ນິວຊີແລນຈະຊ່ອຍລາວ ເກັບກູ້ຣະເບີດ

ປະເທດ ນິວຊີແລນ ຈະໃຫ້ເງິນ ຊ່ອຍເຫລຶອ ສປປລາວ ໃນການເກັບ ກູ້ຣະເບີດ.


ກົດຟັງສຽງ

ຍານາງ ຈໍຈີນາ ເຕ ເຮີເຮີ ຣັຖມົນຕຣີ ຄວບຄຸມ ແລະ ຕ້ານການໃຊ້ ອາວຸດ, ປະກາດ ໃນມື້ວັນ ອັງຄານ ນີ້ວ່າ ຣັຖບານ ນິວຊີແລນ ຈະອະນຸມັດ ເງິນຊ່ອຍເຫລຶອ ລາວ 1 ລ້ານ 1 ແສນໂດລາ ນິວຊີແລນ ເພື່ອຊ່ອຍເກັບ ກູ້ຣະເບີດ ທີ່ບໍ່ທັນແຕກ ໃນລາວ. ນາງວ່າ ເປັນເວລາ ກວ່າ 30 ປີ ທີ່ຄວາມຂັດແຍ່ງ ໄດ້ສິ້ນສຸດ ລົງໃນ ອິນໂດຈີນ ແຕ່ຣະເບີດ ບອມບີ ແລະ ລູກຣະເບີດອຶ່ນໆ ທີ່ຍັງຕົກຄ້າງ ຢູ່ໃນລາວ ທີ່ບໍ່ທັນແຕກ ຍັງສືບຕໍ່ ເຂັ່ນຂ້າ ປະຊາຊົນ ລາວ ໃນແຕ່ລະວັນ ຢູ່.

ນາງວ່າ ປະມານ ນຶ່ງສວ່ນສີ່ ຂອງຫມູ່ບ້ານ ໃນລາວ ໄດ້ຮັບ ຜົລກະທົບ ຈາກລູກຣະເບິດ ດັ່ງກ່າວຢູ່ ໃນເວລານີ້ ທີ່ເປັນພັຍ ນາບຂູ່ຕໍ່ ຊີວິດການ ເປັນຢູ່ ຂອງປະຊາຊົນ ແລະ ກໍ່ເປັນອຸປສັກ ໃນການພັທນາ ເສຖກິດ ຂອງລາວ.
ນາງ ເຮີເຮີ ໄດ້ເຂົ້າຮ່ວມ ກອງປະຊຸມ ປະເທດພາຄີ ຕ້ານການໃຊ້ ຣະເບີດບອມບີ ເປັນຄັ້ງທຳອິດ ໃນລາວ ນາງວ່າ ເງິນຈຳນວນ ດ່ັງກ່າວ ຈະຊ່ອຍ ຣັຖບານລາວ ໃນການເກັບກູ້ ຣະເບີດ ທີ່ແຂວງຊຽງຂວາງ ພາກຕາເວັນ ອອກສ່ຽງເຫນືອ ໃນເຂດທົ່ງ ໃຫຫີນ ຊຶ່ງເປັນບ່ອນທີ່ ຫນ່ວຍງານຈາກ ປະເທດ ນິວຊີແລນ ປະຕິບັດ ງານ ໃນໂຄງການຕ່່າງໆ ໃນນັ້ນ ຮ່ວມດ້ວຍການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ.

ສປປລາວ ເປັນນຶ່ງ ໃນຈຳນວນ 36 ປະເທດ ທີ່ໄດ້ຮັບ ຜົລກະທົບ ຈາກຣະເບີດ ບອມບີ ແລະຍັງມີ 85 ປະເທດໃນໂລກ ທີ່ຍັງສະສົມ ຣະເບີດ ດັ່ງກ່າວ ນີ້ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org