ຊາວບ້ານຈາກເຂື່ອນນໍ້າເທີນ 2 ມີຊີວິດດີຂື້ນ

ປະຊາຊົນ ບາງຄອບຄົວ ທີ່ອາໄສຢູ່ເຂດ ເຂື່ອນໄຟຟ້າ ນໍ້າເທີນ 2 ຢູ່ແຂວງ ຄຳມ່ວນ ຮູ້ສຶກວ່າມີ ຊີວິດດີຂຶ້ນ ແຕ່ການ ທໍາມາຫາກິນ ຍັງບໍ່ຄ່ອຍດີ ປານໃດ.

0:00 / 0:00

ກົດຟັງສຽງ

ປະຊາຊົນ ບາງຄອບຄົວ ທີ່ອາໄສຢູ່ເຂດ ເຂື່ອນໄຟຟ້ານ້ຳເທີນ 2 ທີ່ແຂວງ ຄຳມ່ວນ ຮູ້ສຶກວ່າມີຊີວິດດີຂຶ້ນ ກວ່າເດີມ ຍ້ອນວ່າມີນ້ຳ ແລະໄຟຟ້າໃຊ້ ດັ່ງນາງ ຄຳຂານ ເວົ້າວ່າ:

"ທຸກມື້ ມີການປ່ຽນແປງ ຫລາຍ ຄືນໍ້າໄຫລ ໄຟສວ່າງ ປະຊາຊົນ ກໍດີອົກດີໃຈ ຕໍ່ທິດທາງຂອງຂັ້ນເທິງ".

ແຕ່ໃນຂນະ ດຽວກັນນັ້ນ ພວກເຂົາເຈົ້າກໍວ່າ ການທຳມາຫາກິນ ມີຄວາມ ລຳບາກຂຶ້ນ ເພາະບໍ່ຄຸ້ນເຄີຍ ກັບສະຖານທີ່ໃໝ່. ນາງ ຄຳຂານ ເວົ້າຕື່ມອີກວ່າ ເຖິງມີໄຟ ມີນ້ຳໃຊ້ ຖນົນກໍສະດວກ ກວ່າແຕ່ກ່ອນ ແຕ່ການ ທຳມາຫາກິນ ປະກອບອາຊີບ ກະເສຕກອນ ຍັງບໍ່ຄ່ອຍດີ ປານໃດ, ຍັງຕ້ອງໄດ້ປັບຕົວ ອີກຫລາຍ ໂດຍສະເພາະ ການຫັນໄປເຮັດ ອາຊີບຫາປາ.

ສ່ວນວ່າ ທ້າວ ສຸກ ບຸນເກີດ ຜູ້ທີ່ໄດ້ໂຍກຍ້າຍ ອອກມາຈາກແຖບໃກ້ ເຊບັ້ງໄຟ ບອກວ່າ ປັດຈຸບັນມີ ນ້ຳເປິເປື້ອນໄຫລ ອອກມາຈາກເຂື່ອນ ໄຟຟ້ານ້ຳ ເທີນ 2 ເຮັດໃຫ້ບໍ່ມີ ນໍ້າດີໃຊ້ສໍາລັບ ການປູກຝັງ ແລະ ຊ່ວງນີ້ຝົນຕົກຫລາຍ ຢ້ານວ່າ ພືດຜົນຈະໄດ້ ຮັບຄວາມເສັຍຫາຍ.

ແຕ່ເຖິງຢ່າງໃດກໍຕາມ ທະນາຄານໂລກ, ທະນາຄານ ພັທນາເອເຊັຍ ບໍຣິສັດນ້ຳເທີນ 2 ແລະ ຣັຖບານລາວ ກໍວ່າ ຈະເຮັດໃຫ້ສະພາບ ການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກເຂື່ອນ ນັ້ນດີຂຶ້ນ ແລະ ສາມາດທຳການ ຜລິດຫາລາຍໄດ້ ເພີ້ມຂຶ້ນ 2 ເທົ່າຕົວ ພາຍໃນ 5 ປີ ດັ່ງທີ່ ຣັຖບານລາວ ໄດ້ໃຫ້ສັນຍາ ໄວ້ກັບ ທະນາຄານໂລກ.