ຈີນ ກໍາຊັບ ລາວ ພະມ່າ ໃຫ້ກວດລ້າງ ເຈົ້າພໍ່ ຢາເສບຕິດ ເຂດສາມຫລ່ຽມຄໍາ.
ທາງການຈີນ ກໍາຊັບໃຫ້ ທາງການລາວ ແລະພະມ່າ ອອກກວດລ້າງ ກຸ່ມຕິດອາວຸດ ເຈົ້າພໍ່ຢາເສບຕິດ ສາມຫລ່ຽມຄໍາ.
-
ມະນີຈັນ
2009-02-25 -
-
-
Your browser doesn’t support HTML5 audio
ຫລັງເກີດເຫດກຸ່ມຕິດ ອາວຸດໂຈມຕີ ເຮືອສີນຄ້າຂອງຈີນ ກາງແມ່ນໍ້າຂອງ ອັນເຮັດໃຫ້ລູກເຮືອ ເສັຽຊີວິດ 1 ຄົນແລະບາດເຈັບ ອີກ 3 ຄົນເມື່ອວັນທີ 18 ກຸມພາ ຜ່ານມານັ້ນທາງ ການຈີນໄດ້ກໍາຊັບ ໃຫ້ທາງການລາວ ແລະພະມ່າອອກ ກວດລ້າງກຸ່ມຕິດ ອາວຸດຂອງເຈົ້າພໍ່ ຢາເສບຕິດໜໍ່ຄໍາ ແຫ່ງເມືອງສາມຫລ່ຽມ ຄໍາທີ່ຄາດວ່າ ເປັນຜູ້ກໍ່ເຫດ ຕາມຣາຍງານໜັງ ສືພິມມະຕິຊົນ online ສບັບວັນທີ 24 ກຸມພາ 2009ນີ້.
ໃນການກວດລ້າງນັ້ນ ຊາບວ່າທາງຝ່າຍ ລາວສາມາດຈັບກຸມ ເຄືອຂ່າຍ ຂອງນາຍໜໍ່ຄໍາ ໄດ້ 20 ກວ່າຄົນຂະນະ ທີ່ຝ່າຍພະມ່າ ຈັບກຸມໄດ້ 34 ຄົນ ນອກນັ້ນຝ່າຍ ພະມ່າຍັງສາມາດ ກວດຍຶດເຮໂຣອີນໄດ້ 350 ກວ່າກິໂລແລະ ເງິນສົດສກຸນ ເງິນບາດ 217 ລ້ານບາດພາຍຫລັງ ບຸກກວດຄົ້ນບ້ານ ຫລາຍຫລັງໃນເຂດ ບ້ານເມືອງ ໂຖບ້ານຫ້ອງລິດ ແລະບ້ານເມືອງພົງ ແຂວງທ່າຂີ້ເຫລັກ.
ຂ່າວຣາຍງານວ່າ ນາຍໜໍ່ຄໍາ ຫົວໜ້າກຸ່ມຊຶ່ງ ມີຄວາມສນິດສນົມ ກັບນາຍທະຫານ ຣະດັບສູງຂອງພະມ່າ ໃນຝັ່ງທ່າຂີ້ເຫລັກ ທີ່ຍັງຫລົບໜີ ລອຍນວນຢູ່.
ນາຍໜໍ່ຄໍາ ອາຍຸ 48 ປີເປັນອະດີດ ນາຍທະຫານໃນ ກອງທັບເມືອງໄຕ MTA ຂອງຂຸນສາ ລຸນຫລັງຂຸນສາ ວາງອາວຸດແກ່ ທາງການພະມ່າ ໃນປີ 1996 ໜໍ່ຄໍາ ໄດ້ຮັບອະນຸຍາດ ຈາກທາງການພະມ່າ ຈັດຕັ້ງກຸ່ມ ອາສາສມັກ ຢູ່ໃນແຂວງທ່າ ຂີ້ເຫລັກ ໃນປີ 2006 ນາຍໜໍ່ຄໍາ ຖືກກວດຄົ້ນ ບ້ານພັກ ແລ້ວຄັ້ງນຶ່ງ ທາງຝ່າຍເຈົ້າ ໜ້າທີ່ພະມ່າ ຊຶ່ງໄດ້ຮັບຂໍ້ມູນ ຈາກທັງຈີນແລະໄທ ສາມາດກວດຍຶດ ຢາບ້ານັບລ້ານເມັດ ແຕ່ນາຍໜໍ່ຄໍາ ໄດ້ຫລົບໜີເຂົ້າ ໄທແລ້ວເຂົ້າໄປ ລີ້ຊ່ອນຕົວ ຢູ່ໃນຝັ່ງລາວ ຈົນກະທັງຂ່າວຄາວ ງຽບລົງຈຶ່ງກັບເຂົ້າ ໄປເຂື່ອນໃຫວຢູ່ ໃນຝັ່ງພະມ່າ ຈົນເຖິງ ປັຈຈຸບັນກຸ່ມ ຂອງນາຍໜໍ່ຄໍາ ມັກຈັດເກັບ ພາສີເຮືອ ຂົນສົ່ງສີນຄ້າ ທີ່ແລ່ນໃນແມ່ ນໍ້າຂອງເປັນປະຈໍາ ນອກນັ້ນຍັງຄອຍ ຈັດເກັບພາສີ ກຸ່ມຜູ້ຄ້າສີ່ງຜິດ ກົດໝາຍທີ່ຜ່ານເຂົ້າ ອອກໃນພື້ນທີ່ ພາສີທີ່ເຂົາເກັບນັ້ນ ຖ້າເປັນເຮໂຣອີນ ກໍຈະເກັບກິໂລ ລະ 5 ພັນບາດ ຖ້າເປັນຢາບ້າ ຈະເກັບເມັດລະ 2 ບາດເຄິ່ງຫາ 3 ບາດ.