ຊາວບ້ານເບື່ອເຫັດ ໃນຫລາຍແຂວງ

ຫ້ອງການຣະບາດ ວີທຍາ ສປປລາວ ຕັກເຕືອນ ປະຊາຊົນ ກ່ຽວກັບການ ບໍຣິໂພກ ເຫັດປ່າ ໃນຍາມ ຣະດູຝົນ.

ຈາກການລາຍງານ ຂອງຫ້ອງການ ຣະບາດວິທຍາ ກະຊວງ ສາທາຣະນະສຸກ ສປປລາວ ໃນມື້ວັນພຸດ ທີ 10ມີຖຸນາ ທີ່ຜ່ານມາວ່າ ປັດຈຸບັນ ສະພາບການ ເບື່ອເຫັດ ເກີດຂື້ນຢ່າງ ຕໍ່ເນື່ອງ ໃນຫລາຍແຂວງ ຕາມພາກຕ່າງໆ ໃນທົ່ວປະເທດ ທັງຫມົດ ຕາມລາຍງານ ມີແລ້ວປະມານ 60 ກວ່າກໍຣະນີ ມີຄົນເສັຽ ຊີວີດແລ້ວ 8 ຄົນ, ທີ່ ແຂວງອຸດົມໄຊ ມີຜູ້ເບື່ອ ເຫັດປ່າ 8ກໍຣະນີ, ທີ່ແຂວງ ບໍຮີຄຳໄຊ ມີ 6ກໍຣະນີ, ແຂວງສວັນນະເຂດ ມີ26 ກໍຣະນີ, ແຂວງຄຳມ່ວນມີ 10ກໍຣະນີ, ແຂວງຫົວພັນ 8 ກໍຣະນີ, ແຂວງສາຣະວັນ 5ກໍຣະນີ ແລະ ແຂວງຈຳປາສັກມີ 2ກໍຣະນີ.

ເຫັດທີ່ນຳມາ ບໍຣີໂພກ ທີ່ເຮັດໃຫ້ ເບື່ອເມົານັ້ນ ກໍ່ແມ່ນ ເຫັດຣະໂງກ, ເຫັດເຜີ້ງ ແລະເຫັດປວກ ເຫັດຊນີດດັ່ງກ່າວ ປະຊາຊົນ ນິຍົມກັນເກັບ ມາກີນໃນ ຍາມຣະດູຝົນ ໃນທຸກໆປີ. ແຕ່ຕົກມາໃນ ປີນີ້ປາກົດ ວ່າເຫັດດັ່ງກ່າວ ເປັນພິດເຮັດໃຫ້ ປະຊາຊົນ ເບື່ອເມົາ ທີ່ບໍເຄີຍມີ ມາກ່ອນ ບໍຮູ້ສາເຫດ ມາຈາກຫັຍງ.

ດ້ວຍເຫດດັ່ງກ່າວ ເພື່ອຫລີກເວັ້ນ ອັນຕຣາຍທີ່ ຈະເກີດຂື້ນຈາກ ການຮັບປະທານ ເຫັດດັ່ງກ່າວ ຫ້ອງການ ຣະບາດວິທຍາ ສປປລາວ ຈື່ງໄດ້ອອກຄຳ ຕັກເຕືອນໄປ ທົ່ວປະເທດ ໃຫ້ຣະມັດຣະວັງ ໃນການ ບໍຣິໂພກເຫັດ ທີ່ເກີດຕາມ ທັມມະຊາດ ໃນຣະດູຝົນ ຫ້າມເກັບເຫັດ ທີ່ເກີດໃນ ບໍຣີເວນ ທີ່ໄຊ້ຢາຂ້າຫຍ້າ ແລະ ຂ້າສັດຕຮູພືດ ໃນເຂດ ອຸສາຫະກັມ ການກະເສດ ເພາະສານເຄມີ ຈາກຢາຂ້າຫຍ້າ ຈະຊືມລົງໄປ ໃນດີນບ່ອນທີ່ ເຫັດເກີດ ແລະ ເຫັດຊນີດນັ້ນ ກໍ່ຈະເປັນ ເຫັດພີດໄດ້ ເຖີງແມ່ນວ່າ ເປັນເຫັດທີ່ເຄີຍ ຮັບປະທາມາກ່ອນ ກໍ່ຕາມ. ທາງທີ່ດີຄວນ ຫລີກເວັ້ນການ ຮັບປະທານເຫັດປ່າ ໃນເວລານີ້. ຖ້າຊື້ເຫັດປ່າ ຕາມຕລາດ ກໍ່ຕ້ອງເອົາມາ ໃຫ້ຫນ່ວຍງານ ວີຈັຍກ່ອນກໍ່ໄດ້ ຫລືວ່າລ້າງໃຫ້ ສະອາດ ຕົ້ມໃຫ້ສຸກກ່ອນ ຈະຮັບປະທານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org