ກຸ່ມ ”ຮັກຊຽງຂອງ” ຂໍໃຫ້ ຣັຖບານໄທ ພິຈາຣະນາ ໂຄງການຮ່ວມ ໃນແມ່ນໍ້າຂອງ ຄືນໃໝ່
ກຸ່ມຊົນ ທີ່ຮັກ ຊຽງຂອງ ໃນໄທ ຮຽກຮ້ອງ ໃຫ້ຣັຖບານ ໄທ ທົບທວນນະໂຍບາຍ ການຮ່ວມມືທາງ ເສຖກິດ ກັບລາວ ແລະ ບັນດາປະເທດ ແມ່ນ້ຳຂອງ ຄືນໃໝ່.
-
ໂພໄຊສວັດ
2009-10-20 -
-
-
Your browser doesn’t support HTML5 audio
ກຸ່ມຊົນໃນໄທ ທີ່ເອີ້ນໂຕເອງວ່າ ”ຮັກຊຽງຂອງ” ໄດ້ອອກຖແລງການ ໃນກອງປະຊຸມ ມະຫະກັມ ປະຊາຊົນ ອາຊຽນ ເພື່ອຮຽກຮ້ອງໃຫ້ ຣັຖບານໄທ ຍຸຕິການຮ່ວມມື ທາງເສຖກິດ ກັບຫລາຍປະເທດ ໃນແຖບລຸ່ມ ແມ່ນ້ຳຂອງ ຮວມທັງລາວ ໃນໂຄງການ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ທີ່ຈະສົ່ງຜົນ ກະທົບຕໍ່ ປະຊາຊົນ ດັ່ງຜູ້ຕາງໜ້າ ກຸ່ມຮັກຊຽງຂອງ ໄດ້ເວົ້າກ່ຽວກັບ ເຮື້ອງນີ້ວ່າ:
"ຊ່ອຍບອກໃຫ້ ຣັຖບານໄທ ທົບທວນການ ຮ່ວມມືທາງເສຖກິດ ກັບປະເທດຈີນ ພະມ້າ ລາວ ກໍາພູຊາ ແລະວຽດນາມ ຍຸຕິການກະທຳ ຂອງພໍ່ຄ້າທີ່ ຫວັງກອບໂກຍ ຜົນປະໂຫຍດ ຈາກປະເທດນ້ອຍໆ ໃນແຖບ ລຸ່ມແມ່ນ້ຳຂອງ, ໂດຍຍຸຕິການ ສ້າງເຂື່ອນກັ້ນ ແມ່ນ້ຳຂອງ."
ທ່ານຍັງເວົ້າອີກວ່າ ໃນລະຍະ20ປີທີ່ຜ່ານມາ ສະພາບແມ່ນ້ຳຂອງ ໄດ້ປ່ຽນແປງໄປ ຈະສັງເກດໄດ້ ຢ່າງຄັກແນ່ ຈາກລະດັບນ້ຳ ທີ່ບົກລົງ ແລະ ການຮ່ວມມືທາງ ເສຖກິດ ລະຫວ່າງປະເທດ ກໍສ້າງຄວາມຮັ່ງມີ ໃຫ້ຜູ້ມີອຳນາດ ໃນຂນະດຽວກັນ ກໍສົ່ງຜົນກະທົບ ຕໍ່ລະບົບນິເວດ ແລະ ວິຖີຊີວິດ ຂອງ ຊຸມຊົນທ້ອງຖິ່ນ ຕລອດເຖິງການ ລະເມີດສິດທິ ຂັ້ນພື້ນຖານ ຂອງປະຊາຊົນ ໃນແຖບລຸ່ມ ແມ່ນ້ຳຂອງ. ນອກຈາກນັ້ນ ທ່ານຍັງໄດ້ ເວົ້າເຖິງຄວາມຄິດເຫັນ ຂອງ ປະຊາຊົນລາວ ກ່ຽວກັບໂຄງການ ສ້າງເຂື່ອນຕ່າງໆວ່າ:
"ສ່ວນນຶ່ງຄືຕ້ອງ ເຂົ້າໃຈວ່າ ຣະບອບການປົກຄອງ ຂອງລາວ ເຂົາເປັນອີກ ລະບົບນຶ່ງ ການທີ່ຈະມາ ສະແດງ ຄວາມຄິດຄວາມເຫັນ ອາດຈະຍາກ ແລະເປັນໄປບໍ່ໄດ້."
ນອກນັ້ນທ່ານຍັງໄດ້ ເວົ້າຕື່ມວ່າ ຈຸດໝາຍຂອງ ຖແລງການໃນ ເທື່ອນີ້ກໍເພື່ອ ທີ່ຈະສາມາດ ຍຸຕິໂຄງການ ສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໂຄງການ ທີ່ກຳລັງ ຈະເກີດຂື້ນ ແລະ ຮ່ວມກັນສ້າງ ຂະບວນການ ໃຫ້ມີສ່ວນຮ່ວມ ຂອງປະຊາຊົນ ໄດ້ສະແດງຄ ວາມຄິດເຫັນ ໃນການພັທນາ ເສຖກິດ.