ທູດລາວ ຍົກເລີກ ປີໃໝ່
ສະຖານເອກອັຄຣາສທູດ ສປປລາວ ຍົກເລີກ ງານສເລີມສລອງ ປີໃໝ່ ປະຈຳປີ ຢູ່ ບາງກອກ
-
ໂພໄຊສວັດ
2009-04-16 -
-
-
Your browser doesn’t support HTML5 audio
ອີງຕາມກະແສ ຂ່າວທ້ອງຖິ່ນ ລາຍງານມື້ ວັນທີ 14 ເມສາ ຜ່ານມາວ່າ ທາງກອງງານຂອງ ສົມເດັດພຣະເທບ ຣັຕນະຣາຊສຸດາ ສະຢາມບໍຣົມ ຣາຊກຸມມາຣີ ໄດ້ແຈ້ງ ວ່າຈາກ ກຳໜົດເດີມ ໃນວັນທີ 16 ເມສາ ພຣະອົງຈະສເດັດ ພຣະຣາຊດຳເນີນ ໄປຊົງຮ່ວມໃນ ພິທີສູ່ຂວັນ ບາສີແລະ ງານຣາຕຣີທີ່ ສະຖານເອກ ອັຄຣາສທູດ ສປປ ລາວ ເພື່ອສເລີມສລອງ ບຸນສົງການ ປີໃໝ່.
ເຖິງຢ່າງໃດ ກໍດີທາງ ສະຖານເອກ ອັຄຣາສທູດ ສປປລາວ ໄດ້ຕັດສິນໃຈ ຍົກເລີກກຳໜົດ ການຈັດພິທີ ດັ່ງກ່າວເນື່ອງຈາກ ເຫັນວ່າບໍ່ ສອດຄ່ອງ ກັບສະຖານະ ການ ໃນປັດຈຸບັນ ຈຶ່ງເຮັດໃຫ້ ກຳໜົດການ ເດີນທາງ ໄປຮ່ວມພິທີ ຂອງພຣະອົງ ຕ້ອງຖືກ ຍົກເລີກໄປ.
ຕາມປົກກະຕິ ແລ້ວໃນ ເທສການບຸນ ປີໃໝ່ລາວ ທາງສະຖານເອກ ອັຄຣາສທູດ ສປປລາວ ທີ່ບາງກອກ ປະເທດໄທ ຈະຈັດພິທີ ສູ່ຂັວນບາຍສີ ແລະງານຣາຕຣີ ປະຈຳປີ ແລ້ວກໍກາບ ທູນເຊີນ ພຣະເທບເຂົ້າຮ່ວມ ຊຶ່ງຜ່ານມາ ທຸກໆປີ ພຣະອົງກໍໄດ້ ເຂົ້າຮ່ວມໂດຍ ຕລອດ. ແຕ່ປີນີ້ເນື່ອງ ຈາກສະຖານະ ການທາງການເມືອງ ໃນບາງກອກ ມີຄວາມວຸ້ນວາຍ ໃນຫລາຍມື້ ທີ່ຜ່ານມາ ທາງສະຖານ ທູດລາວ ຈຶ່ງໄດ້ຍົກເລີກ ຈົນເກີດເປັນ ຂ່າວຄາວ ອື້ສາວໃຫຍ່ໂຕ ພໍສົມຄວນ ສຳລັບເຣື້ອງນີ້.