ການຈູດປ່າ ກະທົບ ຣະບົບ ຫາຍໃຈ

ໝອກຄວັນ ຈາກການຈູດປ່າ ເຮັດໃຫ້ ປະຊາຊົນ ໃນແຂວງບໍ່ແກ້ວ ເຣີ້ມເປັນ ໂຣກຣະບົບ ທາງເດີນຫາຍໃຈ

ບັນຫາ ຄວັນໄຟ ຈາກ ການຈູດປ່າເຮັດໄຮ່ໃນແຂວງບໍ່ແກ້ວເຮັດໃຫ້ອາກາດເສັຍແລະ ປະຊາຊົນ ຫາຍໃຈເອົາອາກາດ ທີ່ເປັນພິດເຂົ້າໄປໃນປອດ, ​ໂດຍສະເພາະເດັກນ້ອຍເຣີ້ມມີອາການ ບໍ່ສະບາຍແລະເປັນໂຣກ ທາງເດີນຫາຍໃຈ, ອີງຕາມ ຄໍາເວົ້າ ຂອງຍານາງເພັງແກ້ວ ຈຸດີ, ​ເຈົ້າໜ້າທີ່ໂຮງໝໍແຂວງບໍ່ແກ້ວ.

ມີ ມີຫລາຍຢູ່ແບບເປັນຫວັດເປັນໄອ, ​ແພ້ອາກາດ ມີມາທຸກມື້ເດັກອາຍຸ 1-10 ປີເພາະເປັນ ອາກາດ ປ່ຽນແປງ ດ໋ຽວມືດ ດ໋ຽວຮ້ອນ ນີ່ນ່າ.”

ບັນຫາ ຄວັນໄຟເຣີ່ມມີຂຶ້ນ ແຕ່ຕົ້ນເດືອນມີນາເປັນຕົ້ນມາ ຍ້ອນມີການຖາງປ່າ-ຈູດໄຮ່ ​ພ້ອມໆ​ກັນໃນແຂວງບໍ່ແກ້ວ, ຊຶ່ງເປັນຕົ້ນຣະດູ ການປູກຝັງ, ດັ່ງນັ້ນ ການລ້າງໜ້າດິນ ດ້ວຍການເຜົາປ່າເຮັດໃຫ້ອາກາດເປັນພິດ.

ໝອກຄວັນ ຈະເຣີ້ມໜາຕຶບໃນຕອນເຊົ້າ ສົ່ງຜົນກະທົບ ຕໍ່ປະຊາຊົນໃນພື້ນທີ່, ​ໂດຍສະເພາະເດັກນ້ອຍ ທີ່ຫາຍໃຈເອົາອາກາດ ທີ່ເປັນພິດເຂົ້າໄປໃນປອດໂດຍທີ່​ບໍ່​ຮູ້ສຶກ​ໂຕ, ຊຶ່ງເດັກນ້ອຍເຫລົ່ານັ້ນໄດ້ເຂົ້າໄປຮັກສາໃນໂຮງໝໍ ຢ່າງຕໍ່ເນື່ອງ.

ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເວົ້າວ່າ ພາກສ່ວນກ່ຽວຂ້ອງ ກໍໄດ້ກຽມຫາທາງ ແກ້ໄຂ ຕໍ່ກໍຣະນີ ດັ່ງກ່າວ:

“​ແຕ່ວ່າ​ ​ເບື້ອງເຮົາ ຕອນນີ້ ກໍມີຜົນກະທົບແຕ່ວ່າ ບໍ່ມີບັນຫາ, ທາງອຸຕຸນິຍົມ ອຸທຸກະສາດ ກໍໃຫ້ຂໍ້ມູນຕ່າງໆເພິ່ນກໍລົງກວດກາແລ້ວ ທາງສູນກາງເພິ່ນກໍມີ ຄໍາສັ່ງເພິ່ນໃຫ້ເຕືອນແລະໃຫ້ເອົາໃຈໃສ່ ຕິດຕາມ.”

ບັນຫາ ໝອກຄວັນ ຈາກການຖາງປ່າເຮັດໄຮ່ເປັນບັນຫາໃຫຍ່ ທີ່ສົ່ງຜົນກະທົບໃນ 3 ປະເທດ ເຊັ່ນ ລາວ, ​ໄທແລະ ພະມ້າ ​ເຣີ້ມ​ແຕ່ ປີ 2008 ​ແລະ ປີ 2009. ພ້ອມດຽວກັນນັ້ນ, ໝອກຄວັນ ດັ່ງກ່າວ ຍັງເຮັດໃຫ້ ອາກາດ ຜິດປົກກະຕິແລະສົ່ງຜົນກະທົບ ໃນການເດີນທາງ ທາງອາກາດ ອີກດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org