ອະດີດອາຈານນັກສຶກສາ ຄຣູດົງໂດກຈັດຊຸມນຸມ
ບັນດາ ອະດີດອາຈານ ແລະນັກສຶກສາ ຈາກຜແນກ ພາສາອັງກິດ ສະຖາບັນສຶກສາ ວິຊາຄຣູ ດົງໂດກ ຈັດການຊຸມນຸມ ຫລັງຈາກພັດພາກ ຈາກກັນ ເປັນເວລາ ຫລາຍປີ.
-
ໂພໄຊສວັດ
2010-10-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ບັນດາອະດີດ ອາຈານ ແລະນັກສຶກສາຈາກ ຜແນກພາສາອັງກິດ ສະຖາບັນສຶກສາ ວິຊາຄຣູດົງໂດກ ຊຸມປີ 1960 ຫາ 1969 ໄດ້ຈັດການຊຸມນຸມ ພົບພໍ້ກັນ ລະຫວ່າງວັນທີ 24 ຕຸລາ ຫາ 6 ພຶສຈິກາ 2010. ງານຊຸມນຸມພົບພໍ້ກັນ ເທື່ອນີ້ເລີ້ມຈາກ ເມືອງທ່ອງທ່ຽວ ພູເກັດປະເທດໄທ ແລະ ໄປສິ້ນສຸດລົງຢູ່ ດົງໂດກ ນະຄອນຫລວງ ວຽງຈັນ.
ອະດີດຜູ້ອຳນວຍການ ຜແນກພາສາອັງກິດ ສະຖາບັນສຶກສາ ວິຊາຄຣູດົງໂດກ ອາຈານ ປິ່ນຄຳ ສິມມາລາວົງ ໄດ້ກ່າວກ່ຽວກັບ ຈຸດປະສົງຫລັກ ໃນການຈັດການ ຊຸມນຸມພົບພໍ້ກັນ ເທື່ອນີ້ວ່າ:
"ມັນໃຫ້ໂອກາດ ພວກຄຣູອາຈານເກົ່າ ແລະຄອບຄົວພີ່ນ້ອງ ເພື່ອນມິດ ທີ່ວ່າຢ່າກພົບພໍ້ກັນ ໄດ້ມີໂອກາດ ເພາະວ່າເຮົາກໍໄປ ຢູ່ຕ່າງປະເທດ ຫລາຍປະເທດ ໂອກາດ ຊິມາພໍ້ກັນ ຈັ່ງຊີ້ນີ້ ມັນກະມີຍາກ ແລະ ກໍເຣື້ອງຊຸມນຸມນີ້ ມັນກໍເປັນຫົນທາງ ນຶ່ງທີ່ໃຫ້ເຮົາມີ ໂອກາດ, ຣີຢູນຽນ ນີ້ມັນເປັນຫົນທາງ ທີ່ດີສຳລັບ ໃຫ້ເຮົາສ້າງ ຄວາມຮັກຄວາມແພງ ນີ້".
ສ່ວນຜູ້ປະສານງານ ໃນການຈັດງານ ຊຸມນຸມ ຍານາງ ນິຍົມ ປັສມໍ ຈາກປະເທດດູບາຍ ເວົ້າກ່ຽວກັບລາຍການ ການຊຸມນຸມເທື່ອນີ້ວ່າ:
"ຣີຢູນຽນ 2010 ມີຮວມທັງໝົດ ປະມານ 80 ຫາ 100 ຄົນ. ຢູ່ພູເກັດ 5 ຄືນ 6 ມື້, ຫລວງພຣະບາງ 2 ຄືນ, ຊຽງຂວາງ 2 ຄືນ, ວັງວຽງ 1 ຄືນ 2 ມື້. ຮອດວຽງຈັນ ແລ້ວກໍເຂົ້າໄປຢູ່ ດົງໂດກ, ຢູ່ Sea Game Village, ນອນຢູ່ຫັ້ນ 3 ຄືນ. ປະມານ 3 ອາທິດ".
ໃນການຊຸມນຸມ ພົບພໍ້ກັນເທື່ອນີ້ ໄດ້ມີບັນດາ ອະດີດນັກສຶກສາ ທີ່ໄດ້ໄປຕັ້ງຖິ່ນຖານ ໃນຕ່າງປະເທດ ຫລາຍໆປະເທດທົ່ວໂລກ ເຊັ່ນຈາກອັງກິດ, ຝຣັ່ງເສດ, ດູບາຍ, ການາດາ, ສະຫະຣັຖ, ອອສເຕຣເລັຍ, ໄທແລະລາວ ແລະ ອະດີດອາຈານ ທັງລາວ ແລະຕ່າງປະເທດ ເຂົ້າຮ່ວມ.
ສລຸບແລ້ວ ການຈັດການຊຸມນຸມ ພົບພໍ້ກັນໃນເທື່ອນີ້ ກໍເປັນອີກໂອກາດນຶ່ງ ທີ່ໃຫ້ໝູ່ເພື່ອນ ຄອບຄົວ ຂອງອະດີດອາຈານ ແລະນັກສຶກສາ ທີ່ໄດ້ແຍກຍ້າຍ ກັນໄປທຸກຫົນແຫ່ງ ໃນທົ່ວໂລກ ໄດ້ມາພົບພໍ້ ຮື້ຟື້ນ ຄວາມຮັກຄວາມແພງ ຫລາຍໆຄົນພ້ອມໆກັນ ຊຶ່ງຍາກທີ່ຈະມີ ໂອກາດແບບນີ້.