ຣັຖບານລາວ ຈະສ້າງສາງເຂົ້າ ເພື່ອໃຊ້ໃນເຫດ ສຸກເສີນ

ຣັຖບານລາວ ຈະສ້າງສາງເຂົ້າ ເພື່ອສະສົມ ເຂົ້າສານ ໄວ້ຊ່ວຍເຫລືອ ປະຊາຊົນ ໃນຍາມຖືກພັຍ ທັມມະຊາດ.

ຣັຖບານຈະເລີ້ມ ສະສົມເຂົ້າສານ ເພື່ອເອົາໄວ້ ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ພັຍພິບັດ. ຫລັງຈາກທີ່ໄດ້ ຮັບການຊ່ວຍເຫລືອ ຈາກ ຣັຖບານ ຍີ່ປຸ່ນ ເປັນຈຳນວນ ເງິນ 11,410ລ້ານກີບ ຊຶ່ງຕົກເປັນປະມານ 1ລ້ານ3ແສນກວ່າ ໂດລາ ສະຫະຣັຖ. ນອກຈາກນີ້ ຣັຖບານຍັງມີ ໂຄງການທີ່ຈະສ້າງ ສາງເກັບເຂົ້າສານ ແຕ່ປີກາຍນີ້ ຫລັງຈາກເກີດພັຍ ນ້ຳຖ້ວມ ແຕ່ກໍຂາດ ງົບປະມານ ຈຶ່ງໄດ້ ໂຈະມາເລື້ອຍໆ. ດັ່ງເຈົ້າໜ້າທີ່ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ໂຄງການສ້າງຄັງແຮ ເຂົ້າສານ ຊ່ວຍເຫລືອສົງເຄາະ ໝາຍຄວາມວ່າ ຣັຖບານ ໂຕນີ້ເພິ່ນ ຈຳເປັນຕ້ອງ ໄດ້ສ້າງຄັງແຮເຂົ້າ ຄັງແຮເຂົ້າ ແຫ່ງຊາດ ໃນນັ້ນຈະມີ ເຂົ້າຊ່ວຍເຫລືອ ສຸກເສີນນີ້ 2ພັນຕັນ."

ທ່ານກ່າວຕື່ມວ່າ ຣັຖບານຈະ ແຕ່ງຕັ້ງຄນະ ກັມມະການ ເພື່ອມາ ຮັບຜິດຊອບ ໃນການປະມູນ ເຂົ້າສານເພື່ອມາ ເກັບໄວ້ໃນຄັງ ຊຶ່ງໃນຂນະນີ້ ຍັງລໍຖ້າແຕ່ ຄວາມເຫັນຈາກ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການ ສັງຄົມ.

ທ່ານອະທິບາຍ ອີກວ່າ ໂຄງການນີ້ຈະ ໃຊ້ເວລາດຳເນີນ ງານປະມານ1ປີ ຄືລະຫວ່າງປີ 2009ຫາ2010 ໂດຍຈະໃຊ້ຊ່ວຍເຫລືອ ຜູ້ປະສົບພັຍ ຈາກລົມພະຍຸ ເກສນາ ໃນແຂວງພາກໃຕ້ກ່ອນ ຫລັງຈາກນັ້ນກໍ ຈະນຳໄປໃຊ້ ຊ່ວຍເຫລືອ ປະຊາຊົນທີ່ ຖືກສັຕຣູພືດ ທຳລາຍ ຜົລປູກໃນ ແຂວງພາກເໜືອ ໂດຍຈະຕັ້ງຄັງເຂົ້າ ຢູ່ສູນກາງນະຄອນ ຫລວງວຽງຈັນກ່ອນ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າກ່ຽວກັບ ການຊື້ເຂົ້າສານ ຄັ້ງນີ້ວ່າ:

"ປະມູນຈັດຊື້ເຂົ້າ ເພື່ອຊ່ວຍເຫລືອ ຜູ້ປະສົບພັຍ ນີ້ແຫລ໋ະເນ໋າະ ເຂົ້ານີ້ສ່ວນຫລາຍ ເຂົ້າຢູ່ໃນ ປະເທດເຮົາເອງ ເນ໋າະ ເພາະຢູ່ໃນ ປະເທດເຮົາເອງ ກໍສາມາດສນອງ ເຂົ້າໄດ້ ເພິ່ນຊິຊື້ຢູ່ ໃນພາຍໃນ ຫັ້ນແຫລ໋ະ."

ທ່ານເວົ້າ ໃນຕອນທ້າຍວ່າ ຈຳນວນເຂົ້າໃນ ຕອນທຳອິດຈະມີ 2,000ຕັນ ຊຶ່ງກະວ່າ ຕາມພັຍພິບັດ ທີ່ຜ່ານໆມາ ຄິດວ່າຈະພໍພຽງ ກັບການຊ່ວຍເຫລືອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org