ລາວ ສັບຊ້ອນ ຄນະຣັຖມົນຕຣີ
ທາງການລາວ ມີການສັບຊ້ອນ ຄນະຣັຖມົນຕຣີ ຢ່າງງຽບໆ ໂດຍລ່າສຸດ ຍ້າຍຣັຖມົນຕຣີ ສຶກສາທິການ ດຣ. ສົມກົດ ມັງໜໍ່ເມກ ໄປເປັນເຈົ້າແຂວງ ຊຽງຂວາງ ແລະແຕ່ງຕັ້ງ ອະດີດເຈົ້າແຂວງ ຫົວພັນ ດຣ. ພັນຄໍາ ວິພາວັນ ເປັນຣັຖມົນຕຣີ ກະຊວງ ສຶກສາທິການ ແທນ. ຕາມຣາຍງານຂ່າວ ຜູ້ຈັດການ online.
-
ມະນີຈັນ
2010-03-18 -
-
-
Your browser doesn’t support HTML5 audio
ນັ້ນກໍເປັນການ ສັບຊ້ອນ ຍ້າຍຕໍາແໜ່ງ ທີ່ເທົ່າທຽມກັນ ຫລັງຈາກ ເມື່ອເດືອນທີ່ແລ້ວ ໄດ້ຍ້າຍ ຣັຖມົນຕຣີ ສາທາຣະນະສຸຂ ໄປຮັບ 2 ຕໍາແໜ່ງ ຄືເປັນ ເລຂາພັກ ແລະເຈົ້າແຂວງ. ການແຕ່ງຕັ້ງ ໂຍກຍ້າຍ ຄນະຣັຖມົນຕຣີ ເປັນໄປຕາມ ການສເນີ ຂອງ ນາຍົກຣັຖມົນຕຣີ ບົວສອນ ບຸບຜາວັນ. ພິທີຮັບ ແລະສົ່ງມອບ ຕໍາແໜ່ງ ຣັຖມົນຕຣີ ສຶກສາທິການ ກັບຕໍາແໜ່ງ ເລຂາພັກແຂວງ ແລະເຈົ້າແຂວງ ຊຽງຂວາງ ຈັດຂຶ້ນເມື່ອ ວັນທີ 12 ມິນາ ທີ່ຜ່ານມາ ທີ່ໂຮງແຮມລ້ານຊ້າງ ໃນນະຄອນຫລວງ ວຽງຈັນ ໂດຍມີທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ເປັນປະທານພິທີ. ກົມການເມືອງ ສູນກາງພັກ ໄດ້ມີມະຕິກ່ຽວກັບ ການແຕ່ງຕັ້ງໂຍກຍ້າຍ ຄັ້ງນີ້ ຕັ້ງແຕ່ ວັນທີ 25 ມິນາປີ 2009 ແລະ ປະທານປະເທດ ໄດ້ລົງນາມຮັບຮອງ ໃນວັນທີ 29 ເດືອນດຽວກັນ.
ກ່ອນໜ້ານັ້ນ ຄືໃນວັນທີ 11 ກຸມພາ ໄດ້ມີການ ຈັດພິທີ ມອບຕໍາແໜ່ງ ຊຶ່ງ ດຣ. ພັນຄໍາ ເລຂາພັກແຂວງ ເຈົ້າແຂວງຫົວພັນ ຈະໄປຮັບໜ້າທີ່ໃໝ່ ໃນນະຄອນວຽງຈັນ ແລະແຕ່ງຕັ້ງ ດຣ. ຄໍາຮຸ່ງ ເຮືອງວົງສີ ຣັຖມົນຕຣີ ຊ່ວຍວ່າການ ກະຊວງສາທາຣະນະສຸຂ ໄປດໍາຣົງຕໍາແໜ່ງແທນ.
ສໍາລັບ ແຂວງຊຽງຂວາງ ບໍ່ເຄີຍມີການ ແຕ່ງຕັ້ງ ເຈົ້າແຂວງ ຕັ້ງແຕ່ຍານາງ ບຸນເພັງ ມູນໂພໄຊ ໄດ້ຮັບແຕ່ງຕັ້ງ ໄປເປັນຣັຖມົນຕຣີ ປະຈໍາສໍານັກງານ ນາຍົກ ໃນປີ 2006. ຕໍ່ມາມີການ ແຕ່ງຕັ້ງທ່ານ ຄໍາສິງ ດາຊາວພອນ ຂຶ້ນຮັກສາການ ເລຂາພັກແຂວງ ແລະທ່ານ ວຽງຖະໜອມ ພົມມະຈັນ ຂຶ້ນຮັກສາການ ເຈົ້າແຂວງ.
ເມື່ອປີທີ່ແລ້ວ ໄດ້ມີການແຕ່ງຕັ້ງ ດຣ. ສົມບູນ ລາດຊະສົມບັດ ເປັນຣັຖມົນຕຣີ ວ່າການ ກະຊວງພະລັງງານ ແລະບໍ່ແຮ່ ແທນ ດຣ. ບໍ່ສາຍຄໍາ ວົງດາລາ ທີ່ເຖິງແກ່ກັມ ໄປນັ້ນ.