ງົບປະມານ ການສືກສາ ໃນລາວ

ສປປລາວ ເປັນປະເທດນຶ່ງ ທີ່ອະນຸມັດ ງົບປະມານ ສຳຣັບການສຶກສາ ໜ້ອຍທີ່ສຸດ ໃນເອເຊັຍ.

ຜູ້ຊ່ຽວຊານ ກ່ຽວກັບການ ສຶກສາ ຂອງອົງການແລະ ຣັຖບານນາໆຊາດ ພັນກວ່າຄົນ ໄດ້ປະຊຸມກັນ ລະຫວ່າງວັນທີ່ 24 ຫາ 26 ມິນານີ້ ທີ່ເມືອງທອງ ທານີ ບາງ ກອກ ປະເທດໄທ. ທ່ານ Abdul Hakeem ຜູ້ປະສານງານ ອົງການການ ສຶກສາ ວິທຍາສາດແລະ ວັທນະທັມ ສະຫະປະຊາຊາດ ຫລື Unesco ກ່າວຕໍ່ກອງປະ ຊຸມວ່າບາງ ປະເທດໃນໂລກ ມີຄວາມກ້າວໜ້າ ໃນການພັທນາ ການສຶກສາ ແຕ່ຫລາຍປະເທດ ຍັງລ້າຫລັງເພາະ ຍັງບໍ່ສາມາດ ປະຕິບັດຕາມ ແຜນການ ແລະຕາມ ເປົ້າໝາຍຂອງ ສະຫະປະຊາຊາດ ໄດ້ເພາະ ຣັຖບານປະເທດ ເຫລົ່ານີ້ຈັດ ງົບປະມານ ເພື່ອພັທນາ ການສຶກສາ ໜ້ອຍເກີນໄປ ເຊັ່ນຣັຖບານ ສປປລາວ ແລະຟີລິບປິນ ຈັດງົບປະມານ ເພື່ອການສຶກສາ ພຽງແຕ່ 14 ສ່ວນຮ້ອຍ ຂອງງົບປະມານ ທັງໝົດຂອງຊາດ ທໍ່ນັ້ນ ຊຶ່ງຖືວ່າ ໜ້ອຍທີ່ສຸດ ໃນເອເຊັຍ ປະເທດທີ່ຈ່າຍ ເງິນຫລາຍທີ່ສຸດ ເພື່ອການສຶກສາ ຢູ່ເອເຊັຍ ແມ່ນໄທແລະ ມາເລເຊັຍ.

Unesco ລາຍງານອີກວ່າ ເດັກນ້ອຍຢູ່ ມາເລເຊັຍ ບຣູໄນແລະເກົາຫລີ ໃຕ້ສ່ວນຫລາຍ ມີໂອກາດໄດ້ ຮຽນຕໍ່ຊັ້ນ ມັທຍົມ ຫລັງຈາກຈົບ ຊັ້ນປະຖົມ ສຶກສາແລ້ວ; ສ່ວນເດັກນ້ອຍລາວ ແລະ ກັມພູຊານັ້ນ ມີໂອກາດໄດ້ຮຽນຕໍ່ ພຽງແຕ່ 62 ແລະ 55 ສ່ວນຮ້ອຍ ທໍ່ນັ້ນ ຕາມລຳ ດັບ. ເດັກນ້ອຍຜູ້ຍິງ ຢູ່ສອງປະເທດ ຫລັງນີ້ ຈະມີໂອ ກາດ ຮຽນຕໍ່ໜ້ອຍກວ່າ ເດັກນ້ອຍເພດຊາຍ ຫລາຍເທົ່າ. ລາຍງານຂອງ Unesco ຍັງແຈ້ງອີກວ່າ ຢູ່ມາເລເຊັຍ ເດັກນ້ອຍ ມີປື້ມອ່ານ ປື້ມຮຽນ ແລະ ມີຫໍສມຸດໃຊ້ ເກືອບທົ່ວເຖິງກັນ ທຸກຄົນ ແຕ່ຢູ່ຟີລິບປິນ ເດັກນ້ອຍທີ່ໄປ ໂຮງຮຽນພຽງແຕ່ 20 ສ່ວນຮ້ອຍທໍ່ນັ້ນ ທີ່ມີ ຫໍສມຸດໃຊ້; ສ່ວນຢູ່ລາວ ອັດຕຣາເດັກນ້ອຍ ທີ່ມີປື້ມອ່ານ ປື້ມ ຮຽນ ແລະຫໍສມຸດໃຊ້ ຍິ່ງຕ່ຳກວ່ານັ້ນ.




2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org