ສະຫະຣັດເປັນຜູ້ນໍາ ໃນການເກັບກູ້ຣະເບີດ

ສະຫະຣັດ ອະເມຣິກາ ນໍາໜ້າ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ ປາງສົງຄາມ.

ຈຸດສີແດງ ແມ່ນພື້ນທີ່ ໃນປະເທດລາວ ທີ່ມີຣະເບີດ ຍັງບໍ່ແຕກ ຕົກຄ້າງຢູ່ RFA

ກົດຟັງສຽງ

ສະຫະຣັດ ອະເມຣິກາ ປະກອບສ່ວນ ໃນການ ຫລຸດຜ່ອນ ຜົນກະທົບ ຈາກການແຕກ ຂອງຣະເບີດ ທີ່ຕົກຄ້າງ ມາແຕ່ປາງ ສົງຄາມ ຕໍ່ພົລເຮືອນ ຢູ່ໃນໂລກ.

ໃນຖານະ ເປັນຜູ້ໃຫ້ ການຊ່ວຍເຫລືອ ເພື່ອມະນຸສທັມ ຫລາຍທີ່ສຸດ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ ຢູ່ ປະເທດລາວ ນັບຕັ້ງແຕ່ ປີ 1993 ມາ, ຣັຖບານ ສະຫະຣັດ ໄດ້ປະກອບ ສ່ວນຫລາຍກວ່າ 51 ລ້ານໂດລາ ໃນການແກ້ໄຂ ບັນຫາ ຣະເບີດ ບໍ່ທັນແຕກ ແລະຣະເບີດ ຝັງດິນ.

ສະຫະຣັດ ພຍາຍາມ ເພີ້ມການຊ່ວຍເຫລືອ ຫລາຍຂຶ້ນ ໃນຣະຍະ 3 ປີ ຜ່ານມານີ້ ທີ່ໄດ້ໃຫ້ ການຊ່ວຍເຫລືອ ຫລາຍກວ່າ 16 ລ້ານໂດລາ ໂດຍການ ຮ່ວມມືກັບ ຣັຖບານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທັງເຮັດວຽກ ຮ່ວມກັນ ຜ່ານອົງການ ເກັບກູ້ຣະເບີດ ບໍ່ທັນແຕກ ຫລື UXO ຂອງລາວ. ຕາມຄໍາເວົ້າ ໃນແຈ້ງການ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ສະບັບ ລົງວັນທີ 9 ພຶສຈິກາ 2010.

ໃນປັດຈຸບັນນີ້ ກະຊວງການ ຕ່າງປະເທດ ສະຫະຣັດ ຊ່ວຍເຫລືອ ໂຄງການຕ່າງໆ ໃນການເກັບ ກູ້ຣະເບີດ ບໍ່ທັນແຕກ, ໃນດ້ານການ ສຶກສາ ກ່ຽວກັບຄວາມສ່ຽງ ແລະ ຊ່ວຍເຫລືອ ຜູ້ໄດ້ຮັບ ເຄາະຮ້າຍ ຢູ່ປະເທດລາວ ໂດຍຜ່ານອົງການ ຮັບຜິດຊອບ ກິຈການ ທະຫານ-ການເມືອງ ແລະ ການເກັບກູ້ ອາວຸດ.

ໃນງົບປະມານ ປີ 2010 ກະຊວງການ ຕ່າງປະເທດ ສະຫະຣັດ ໄດ້ໃຊ້ຈ່າຍ ຫລາຍກວ່າ 5 ລ້ານ 1 ແສນໂດລາ ເຂົ້າໃນການ ຊ່ວຍເຫລືອ ໂຄງການຕ່າງໆ. ໃນທ້າຍຊຸມປີ 1990 ກະຊວງ ປ້ອງກັນ ປະເທດ ສະຫະຣັດ ໄດ້ຊ່ວຍຝຶກ ອົບຮົມ ແລະ ຊ່ວຍອຸປກອນ ເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ໃຫ້ແກ່ທິມງານ ຂອງລາວ ແລະ ທັງໃຫ້ຂໍ້ມູນ ຢ່າງກວ້າງຂວາງ ກ່ຽວກັບການ ຖິ້ມຣະເບີດ ໃນສມັຍສົງຄາມ ວຽດນາມ ແກ່ ຣັຖບານລາວ ແລະໜ່ວຍ ເກັບກູ້ຣະເບີດ ບໍ່ທັນແຕກ ສາກົນ ເພື່ອເປັນທິດ ໃນການເກັບກູ້.

ນັບແຕ່ປີ 2006 ມາ ກະຊວງ ກະສິກັມ ສະຫະຣັດ ໄດ້ຊ່ວຍ 10 ລ້ານ 6 ແສນ ໂດລາ ສຳລັບໂຄງການ ຢູ່ລາວ ອັນມີທັງ ໂຄງການອາຫານ ຢູ່ໂຮງຮຽນ, ການເກັບກູ້ ຣະເບີດ ບໍ່ທັນແຕກ ໃນເຂດໂຮງຮຽນ ແລະເຂດ ອ້ອມແອ້ມ ໂຮງຮຽນ ແລະໃນການ ສຶກສາກ່ຽວກັບ ຄວາມສ່ຽງຈາກ ຣະເບີດຝັງດິນ. ຣັຖບານ ສະຫະຣັດ ຄາດຫວັງວ່າ ຈະໃຫ້ການ ສນັບສນູນ ລາວ ໃນການແກ້ ໄຂບັນຫາ ດັ່ງກ່າວ ອີກຕໍ່ໄປ ໃນປີ 2011 ທີ່ຈະມາ ເຖິງນີ້. ຕາມການແຈ້ງການ ຂອງ ກະຊວງການ ຕ່າງປະເທດ ສະຫະຣັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org