມີການ ເຮັດຜິດກົດໝາຍ ຕາມທີ່ໄດ້ຖືກ ຕູ່ຫາແຈ້ງຈັບ ແລະອີກອັນນຶ່ງ ເດັກສາວລາວ ເຫລົ່ານີ້ກໍມີ ໜັງສືອະນຸຍາດ ເຂົ້າເມືອງ ແລະ ສາມາດເຮັດການ ໃນໄທໄດ້ຖືກ ຕ້ອງຕາມກົດໝາຍ.
ລາຍງານເບື້ອງຕົ້ນ ຂອງ ປປທ ໄດ້ນຳສເນີຕໍ່ ຣັຖມົນຕຣີ ກະຊວງ ຍຸຕິທັມ ຂອງໄທແລ້ວ ແລະ ລໍຖ້າຄຳສັ່ງ ຈາກຣັຖມົນຕຣີ ວ່າຈະໃຫ້ເຮັດ ຢ່າງໃດຕໍ່ໄປ. ດຣ ສິວາວິດ ສຳເຣັດຜົນ ທະນາຍຄວາມໄທ ຕາງໜ້າ ສະຖານທູດລາວ ໃນບາງກອກ ກ່າວວ່າ:
"ທ່ານວ່າ ມອບອຳນາດໃຫ້ ຂ້າພະເຈົ້າ ຟ້ອງຂໍ້ຫາ ເຈົ້າໜ້າທີ່ ເຮັດວຽກ ຜິດກົດໝາຍ ກັກຂັງ ເຮັດໃຫ້ເສັຍ ອິສຣະພາບ ຂົ່ມຂືນໃຈ ເຮັດໃຫ້ຢ້ານກົວ ແລະອ້າງອີງ ຄວາມຜິດ ຕໍ່ໜ້າພະນັກງານ ສອບສວນ."
ເຖິງຢ່າງໃດ ກໍຕາມ ໃນຄະດີນີ້ ທາງຕຳຣວດໄທ ກຸ່ມທີ່ກ່ຽວຂ້ອງ ອອກມາຢັ້ງຢືນ ຕໍ່ຜູ້ສື່ຂ່າວໄທ ຫລາຍເທື່ອວ່າ ຂໍ້ຕູ່ຫາ ບໍ່ເປັນຄວາມຈິງ ແລະຂໍພິສູດ ໃນຂັ້ນສານ.