ພຣະພຸທຮູບ ຢູ່ວັດ ຫາຍໄປ
ພຣະພຸທຮູບ ຕາມວັດວາອາຮາມ ໃນເຂດໂຕເມືອງ ຫລວງພຣະບາງ ໄດ້ສູນຫາຍໄປ
-
ໂພໄຊສວັດ
2009-05-20 -
-
-
Your browser doesn’t support HTML5 audio
ອີງຕາມກະແສ ຂ່າວທ້ອງຖິ່ນ ລາຍງານຈາກ ນະຄອນຫລວງ ວຽງຈັນ ເປີດເຜີຍວ່າ ຈາກການກວດສອບ ຄັ້ງສຸດທ້າຍ ຂອງຜແນກຄຸ້ມຄອງ ວັທນະທັມ ແລະ ຜແນກ ຄຸ້ມຄອງ ມໍຣະດົກໂລກ ແຂວງ ຫລວງພຣະບາງ ພົບວ່າ ມີພຣະພຸທຮູບ ສູນຫາຍຈາກ ວັດວາອາຮາມ ຕ່າງໆໃນເຂດ ພື້ນທີ່ໂຕເມືອງ ທັງໝົດຈຳນວນ 100 ອົງ.
ການຢັ້ງຢືນໂຕເລກຄວາມ ເສັຍຫາຍ ດັ່ງກ່າວນີ້ ແມ່ນລາຍງານຂອງ ຜູ້ຊ່ຽວຊານດ້ານ ວັທນະທັມ ວັດຖຸໂບຮານ ຈາກປະເທດ ຍີ່ປຸ່ນ ຊຶ່ງກຳລັງເຮັດ ວຽກຮ່ວມກັບ ໜ່ວຍງານກ່ຽວຂ້ອງ ຂອງລາວຢູ່ໃນ ຂນະນີ້.
ທ່ານ ອ່ອນຈັນ ສຸວັນນະລິດ ຫົວໜ້າຜແນກ ຖະແຫລງຂ່າວ ແລະວັທນະທັມ ແຂວງ ຫລວງພຣະບາງ ເປີດເຜີຍຕໍ່ສື່ ມວນຊົນທ້ອງຖິ່ນ ກ່ຽວກັບເລື້ອງ ນີ້ວ່າ:
ປັດຈຸບັນນີ້ ການສູນຫາຍໄປ ຂອງ ພຣະພຸທຮູບ ຍັງເປັນບັນຫາ ແກ່ຍາວແລະ ຄຸ້ມຄອງຍາກ. ຈາກຜົນ ການກວດສອບ ຄັ້ງສຸດທ້າຍ ເຫັນວ່າ ພຣະຈຳນວນ 32 ອົງຖືກລັກ ແລະອີກ 68 ອົງສູນຫາຍ ໂດຍບໍ່ຮູ້ ສາເຫດ.
ວັດທີ່ມີພຣະ ສູນຫາຍຫລາຍ ທີ່ສຸດແມ່ນ ວັດຊຽງຂອງມີ 5 ອົງ ຊຶ່ງເປັນວັດ ທີ່ເກົ່າແກ່ ທີ່ສຸດວັດນຶ່ງ ສ່ວນວັດອື່ນໆ ກໍມີ 1 ຫາ 3 ອົງ ທັງໝົດມີ 35 ວັດແລະພຣະ ທີ່ສູນຫາຍໄປ ສ່ວນຫລາຍຈະເປັນ ພຣະທີ່ເຮັດດ້ວຍ ໄມ້ລ້ຳຄ່າ ຫາຍາກ ເປັນຕົ້ນ ໄມ້ຈວງ ໄມ້ຈັນ ຫລື ໄມ້ດຳ ແລະລ້ວນແລ້ວ ແຕ່ເປັນພຣະທີ່ ເກົ່າແກ່ ບາງອົງ ເຮັດຂື້ນແຕ່ ສະໄໝ ສັຕວັດ ທີ 14.
ເຈົ້າໜ້າທີ່ ກ່ຽວຂ້ອງ ອະທິບາຍ ອີກວ່າ ນອກຈາກນີ້ ຍັງມີ ພຣະພຸທຮູບ ”ຊົງລາວ” ຊຶ່ງເຮັດ ຫລື ລໍ່ຫລອມດ້ວຍເງິນ,ຄຳ ແລະ ທອງສຳຣິດ ຈຳນວນຫລວງຫລາຍ ທີ່ໄດ້ ຫາຍສາບສູນໄປ ຈາກ ວັດວາອາຮາມ ໃນແຂວງຕ່າງໆ ຂອງລາວ ສ່ວນຫລາຍຈະຖືກ ນຳໄປຂາຍ ໃນປະເທດ ເພື່ອນບ້ານ.