ທາງການລາວຫ້າມເດັກນ້ອຍ ເກັບເສດລະເບີດ
ທາງການລາວ ຈະຫ້າມເດັກນ້ອຍ ເກັບເສດລະເບີດ ທີ່ຍັງບໍ່ທັນແຕກ.
-
ອາວະຣີ
2009-11-13 -
-
-
Your browser doesn’t support HTML5 audio
ທ່ານມະລິຍາ ໄຊຍະວົງ ຜູ້ອຳນວຍການ ອົງການກົດຣະບຽບ ແຫ່ງຊາດລາວກ່າວວ່າ:
“ປັດຈຸບັນ ອົງການກົດຣະບຽບ ກຳລັງຮ່າງດຳຣັດ ນາຍົກຣັຖມົນຕຣີ ທີ່ຈະຫ້າມເດັກນ້ອຍ ຊອກຫາເກັບເສດເຫລັກ ຈາກຣະເບີດ ທີ່ຍັງບໍ່ແຕກ. ໃນຮ່າງດຳຣັດ ສະບັບນີ້ທາງການ ຍັງຈະອອກກົດຣະບຽບ ເຄັ່ງຄັດຕໍ່ຜູ້ໃຫຍ່ ທີ່ເກັບເສດເຫລັກ ເປັນປະຈຳ. ຣັຖບານລາວ ຈະຮັບຜ່ານ ແລະ ປະກາດໃຊ້ດຳຣັດ ດັ່ງກ່າວ ໃນປີໜ້າ.”
ຖ້າຫ້າມເກັບ ເສດຣະເບີດແລ້ວ ທາງການລາວຈະມີ ທາງຊ່ວຍເຫລືອເດັກນ້ອຍລາວ ຜູ້ທຸກຍາກທີ່ຊອກຫາ ເກັບເສດຣະເບີດ ເປັນປະຈຳນັ້ນ ແນວໃດ? ຜ່ານມາ ອົງການຊ່ວຍເຫລືອ ຜູ້ເສັຍອົງຄະຂອງ ປະເທດແບນຢ່ຽມ ຊຶ່ງໄດ້ຮັບເງິນ ຊ່ວຍເຫລືອຈາກ ອົງການຢູນີເຊບ ໄດ້ວາງໂຄງການນຶ່ງຂື້ນ ເພື່ອຊ່ວຍເຫລືອເດັກນ້ອຍ ແລະຄອບຄົວລາວ ທີ່ທຸກຍາກ ໂຄງການນີ້ຊ່ວຍ ແລະ ຊຸກຍູ້ສົ່ງເສີມ ໃຫ້ເດັກນ້ອຍ ແລະ ຊາວລາວເຊົາເກັບ ເສດເຫລັກ ແລ້ວຫັນໄປເພິ້ມພູນ ຜລິດຜົນແທນ ເຊັ່ນເຮັດສວນຜັກ ແລະ ລ້ຽງສັດ ດັ່ງນີ້ເປັນຕົ້ນ.
ທ່ານ Simon Ingram ເຈົ້າໜ້າທີ່ຢູນີເຊບ ປະຈຳລາວກ່າວວ່າ:
“ຢູນີເຊບຈະຊ່ວຍ ຊາວລາວຜູ້ທຸກຍາກ ຈົນກວ່າພວກຂະເຈົ້າ ຈະມີຣາຍຮັບສູງ ສູງເຖິງຂັ້ນບໍ່ຈຳ ເປັນຕ້ອງສົ່ງລູກຫລານ ໄປຊອກຫາເກັບເສດ ຣະເບີດອີກຕໍ່ໄປ.”
ທ່ານ Kim Warren ຜູ້ປະສານງານ ອົງການຊ່ວຍເຫລືອ ຂອງແບນຢ່ຽມເວົ້າວ່າ:
“ຜ່ານມາ ຊາວລາວໃນພາກໃຕ້ ຂອງແຂວງສວັນນະເຂດ ມັກໂຄງການນີ້ຫລາຍ ປັດຈຸບັນນີ້ ມີ 60 ຄອບຄົວແລ້ວ ທີ່ສມັກໃຈ ເຂົ້າຮ່ວມໂຄງການ ໃນອານາຄົດ ພວກເຂົາຫວັງວ່າຈະ ສາມາດຜລິດ ເຄື່ອງປູກຂອງຝັງ ໄດ້ຈົນເຫລືອກິນ ແລ້ວຂາຍເຂົ້າຕລາດ.”
ທ່ານ Warren ເວົ້າອີກວ່າ ທາງອົງການມີ ຣະບຽບເຄັ່ງຄັດ ຖ້າຜູ້ໃດຢາກເຊົາ ເກັບເສດເຫລັກແທ້ໆ ຕ້ອງຖິ້ມເຄື່ອງຢາມເຫລັກ ແລ້ວຫັນມາເພິ້ມ ພູນຜລິດຜົນ ຢ່າງຈິງຈັງ.