ໂຮງໄຟຟ້າ ຫົງສາລິກໄນ ຜ່ານບົດ ປະເມີນຜົນ

ຫ້ອງການ ສິ່ງແວດລ້ອມ ແຂວງໄຊຍະບູລີ ຢືນຢັນວ່າ ໂຮງໄຟຟ້າ ຫົງສາລິກໄນ ຜ່ານບົດ ປະເມີນຜົນ ກະທົບ ສິ່ງແວດລ້ອມ ແລ້ວ.

ຫ້ອງການ ສິ່ງແວດລ້ອມ ແຂວງໄຊຍະບູລີ ວ່າ ໂຮງໄຟຟ້າ ຫົງສາລິກໄນ ຢູ່ເຂດເມືອງ ຫົງສາ ຜ່ານບົດ ປະເມີນຜົນ ກະທົບທາງດ້ານ ສິ່ງແວດລ້ອມ ເສຖກິດ ແລະ ສັງຄົມແລ້ວ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຫ້ອງການ ທ່ານນຶ່ງ ກ່າວວ່າ:

"ທາງໂຄງການ ເພີ່ນກໍໄດ້ ມີບົດສຶກສາ ຜົນກະທົບ ສິ່ງແວດລ້ອມ ແລ້ວເນາະ ດ້ານສິ່ງແວດລ້ອມ ທາງດ້ານເສຖກິດ ແລະສັງຄົມ ເພີ່ນໄດ້ຂຽນບົດ ອອກລະອຽດແລ້ວ ເຫັນດີເປັນ ເອກກະພາບ ກັນໝົດ ແລ້ວ ຕົວຈິງເພີ່ນ ກໍໄດ້ສຶກສາ ໝົດແລ້ວ ມີກໍສິມີໜ້ອຍ".

ຈາກການລົງ ສຳຣວດພື້ນທີ່ ຂອງຊາວໄທ ກຸ່ມນຶ່ງ ທີ່ເຜີຍແຜ່ ທາງ ເວບ ບລອກ OK Nation ວ່າ ໂຄງການນີ້ ຈະມີການ ຈັດຕັ້ງ ຣະບົບປ້ອງກັນ ສຽງດັງ ແລະ ປ້ອງກັນຝຸ່ນ ບໍ່ໃຫ້ອອກສູ່ ສະພາບ ແວດລ້ອມ ໂດຍຈະມີການ ສ້າງປ່ອງຄວັນ ສູງ 250 ແມັດ ເພື່ອໃຫ້ຄວັນ ທີ່ເກີດຈາກການ ເຜົາຖ່ານຫີນນັ້ນ ພົ້ນຈາກ ປະຊາຊົນ ທີ່ອາໃສ ໃນບໍຣິເວນ ໃກ້ຄຽງ.

ກ່ຽວກັບການ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ໂຄງການນັ້ນ ຍັງຢູ່ໃນ ຂັ້ນຕອນ ຂອງການສຳຣວດ ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ເວົ້າວ່າ:

"ຍັງເກັບກຳ ຂໍ້ມູນອີກຕື່ມ ສລຸບ ບໍ່ທັນໄດ້ນະ ເຂົາເຈົ້າຍັງ ລົງມືຢູ່ ເພາະມັນມີພື້ນທີ່ ບາງສ່ວນທີ່ຄິດວ່າ ມັນຈະບໍ່ມີ ຜົນກະທົບ ແຕ່ວ່າເຂົາເຈົ້າ ຄາດກະວ່າ ຍ່ານມີຜົນ ກະທົບ ເຂົາເຈົ້າກໍຍັງລົງ ຢູ່ດຽວນີ້ນະ".

ທ່ານວ່າ ໂຄງການນີ້ ເປັນໂຄງການ ທີ່ໄດ້ຮັບຄວາມ ສົນໃຈ ຈາກນັກ ວິຊາການ ແລະໜ່ວຍງານ ພາກປະຊາຊົນ ໃນປະເທດໄທ ເຊັ່ນກັນ ເນື່ອງຈາກວ່າ ພວກເຂົາເຈົ້າ ມີຄວາມກັງວົນນຳ ຄວັນທີ່ຈະເກີດ ຈາກໂຮງງານ ໄຟຟ້າ ຊຶ່ງອາດສົ່ງ ຜົນກະທົບ ໄປເຖິງແຂວງນ່ານ ຂອງໄທ ແລະ ທັງເປັນຫ່ວງວ່າ ໂຄງການນີ້ ຈະຊ້ຳຮອຍ ໂຮງງານໄຟຟ້າ ແມ່ເມາະ ຢູ່ແຂວງ ລຳປາງ ຂອງໄທ ຫລືບໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org