ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາ ຂອງລາວໄດ້ແຈກຢາຍ ແວ່ນຕາ ໃຫ້ແກ່ປະຊາຊົນ ຜູ້ທຸກຍາກ

ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາຂອງລາວ ໄດ້ແຈກຢາຍແວ່ນຕາ ແລະ ທຳການປິ່ນປົວຕາ ໃຫ້ແກ່ຊາວບ້ານ ໃນແຂວງ ຄຳມ່ວນ ແລະ ສວັນະເຂດ ເພື່ອເປັນຂອງຂັວນປີໃໝ່ ແກ່ຊາວບ້ານທີ່ຍາກຈົນ.

ເມື່ອບໍ່ນານມານີ້ ນາຍແພດຈາກສູນປິ່ນປົວ ແລະຮັກສາສຸຂະພາບຕາ ໃນນະຄອນ ຫລວງວຽງຈັນ ໄດ້ເດີນທາງອອກໄປ ປິ່ນປົວຕາ ແກ່ຜູ້ທີ່ມີບັນຫາຕາ ຕໍ້ກະຈົກ ພ້ອມທັງແຈກຢາຍ ແວ່ນສາຍຕາ ໃຫ້ແກ່ປະຊາຊົນ ນຶ່ງໝືນກ່ວາຄົນ ໃນ ແຂວງ ຄຳມ່ວນ ແລະແຂວງສວັນະເຂດ ເພື່ອເປັນຂອງຂັວນປີໃໝ່ປີ 2008 ດັ່ງທີ່ທ່ານ ດຣ.ວິທູນ ວິສອນນະວົງ ຫົວໜ້າສູນປິ່ນປົວ ແລະຮັກສາສຸຂະພາບຕາ ປະຈຳ ກະຊວງສາທາຣະນະສຸກ ຂອງລາວໄດ້ເປີດເຜີຽວ່າ:

(ສຽງ) "ໄດ້ສົມທົບກັບ Lens Crafter ຂອງສະຫະຣັຖ ໄດ້ໄປແຈກແວ່ນຕາ ແກ່ປະຊາຊົນ ຢູ່ແຂວງ ສວັນະເຂດ ກັບ ຄຳມ່ວນ ໄດ້ໝື່ນປາຍຄົນ ແລະຍັງໄດ້ແກ້ໄຂ ຜ້າຕໍ້ກະຈົກ ມອບສາຍຕາໃຫ້ ເປັນຂອງຂວັນ."

ການປະຕິບັດງານ ຂອງນາຍແພດ ປະຈຳສູນປິ່ນປົວ ແລະຮັກສາສຸຂະພາບຕາ ຄັ້ງນີ້ ໄດ້ມີຂື້ນເມື່ອກາງເດືອນທັນວາ ທີ່ຜ່ານມານີ້ເອງ. ນາຍແພດໄດ້ ປິ່ນປົວ ສາຍຕາ ໃຫ້ປະຊາຊົນ ໃນແຂວງຄຳມ່ວນ ແລະແຂວງສວັນະເຂດ ແລະໄດ້ແຈກຢາຍ ແວ່ນສາຍຕາ ໃຫ້ແກ່ປະຊາຊົນ ຈຳນວນ 18,000 ຄົນ.

ແວ່ນສາຍຕາຈຳນວນ ດັ່ງກ່າວ ແມ່ນໄດ້ມາຈາກ ການຊ່ວຍເຫລືອ ຂອງອົງການແວ່ນຕາ Lens Crafter ຂອງສະຫະຣັຖ ອາເມຣິກາ. ພ້ອມກັນນັ້ນຍັງໄດ້ຜ່າຕັດຕາ ຊາວບ້ານທີ່ມີບັນຫາ ຕາຕໍ້ກະຈົກຈຳນວນ 230 ກ່ວາຄົນ.

ທ່ານວ່າການທີ່ຈະເຮັດໃຫ້ ປະຊາຊົນ ໃນເຂດຊົນະບົດ ອອກມາປິ່ນປົວສາຍຕາ ຂອງຕົນເອງນັ້ນ ເປັນເຣື້ອງຍາກແທ້ໆ ດັ່ງນັ້ນ ການແຈກຢາຍແວ່ນຕານີ້ ກໍເປັນສິ່ງດຶງດູດ ເອົາຄົນປ່ວຍສາຍຕາ ໃຫ້ອອກມາປິ່ນປົວຕາ.

(ສຽງ) "ແວ່ນຕານີ້ເປັນຕົວລໍ້ ເພື່ອໃຫ້ຄົນບໍ່ເຫັນຮຸ່ງ ອອກມາກໍຫລາຍ ເຮົາຈຶ່ງຮູ້ວ່າ ຄົນທີ່ບໍ່ເຫັນຮຸ່ງຍ້ອນ ຕໍ້ກະຈົກນີ້ ກໍມີຫລາຍ ບາງເທື່ອໃຫ້ລໍຖ້າ ຜ່າຕັດເຂົາກໍບໍ່ລໍ ເພາະວ່າເຂົາມາຊື່ໆ ບໍ່ຄິດວ່າ ຈະມາຜ້າຕັດ."

ດຣ. ວິທູນ ວ່າໂຣກຕາຕໍ້ກະຈົກ ຖືວ່າເປັນໂຣກສາຍຕາອັນດັບນຶ່ງ ຂອງຄົນລາວ ທົ່ວປະເທດ, ເກີດຂື້ນກັບຄົນ ທີ່ມີອາຍຸ 40 ປີຂື້ນໄປ. ທ່ານວ່າ ລະດັບຄວາມຮູ້ ຄວາມຕື່ນຕົວ ແລະຖານະ ທາງດ້ານເສຖະກິດ ຂອງຊາວລາວ ໃນເຂດຊົນະບົດ ຈຳກັດບໍ່ໃຫ້ເຂົາເຈົ້າ ເຂົ້າມາປິ່ນປົວຕາ ຕັ້ງແຕ່ຫົວທີ. ຫັລງຈາກພະຍາດນີ້ ໄດ້ພັດທະນາຕົວ ໄປດົນນານແລ້ວ ເຮັດໃຫ້ການຜ່າຕັດບໍ່ໄດ້ຜົນ.

ສົມເນ ຣາຍງານ