ການດູດ ຊາຍ ໃນນໍ້າຂອງ ສົ່ງຜົນກະທົບ ສິ່ງແວດລ້ອມ
ການດູດ ແຮ່-ຊາຍ ໃນລຳແມ່ນ້ຳຂອງ ສົ່ງຜົນກະທົບ ໃສ່ສະພາບແວດລ້ອມ, ລະບົບນິເວດ ແລະ ການດຳລົງຊີວິດ ຂອງປະຊາຊົນ ຜູ້ອາໃສຢູ່ຕາມ 2 ແຄມແມ່ນ້ຳຂອງ ນັບມື້ນັບໜັກນ່ວງ.
-
ຈໍາປາທອງ ຣາຍງານ
2009-01-26 -
-
-
ການດູດ ແຮ່-ຊາຍ ໃນລຳແມ່ນ້ຳຂອງ ກາຍເປັນທຸຣະກິດນຶ່ງ ທີ່ເຮັດໃຫ້ ເກີດມີຜົນກະທົບ ຕໍ່ສະພາບແວດລ້ອມ ເຊັ່ນ ທຳລາຍ ທີ່ຢູ່ອາໃສ ຂອງສັດນ້ຳ ເປັນຕົ້ນ ແມ່ນປານ້ຳຂອງ. ເຮັດໃຫ້ ຣະບົບນິເວດ ມີການປ່ຽນແປງ ເຊັ່ນ ເຮັດໃຫ້ສາຍນ້ຳຂຸ່ນ, ຕື້ນຂື້ນ. ເຮັດໃຫ້ແຮ່-ຊາຍ ໄປກະທົບໃສ່ ເວີນວັງ ທີ່ເປັນບ່ອນຢູ່ ອາໃສ ແລະ ບ່ອນຂະຫຍາຍພັນ ຂອງຝູງປາ ທັງຫລາຍ ແລະ ຖ້າຫາກວ່າ ແຫລ່ງສຳປະທານ ດູດແຮ່-ຊາຍນັ້ນ ຫາກຢູ່ໃກ້ຊຸມຊົນ ຫລື ແປວນ້ຳ ທຳມາຫາກິນ ກໍຍິ່ງສ້າງຜົນກະທົບ ໃຫ້ປະຊາຊົນ ທີ່ຢູ່ ສອງຟາກຝັ່ງແມ່ນ້ຳຂອງນັ້ນ - ຕາມການເປີດເຜີຍ ຂອງນັກວິຊາການ ຂອງຫ້ອງການ ຊັບພະຍາກອນ ແຫລ່ງນ້ຳຂອງລາວ ທ່ານນຶ່ງ ຕໍ່ສື່ມວນຊົນທ້ອງຖິ່ນ ເມືອສັບປະດາ ທີ່ຜ່ານມາ.
ແລະ ຈາກຂໍ້ມູນ ຂອງຫ້ອງການ ຊັບພະຍາກອນແຫລາງນ້ຳ ແລະ ສິ່ງແວດລ້ອມ ບອກໃຫ້ຮູ້ຕື່ມອີກວ່າ ຈາກການກວດກາ ແລະ ການປະເມີນຜົນ ໃນທຸກໆ ໂຄງການ ພໍສະຫລຸບໄດ້ວ່າ ການດູດແຮ່-ຊາຍ ໃນລຳແມ່ນ້ຳຂອງນັ້ນ ມີທັງອັນດີ ແລະ ອັນບໍ່ດີ.
ແຕ່ຖ້າຫາກວ່າ ແຫລ່ງສຳປະທານ ດູດແຮ່-ຊາຍນັ້ນ ຢູ່ໃກ້ຊຸມຊົນ ເກີນໄປ ແມ່ນມີທັງຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ຫລາຍກວ່າ, ເຮັດໃຫ້ນ້ຳພັດເຊາະ ເຈາະໃຫ້ ຕາຝັ່ງເຈື່ອນ ເພພັງ, ແມ່ນ້ຳຂອງ ບາງແຫ່ງ ເຖິງຍາມແລ້ງ ກໍຕື້ນເຂີນ ຈົນສາມາດ ຍ່າງຂ້າມໄປ-ມາໄດ້. ຢູ່ຫລາຍບ່ອນ ກໍມີ ດອນຫາດຊາຍ ເລັກໆນ້ອຍໆ ປາກົດຂື້ນ ຊຶ່ງເຮັດໃຫ້ເກີດ ຜົນກະທົບ ຫລາຍຢ່າງ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ທີ່ອາໃສຢູ່ຕາມ ແຄມຝັ່ງແມ່ນ້ຳຂອງ.