ຂ. ຫລວງພຣະບາງ ສລອງ ວັນ ສພາບແວດລ້ອມ ສາກົນ
2008.06.05
ທ່ານ ບຸນເພັງ ດວງພຣະຈັນ, ເຈົ້າແຂວງ ແຂວງ ຫລວງພຣະບາງ ໃນນາມ ເປັນ ປະທານ ໃນ ການສລອງ ວັນ ດັ່ງກ່າວ, ໄດ້ ກ່າວ ຕໍ່ ທີ່ ຊຸມນຸ່ມ ວ່າ: ຣັຖບານ ມີ ແຜນການ ອະນຸລັກ ທັມມະຊາດ ແລະ ປົກປ້ອງ ສິ່ງແວດລ້ອມ. ນອກຈາກນັ້ນ, ທ່ານ ຍັງ ໃຫ້ ການປາຖະກະຖາ ກ່ຽວກັບ ຄວາມຮູ້ ພື້ນຖານ ໃນ ການປົກປ້ອງ ສີ່ງແວດລ້ອມ ນຳອີກ ຊຶ່ງ ມີ ປະຊາຊົນ ແລະ ຂ້າຣາຊາການ ຣັຖ ເຂົ້າຮ່ວມ ໃນ ການຊຸມນຸມປະມານ ກວ່າ 400 ຄົນ. ໃນ ເວລາ ດຽວກັນ ທ່ານ ຈັນທວງ ຜົນນະຈິດ, ຫົວໜ້າ ຫ້ອງການ ວິທຍາສາດ ເທກໂນໂລຈີ ແລະ ສິ່ງແວດລ້ອມ ປະຈຳ ແຂວງ ກໍ່ ໄດ້ ກ່າວ ກ່ຽວກັບ ຈຸດປະສົງ ຂອງ ການຊຸມນຸ່ມ ຄັ້ງນີ້ ວ່າ:
”ປ່ຽນ ພືຕິກຳ ໃນ ການປອ່ຍສານ ທີ່ ຜົລກະທົບ ຕໍ່ ພາວະ ໂລກ ຮ້ອນ, ປຸກ ຣະດັມ ທຸກປັນຍາ, ຈົນ ໃນ ທົ່ວ ແຂວງ ໃຫ້ມີ ການປູກ ຕົ້ນໄມ ້ໃຫ້ເປັນ ປ່າ ໂດຍສເພາະ ,ຢ່າງນອ້ຍ ຜູ້ນື່ງ ໃຫ້ໄດ້ 1 ຕົ້ນ.”
ພຶຕກຳ ໃນ ມື້ນີ້, ນອກຈາກ ການກ່າວ ປາຖະກະຖາ ແລ້ວ, ທາງການ ກໍຍັງມີ ການແຂ່ງຂັນກິລາ ຣະຫວ່າງ ຫ້ອງການ ປົກຄອງ ແຂວງ ຫລວງພຣະບາງ ກັບ ຫ້ອງການ ເມືອງ ຫລວງພຣະບາງ ຂື້ນ ຮວ່ມກັບ ທີມ ພນັກງານ ຈາກ ພາກຣັຖ ແລະ ພາກເອກຊົນ ຕ່າງໆ ເພື່ອ ສມານ ຄວາມສາມະຄິ ຣະຫວ່າງ ກັນ. ສຳລັບ ບັນຫາ ດ້ານສິ່ງແວດລ້ອມ ທີ່ ແຂວງ ຫລວງພຣະບາງ ໃນ ເວລາ ນີ້, ກໍ ປາກົດ ວ່າ ມີ ການພັທນາ ດີຂື້ນ ກວ່າເກົ່າ ດ້ວຍ ການປູກຕົ້ນໄມ້ ຕາມ ສຖານທີ່ ຕ່າງໆແລະ ການທຳຄວາມສອາດ ຕາມ ຖນົນ ຫົນທາງ.
ທ່ານ ຈັນທວງ ກ່າວເພີ້ມ ອີກວ່າ:
”ເປັນ ແຂວງ ທີ່ ສອາດ, ໄດ້ ຮັບ ການຍົກຍ້ອງ ຊົມເຊີຍ ຈາກ ນັກທ່ອງທ່ຽວ. ກໍ ໄດ້ ເປັນ ເມືອງ ທີ່ມີ ຄວາມສວຍງາມ, ເປັນ ເມືອງ ໜ້າທ່ຽວ, ກໍ ໄດ້ ຮັບ ຫລຽນນຳໃຊ້, ຫລຽນຄຳ ຣະດັບ ໂລກ. ເປັນ ເມືອງ ທີ່ ໜ້າ ຢູ່.”
ສຳລັບ ຄຳຂັວນ ໃນ ການສລອງ ວັນ ສພາບ ແວດລ້ອມ ສາກົນ ປີ 2008 ນີ້, ທາງ ອົງການ ສະຫາະປະຊາຊາດ ດ້ານ ສິ່ງແວດລ້ອມ ຫລື UNEP ໄດ້ ຣົນນະຣົງ ຊັກຊວນ ຊາວໂລກ ດ້ວຍ ການໃຊ້ ຄຳວ່າ: ລົດວິກິດ ໂລກຮ້ອນ, ດ້ວຍ ການປ່ຽນ ພຶຕິກຳ, ປັບແນວຄິດ ສູ່ ເສຖາກິດ ຄາບອນຕ່ຳ.
ຄຳສັບ ຊອກຫາຂໍ້ມູນ: ສະພາບແວດລ້ອມ environment