ສື່ມວນຊົນ ຂອງລາວ
ອົງການ ສື່ມວນຊົນລາວ ເຫັນວ່າຕົນ ຍັງເປັນສື່ ທີ່ບໍ່ດີພໍ ສຳລັບມວນຊົນ.
-
ຈຳປາທອງ
2009-04-13 -
-
-
Your browser doesn’t support HTML5 audio
ບັນດານັກ ວິຊາການ ຣະດັບສູງສຸດ ຂອງອົງການ ສື່ມວນຊົນລາວ 6 ແຫ່ງຄື ໂທລະພາບ ແຫ່ງຊາດ ໂທລະພາບລາວ ສະຕາແຊນແນວ ວິທຍຸ ກະຈາຍສຽງ ແຫ່ງຊາດ, ໜັງສືພິມ ປະຊາຊົນ, ໜັງສືພິມ ວຽງຈັນທາຍ ແລະສຳນັກ ຂ່າວສານ ປະເທດລາວ ຕລອດເຖິງຄົນ ໃນຂແນງການອື່ນໆ ຍັງເຫັນວ່າ ວົງການ ສື່ມວນຊົນ ຂອງລາວມີ ການຂຍາຍຕົວຊ້າ, ການສເນີຂໍ້ມູນ ຂ່າວສານເພື່ອ ປົກປ້ອງສິດແລະ ຜົນປໂຍດຂອງ ປະຊາຊົນ ຍັງເຮັດບໍ່ໄດ້ ເລິກເຊິ່ງເທົ່າ ທີ່ຄວນແລະ ຍັງບໍ່ດີພໍ.
ທ່ານ ບຸນຈອມ ວົງເພັດ ຜູ້ອຳນວຍການ ໂທລະພາບ ແຫ່ງຊາດຂອງລາວ ໄດ້ບອກໃຫ້ ຮູ້ວ່າທີ່ຜ່ານມາ ສະພາບຂອງ ສື່ມວນຊົນລາວ ຍັງຕອບສນອງ ຕາມຄວາມຕ້ອງ ການຂອງ ປະຊາຊົນ ບໍ່ໄດ້ດີ ປານໃດ, ບໍ່ມີສາລະ ທີ່ສາມາດ ສ່ອງແສງທີ່ເປັນ ປໂຍດຕໍ່ສັງຄົມ ໄດ້ຢ່າງກວ້າງຂວາງ. ພ້ອມທັງບໍ່ ສາມາດສເນີໃຫ້ ເຫັນຈຸດຫຍໍ້ທໍ້ ຂອງ ສັງຄົມ ແລະຜົນກະທົບ ທີ່ບໍ່ດີຈາກ ໂຄງການພັທນາ ຕ່າງໆຕໍ່ ມະຫາຊົນ. ອັນທີ່ບໍ່ດີ ທີ່ສຸດກໍແມ່ນ ຄົນໃນວົງການ ນີ້ສ່ວນໃຫຍ່ ຍັງເຮັດວຽກ ແບບເປັນນັກຂ່າວ 10 ຂາ ຄື ໂຕະ 4 ຂາ, ຕັ່ງ 4 ຂາແລະຄົນອີກ 2 ຂາ. ໝາຍຄວາມວ່າ ເປັນນັກຂ່າວ ທີ່ບໍ່ມັກອອກ ໄປເຄື່ອນໃຫວ ຊອກຫາຂໍ້ມູນ ຂ້າງນອກ ທີ່ເປັນປໂຍດ ແລະຮັບໄຊ້ ສັງຄົມ.
ທ່ານວ່ານັກຂ່າວ ຂາດຄວາມ ກະຕືລືລົ້ນ ແລະຊ້ຳບໍ່ພໍ ຍັງຂາດແຄນ ທາງດ້ານ ອຸປກອນຮັບໄຊ້ ວຽກງານຕື່ມອີກ ແລະວ່າໃນຕໍ່ ໜ້າຊື່ມວນຊົນ ຄວນມີການ ປ່ຽນແປງ ແລະພະຍາຍາມ ສ່ອງແສງໃຫ້ເຫັນ ບັນຫາຫຍໍ້ທໍ້ ຕ່າງໆໃນສັງຄົມ ໃຫ້ຫລາຍຂື້ນ.
ສຳລັບທ່ານ ສຸລະພັດ ແກ້ວວຽງຄຳ ຜູ້ອຳນວຍການ ໂທລະພາບລາວ ສະຕາແຊນແນວ ກໍວ່າ ໃນຍຸກສື່ສານ ໄຮ້ພົມແດນນີ້ ພວກເຮົາມີ ຄວາມຈຳເປັນທີ່ ສຸດທີ່ຈະຕ້ອງ ພັທນາຕົນເອງ ໃຫ້ໄວ ຂື້ນກວ່ານີ້.
ເທົ່າທີ່ຜ່ານມາ ອົງການ ສື່ມວນຊົນ ຂອງລາວກໍຕຳ ນິຕິຕຽນ ຕົນເອງຢູ່ ຕລອດມາ. ແຕ່ວ່າການ ສເນີຂ່າວ ກໍຍັງມີລັກ ສະນະຢຸດໆ ຢ່ອນໆຢູ່, ຊຶ່ງອາດເປັນ ຍ້ອນວ່າ ຄະນະຊີ້ນຳ ຂອງພັກແລະຣັດ ຍັງຈຳກັດ ການເຄື່ອນໃຫວ ແລະການອອກຂ່າວ ຂອງນັກຂ່າວ ຢູ່ຕລອດມາ ນັ້ນເອງ.