ສະຫະປະຊາຊາດ ໃຫ້ການຊ່ວຍເຫລືອ ແກ່ລາວ ສໍາລັບ ຜູ້ປະສົພພັຍ ພະຍຸເກສນາ
ສະຫະປະຊາຊາດ ຂົນຂວາຍ ການຊ່ວຍເຫລືອ ແກ່ລາວ ພາຍຫລັງທີ່ລາວ ໄດ້ຮັບຄວາມ ເສັຽຫາຍ ຢ່າງໜັກຈາກ ນໍ້າຖ້ວມ ຍ້ອນພະຍຸ ໃຕ້ຝຸ່ນເກສນາ ພ້ອມດຽວກັນ ລາວ ໄດ້ຕັດສີນໃຈ ຊ່ວຍວຽດນາມ ທີ່ປະເຊີນກັບ ພະຍຸເກສນາ ເປັນໄມ້ທ່ອນ 1ພັນແມັດກ້ອນ.
-
ມະນີຈັນ
2009-10-23 -
-
-
Your browser doesn’t support HTML5 audio
ສະຫະປະຊາຊາດ ຂົນຂວາຍ ຊ່ວຍເຫລືອລາວ ໃຫ້ໄດ້ຫລາຍກວ່າ 10ລ້ານໂດລາ ສະຫະຣັຖ ພາຍຫລັງເກີດໄພ ນໍ້າຖ້ວມ ຊຶ່ງເກີດຈາກ ພະຍຸ ໄຕ້ຝຸ່ນເກສນາ ທີ່ສ້າງຄວາມເສັຽຫາຍ ໃຫ້ປະຊາຊົນລາວ ຈໍານວນນຶ່ງທີ່ ທຸກຈົນທີ່ສຸດ. ຕາມຣາຍງານຂ່າວ ຈາກອົງການ IRIN ໃນນະຄອນ ຫລວງວຽງຈັນ ວັນທີ 22 ຕຸລານີ້.
ພະຍຸໄຕ້ຝຸ່ນ ເກສນາ ໄດ້ພັດຜ່ານເຂົ້າ ລາວ ເມື່ອວັນທີ 29 ກັນຍາ ພາຍຫລັງທີ່ໄດ້ ເຮັດໃຫ້ເກີດ ນໍ້າຖ້ວມ ແລະ ຫລາຍຮ້ອຍຄົນ ເສັຽຊີວິດຢູ່ ຟິລິຟປິນ ວຽດນາມ ແລະ ກັມພູຊາ.
ຂໍ້ມູນ ທາງການລາວ ຣະບຸວ່າ ພະຍຸ ເກສນາ ທີ່ພັດເຂົ້າລາວ ໃນເຂດແຂວງ ພາກໃຕ້ ຄື ອັຕປື ເຊກອງ ສາຣະວັນ ສວັນນະເຂດ ແລະ ຈໍາປາສັກ ມີຊາວລາວ ເສັຽຊີວິດຍ້ອນ 17 ຄົນ ແລະອີກ 178ພັນຄົນ ໄດ້ຮັບຄວາມ ກະທົບກະເທືອນ.
ໄພນໍ້າຖ້ວມ ເທື່ອນີ້ ຂ້ອນຂ້າງຮ້າຍແຮງ ໃນລະຍະຫລາຍປີ ຜ່ານມາ. ຍານາງ ອ່ອນຈັນ ທັມມະວົງ ຣັຖມົນຕຣີ ກະຊວງ ແຮງງານ ແລະສວັດດີການ ສັງຄົມຂອງລາວ ກ່າວຕໍ່ບັນດາ ທູຕານຸທູດ ວ່າ ປະຊາຊົນລາວ ຫລາຍກວ່າ 27ພັນຄອບຄົວ ໄດ້ຮັບຜົລກະທົບ; ເນື້ອທີ່ປູກເຂົ້າ ແລະພືດຜົລຕ່າງໆ 20 ພັນເອັກຕາຣ ໄດ້ຮັບຄວາມ ເສັຽຫາຍ.
ເຈົ້າໜ້າທີ່ ປະສານງານ ສະຫະປະຊາຊາດ ໃນລາວ Sonam Yangchen Rana ບອກວ່າ ໄພນໍ້າຖ້ວມນັ້ນ ກະທົບກະເທືອນ ເຂດເມືອງ ທີ່ຢູ່ຫ່າງໃກ ແລະ ທຸກຍາກທີ່ສຸດ ຂອງລາວ ຊຶ່ງເປັນເຂດທີ່ ອາຫານ ມີບໍ່ພຽງພໍ ຢູ່ກ່ອນແລ້ວ. ເດັກນ້ອຍຫລາຍກວ່າ 50ສ່ວນຮ້ອຍ ມີນໍ້າໜັກຕົວ ບໍ່ໄດ້ມາຕຖານ ຂາດສານອາຫານ ແລະ ໄພນໍ້າຖ້ວມນັ້ນ ຍີ່ງຈະເຮັດໃຫ້ ສະພາບ ດັ່ງກ່າວ ຮ້າຍແຮງຂຶ້ນ ແລະເງິນ 10ລ້ານ ນຶ່ງຮ້ອຍ53ພັນ 972ໂດລາ ທີ່ສະຫະ ປະຊາຊາດ ຮຽກຮ້ອງຂໍການ ຊ່ວຍເຫລືອນັ້ນ ຈະຊ່ວຍແກ້ໄຂ ຄວາມຈໍາເປັນ ດ້ານມະນຸສທັມ ສໍາລັບ ປະຊາຊົນລາວ ປະມານ 178ພັນຄົນ ໃນລະຍະ 6 ເດືອນຂ້າງໜ້າ.
ທາງດ້ານຂ່າວ Thai Press ຣາຍງານວ່າ ພັກ-ຣັຖບານ ສປປລາວ ຕັດສີນໃຈ ຊ່ວຍປະຊາຊົນ ວຽດນາມ ໃນເຂດແຂວງ ພາກກາງ ທີ່ໄດ້ ປະເຊີນກັບ ພະຍຸໄຕ້ຝຸ່ນ ເກສນາ ເຊັ່ນກັນນັ້ນ ເປັນໄມ້ທ່ອນ 1 ພັນແມັດກ້ອນ.