ຣະບຽບການວ່າດ້ວຍ ລະເບີດບໍ່ທັນແຕກ

ອົງການເກັບກູ້ ລະເບີດ ຮ່າງດໍາຣັດ ຣະບຽບ ການຄຸ້ມຄອງ ຜູ້ເຄາະຮ້າຍ ຈາກລະເບີດ ທີ່ບໍ່ທັນແຕກ.

ປ້າຍເຕືອນ ເຂດອັນຕະລາຍ ບ່ອນລະເບີດ ບໍ່ແຕກຕົກຄ້າງຢູ່ ຊື່ງບໍ່ໄດ້ຫ່າງໄກ ຈາກທາງຍ່າງຂອງ ເດັກນ້ອຍນັກຮຽນ ທີ່ຜ່ານໄປມາໃນແຕ່ລະມື້ AFP PHOTO/HOANG DINH Nam

ປັດຈຸບັນ ອົງການເກັບ ກູ້ລະເບີດ ທີ່ບໍ່ທັນແຕກ ກໍາລັງປະຊຸມ ຮ່າງດໍາຣັດ ວ່າດ້ວຍ ຣະບຽບການ ທີ່ຈະໃຊ້ກັບ ປະຊາຊົນ ທີ່ຫາເສດເຫລັກ ຈາກລູກລະເບີດ ທີ່ບໍ່ທັນແຕກ ໃນປາງສົງຄາມ ໄປຂາຍ. ຮ່າງດໍາຣັດນີ້ ເມື່ອນໍາ ປະຕິບັດແລ້ວ ຄາດວ່າຈະຊ່ວຍ ຫລຸດຜ່ອນ ຈໍານວນ ອຸບັດຕິເຫດ ລົງ.

ນອກນັ້ນ ລະບຽບການ ຕ່າງໆນີ້ແມ່ນ ເພື່ອຕຽມໃສ່ ກອງປະຊຸມ ປະເທດພາຄີ ລະເບີດທີ່ ບໍ່ທັນແຕກ ຄັ້ງທີນື່ງ ຊື່ງ ສປປ ລາວ ຈະເປັນເຈົ້າພາບ ເພື່ອໃຫ້ສາກົນ ຮູ້ວ່າ ທາງອົງການ ເກັບກູ້ລະເບີດ ໄດ້ປະຕິບັດ ກັນແບບໃດ ກ່ຽວກັບການ ຄຸ້ມຄອງລະເບີດ ທີ່ບໍ່ທັນແຕກ ດັ່ງເຈົ້າໜ້າທີ່ ຈາກອົງການ ເກັບກູ້ລະເບີດ ໄດ້ກ່າວ:

"ຮ່າງດໍາຣັດ ຂອງນາຍົກ ຣັຖມົນຕຣີ ເພື່ອຄຸ້ມຄອງ ເພື່ອສີ່ຈັດການ ເຮັດແນວໃດ ໃຫ້ປະຊາຊົນ ຫລືພວກຊື້ເຫລັກ ຂາຍຖ່ານ ຫລືພວກຫລອມເຫັລກ ໃນຊົນນະບົດ ຕ່າງໆເລົ່ານີ້ ສີ່ຫາວິທີ ເພື່ອສ້າງລະບຽບ ຫລັກການຕ່າງໆ ຂື້ນມາເພື່ອ ຄຸ້ມຄອງ ກ່ຽວກັບພວກ ຊື້ເຫລັກ ໄປຊື້ເອົາ ອີ່ຫຍັງ ລູກລະເບີດ ທີ່ບໍ່ທັນແຕກ".

ປະຊາຊົນ ໃນເຂດ ຊົນນະບົດ ຂອງລາວ ບ່ອນທີ່ຖືກ ຖິ້ມລະເບີດ ໃສ່ຫລາຍທີ່ສຸດ ນັ້ນ ແຕ່ລະປີ ມີຫລາຍຄົນ ທີ່ຖືກ ອຸບັດຕິເຫດ ຈາກລະເບີດ ເສດເຫລືອໃນປາງ ສົງຄາມ ຍ້ອນວ່າ ເຂົາເຈົ້າພາກັນ ໄປຂຸດເອົາ ເສດເຫລັກທີ່ເປັນ ລະເບີດ ຝັງຢູ່ໄຕ້ດິນ ເພື່ອນໍາໄປຂາຍ. ບາງຄອບຄົວ ມີຮອດ 2-3 ຄົນຖືກລະເບີດ ຍ້ອນຂາດຄວາມ ເຂົ້າໃຈກ່ຽວກັບ ລະເບີດ. ທາງອົງການ ຈື່ງຫາວິທີ ແກ້ໄຂເພື່ອໃຫ້ ປະຊາຊົນ ເຂົ້າໃຈ ວ່າມີອັນໃດແດ່ ທີ່ທາງການຫ້າມ ຫລືວ່າມີ ອັນໃດແດ່ ທີ່ປະຊາຊົນ ບໍ່ຄວນເຮັດ:

"ກໍຕ້ອງໄປ ເຮັດແກ້ໄຂ ໃຫ້ຊາວບ້ານ ທີ່ເກັບກູ້ ລະເບີດຕ່າງໆ ເຫລົ່ານັ້ນ ຜູ້ເກັບບໍ່ຮູ້ ຈັກວິທີເກັບ ເກັບໄປແລ້ວ ຫລືວ່າໄປຊອກ ຂຸດເອົາແລ້ວ ກໍມີໄພ ອັນຕຣາຍ ຕໍ່ຕົວເອງ ຫລາຍ ສີ່ເຮັດແນວໃດ ສີ່ແກ້ໄຂ ບັນຫານີ້".

ຜ່ານມາທາງການ ກໍຫ້າມແລ້ວ ບໍ່ໃຫ້ ປະຊາຊົນ ໄປຂຸດເອົາ ເສດເຫລັກທີ່ ເປັນລະເບີດ ບໍ່ທັນແຕກ ແຕ່ປະຊາຊົນ ກໍຍັງເຮັດ ຢູ່ຕໍ່ໄປ ຍ້ອນວ່າມີ ພໍ່ຄ້າຊື້ ເສດເຫລັກ ຮັບຊື້ຢ່າງ ບໍ່ອັ້ນ.

ຫລັງຈາກຣັຖບານ ຮັບເອົາ ຮ່າງດໍາຣັດ ນີ້ແລ້ວ ຮ່າງດໍາຣັດ ພ້ອມດ້ວຍລະບຽບ ການຕ່າງໆ ຈະຖືກສົ່ງ ໄປຍັງແຂວງ ເພື່ອນໍາເອົາ ລະບຽບນີ້ ໄປຈັດຕັ້ງ ປະຕິບັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org