ພະຍຸເກສນາຜ່ານໄປ ຜົລກະທົບຍັງຍືດເຍື້ອ

ສປປລາວ ຍັງປະເຊີນ ກັບຜົລກະທົບ ຈາກລົມພະຍຸ ເກສນາ ທີ່ຜ່ານເຂົ້າ ເຂດແຂວງພາກ ໃຕ້ຂອງລາວ ເມື່ອປີທີ່ ຜ່ານມານັ້ນຢູ່.


ກົດຟັງສຽງ

ໃນແຂວງພາກໃຕ້ ຂອງລາວ ກໍາລັງ ພຍາຍາມ ແກ້ໄຂບັນຫາ ສຸກເສີນ ທີ່ເກີດຈາກ ພະຍຸເກສນາ ທີ່ເຮັດໃຫ້ເກີດ ນໍ້າຖ້ວມ ສ້າງຄວາມເສັຽຫາຍ ໃຫ້ແກ່ ພືດຜົລ ຂອງປະຊາຊົນ ກ່ອນໜ້າ ຈະຮອດຣະດູ ເກັບກ່ຽວ ເມື່ອປີກາຍ ຊຶ່ງເຮັດ ໃຫ້ປະຊາຊົນ ທີ່ເຮັດນາພໍ ກຸ້ມຕົນເອງນັ້ນ ຕົກສູ່ສະພາບ ທຸກຍາກຂຶ້ນຕື່ມ.

ເດັກນ້ອຍ ໃນເຂດບ້ານຕ່າງໆ ເຊັ່ນໃນ ແຂວງອັດຕະປື ໄດ້ຮັບຄວາມ ກະທົບ ກະເທືອນຫລາຍ. ເກືອບຮອດ 20 ເປີເຊັນ ຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຂາດສານ ອາຫານ ຢ່າງໜັກໜ່ວງ ແລະ ຢູ່ໃນສະພາບ ທີ່ເອີ້ນວ່າ ສຸກເສີນ. ອົງການ ໃຫ້ການຊ່ວຍເຫລືອ ຂນະນີ້ ຢູ່ຣະຫວ່າງ ການສົ່ງເຄື່ອງ ຊ່ວຍປ້ອນເຂົ້າ ເດັກນ້ອຍລາວ ໃນເຂດ ທີ່ໄດ້ຮັບ ຜົລກະທົບ ທີ່ສຸດນັ້ນ. ທ່ານ Grant Power ຜູ້ອໍານວຍການ ຝ່າຍປະຕິບັດງານ ຂອງ ອົງການວິສັຍທັດ World Vision Lao ເວົ້າວ່າ ຢູ່ລາວ ທາງ ສະຫະ ປະຊາຊາດ ຣັຖບານແລະ ອົງການຊ່ວຍເຫລືອ ກໍາລັງເຮັດວຽກ ຮ່ວມກັນ ແກ້ໄຂບັນຫາ ນັ້ນໃຫ້ໄດ້. ຜົລສະທ້ອນ ລະຍະຍາວນານ ຈາກ ພະຍຸໃຕ້ຝຸ່ນ Ketsana ຍັງມີຢູ່ຕໍ່ໄປ ພາຍຫລັງ 1 ປີ ທີ່ໄດ້ພັດຜ່ານ ເຂົ້າຟີລິບປິນ, ວຽດນາມ, ກັມພູຊາ ແລະລາວ ເຮັດໃຫ້ເກີດ ນໍ້າຖ້ວມ ແລະ ລົມພັດແຮງ.

ສໍາລັບ ຟີລິບປິນ ຊຶ່ງ ພະຍຸເກສນາ ໄດ້ພັດຜ່ານເຂົ້າ ຄືກັນນັ້ນ ເຮັດໃຫ້ເກີດ ຝົນຕົກ ແທກນໍາຝົນ ໄດ້ສູງເກືອບ ເຄິ່ງແມັຕໃນມື້ດຽວ ມາຮອດມື້ນີ້ ຍັງມີ ຜູ້ທຸກຍາກ ທີ່ລອດຊີວິດ ໄດ້ນັ້ນ ຍັງອາສັຍຢູ່ເຮືອນ ພັກຊົ່ວຄາວ ເປັນຜ້າຕັ້ງ ຢາຍກັນຢູ່ໃນເຂດ ທີ່ເຄີຍເປັນບ້ານ ທີ່ຊຸດໂຊມ ຂອງພວກເຂົາ ໂດຍບໍ່ມີຄວາມ ແນ່ນອນ ໃນອະນາຄົດ ຂນະທີ່ທາງການ ພຍາຍາມ ເຈຣະຈາ ເລື່ອງກັມມະສິດ ທີ່ດິນ ເພື່ອໃຫ້ພວກເຂົາ ມີບ້ານຖາວອນຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org