ການຊື້ຂາຍດິນໃນລາວ
ໃນຣະຍະ ບໍ່ພໍເທົ່າໃດປີ ຜ່ານມານີ້ ຢູ່ ສປປລາວ ມີການຊື້ - ຂາຍດິນກັນ ນັບມື້ນັບຫລາຍ ເປັນຕົ້ນຢູ່ຕາມ ຕົວເມືອງໃຫຍ່.
-
ຈໍາປາທອງ
2010-07-23 -
-
-
Your browser doesn’t support HTML5 audio
ໃນຣະຍະ 2–3 ປີຜ່ານມານີ້ ຢູ່ ສປປລາວ ມີການຊື້ຂາຍດິນກັນ ນັບມື້ນັບຫລາຍ ເປັນຕົ້ນດິນ ຢູ່ໃນເມືອງໃຫຍ່ ແລະຕາມເຂດ ທີ່ມີເສຖກິດ ຂຍາຍຕົວ. ຕາມຄຳເວົ້າ ຂອງພວກນັກ ຄົ້ນຄວ້າ ແລະ ສຳຫລວດທີ່ດິນ.
ການຊື້ຂາຍດິນ ກຳລັງຂຍາຍຕົວ ໃນຕລາດ ອະສັງຫາລິມະຊັບ ແລະ ຈະກາຍເປັນ ຕລາດໃຫຍ່ ໃນອະນາຄົດ ຂອງລາວ ເພາະວ່າ ປະຊາກອນ ມີຈຳນວນ ເພີ້ມຂຶ້ນ ຂນະທີ່ ຣັຖບານມີ ນະໂຍບາຍ ຫັນຊັບສິນ ຊຶ່ງຮວມທັງ ດິນເປັນທຶນ ແລະເປີດກວ້າງ ການຮ່ວມມື ທາງເສຖກິດ ກັບຕ່າງປະເທດ.
ສາເຫດຂອງ ການຂາຍດິນ ມາຈາກການ ຂາດເຂີນເງິນຄຳ ຂອງເຈົ້າຂອງດິນ ແຮງງານ ບໍ່ພຽງພໍ ການເປັນໜີ້ສິນ ການຍ້າຍຖິ່ນຖານ ໄປຢູ່ບ່ອນອື່ນ. ສ່ວນຜູ້ຊື້ດິນ ກໍມີສາເຫດ ມາຈາກ ການມີ ສະມາຊິກ ຄອບຄົວເພີ້ມຂຶ້ນ ຕ້ອງການດິນ ເພື່ອປຸກສ້າງ ທີ່ຢູ່ອາໃສ ເພື່ອການຜລິດ ກະສິກັມ ດຳເນີນ ທຸຣະກິດ ແລະອື່ນໆ.
ການຫັນດິນ ເປັນທຶນ ເປັນຫລັກຊັບ ຄ້ຳປະກັນ ເງິນກູ້ ທັງຢູ່ໃນ ຣະບົບ ແລະນອກຣະບົບ ກໍຂຍາຍຕົວຂຶ້ນ ແຕ່ຍັງບໍ່ທັນ ແພ່ຫລາຍ ທົ່ວໄປ ຍ້ອນຕລາດດິນ ໃນລາວ ຍັງອ່ອນນ້ອຍ. ສະຖາບັນ ການເງິນ ຍັງຢຸດໆຢ່ອນໆ ບໍ່ກ້າປ່ອຍ ສິນເຊື່ອ ໃຫ້ເຈົ້າຂອງດິນ ຢ່າງເຕັມສ່ວນ ເພາະຍັງບໍ່ ເຊື່ອໝັ້ນຫລາຍ ໃນການບັງຄັບ ໃຊ້ກັດໝາຍ ຢູ່ ສປປລາວ.
ກ່ຽວກັບ ຣາຄາດິນ ໃນແຕ່ລະເຂດ ແຕ່ລະທ້ອງຖິ່ນ ບໍ່ຄືກັນ. ສຳລັບດິນ ປຸກສ້າງ ດິນໃກ້ ຕົວເມືອງໃຫຍ່ ທີ່ມີທາງຖນົນ ມີໄຟຟ້າ ແລະ ມີຣະບົບ ນ້ຳປະປາ ໄປເຖິງ ກໍມີຣາຄາແພງ ຂຶ້ນໃນແຕ່ ລະປີ ໄດ້ເພີ້ມຂຶ້ນ ເຖິງ 20-30% ໃນຂນະທີ່ດິນ ຢູ່ຊົນນະບົດ ເພີ້ມຂຶ້ນ 5 ຫາ 10% ໃນແຕ່ລະປີ. ດິນແພງກວ່າໝູ່ ແມ່ນຢູ່ເຂດ ໃຈກາງນະຄອນ ຫລວງວຽງຈັນ.
ດິນໃນເຂດ ຕລາດເຊົ້າ ມີຣາຄາ ປະມານ 3 ລ້ານ 5 ແສນກີບຕໍ່ 1 ແມັດມົນທົນ.