ຊາວໜຸ່ມລາວ ແລະ ວັນນະຄະດີ ຂອງຊາຕ

ຊາວໜຸ່ມລາວ ໃນປັດຈຸບັນ ສ່ວນໃຫຍ່ ສົນໃຈຕິດຕາມ ອ່ານຂ່າວ ຈາກຕ່າງປະເທດ ຫລາຍກວ່າທີ່ຈະ ໃຫ້ຄວາມສຳຄັນ ກັບ ວັນນະຄະດີ ລາວ.

ຍ້ອນຄວາມກ້າວຫນ້າ ຂອງ ຣະບົບສື່ສານ ທີ່ບໍມີພົມແດນ ເປັນເຫດໃຫ້ ຊາວໜຸ່ມໃນລາວ ສົນໃຈອ່ານຂ່າວ ຕ່າງປະເທດ ຫລາຍຂື້ນ ແທນທີ່ຈະໃຫ້ ຄວາມສຳຄັນແກ່ ວັນນະຄະດີ ຂອງຊາດ ອາດສົ່ງຜົລສະທ້ອນ ຕໍ່ວັທນະທັມ ຂອງລາວ ໃນອານາຄົດ ດັ່ງເຈົ້າຫນ້າທີ່ ຈາກໂຄງການ ສົ່ງເສີມການ ອ່ານຫນັງສືແກ່ ເດັກນ້ອຍໃນລາວ ຫລື Action with Children ໃຫ້ການວ່າ:

"ຄົນໜຸ່ມ ປັດຈຸບັນນີ້ ມັນອາດຈະບໍ່ ຫັນມາສົນໃຈ ວັນນະຄະດີລາວ ການຂຽນຂອງລາວ ເທົ່າທີ່ຄວນ ເພາະວ່າມັນມີ ສື່ຂອງຕ່າງປະເທດ ດັ່ງຫນັງສືພີມ ເປັນດາຣົງ ດາຣາ ທັງນັ້ນ ທີ່ເຂົາອ່ານກັນ ເຂົາບໍຄ່ອຍອ່ານ ເລື້ອງທີ່ລຶກຊຶ້ງ."

ນາງກ່າວເພີ້ມອີກ ວ່ານອກຈາກ ສາເຫດສື່ສານ ທີ່ບໍມີພົມແດນ ທີ່ເຮັດໃຫ້ ເດັກນອ້ຍລາວ ນິຍົມອ່ານຂ່າວ ຕ່າງປະເທດ ຫລາຍຂື້ນແລ້ວ ກຸ່ມດັ່ງກ່າວ ຍັງນິຍົມເບີ່ງ ໂທຣະທັດ ຈາກຕ່າງປະເທດ ນຳອີກ ດັ່ງປະເທດໄທ ເປັນຕົ້ນ ເຮັດໃຫ້ພວກຂະເຈົ້າ ສົນໃຈໃນສີ່ງ ທີ່ບໍ່ເປັນປໂຍດ ຫລາຍກວ່າ ດັ່ງຂ່າວດາຣາ ແລະພາພຍົນ ຊນີດ ຕ່າງໆຈາກ ປະເທດໄທ ແລະກໍ່ຫລົງລືມ ວັທນະທັມ ວັນນະຄະດີ ຂອງຕົນເອງ.

ນາງວ່າການທີ່ ຊາວໜຸ່ມບໍສົນໃຈ ໃນວັນນະຄະດີ ຂອງຕົນເປັນຜົລ ບໍ່ດີຕໍ່ ປະເທດຊາດ ໃນອານາຄົດ ເພາະ ວັນນະຄະດີ ເປັນແວ່ນສະທ້ອນ ສັງຄົມ ວັທນະທັມ ປວັດສາດ ແລະຄວາມເປັນມາ ຂອງປະເທດນັ້ນໆ. ຖ້າປະຊາຊົນ ບໍ່ຮູ້ເຖີງຄວາມ ເປັນມາຂອງ ປະເທດຂອງຕົນແລ້ວ ຈະມີຄວາມ ຮັກຊາດ ໄດ້ຢ່າງໃດ ນາງກ່າວ ໃນທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org