ນັບແຕ່ ທາງກາຣ ສປປລາວ ໄດ້ຫັນ ມາເອົາໃຈໃສ່ ຕໍ່ບັນຫາ ພາວະໂລກຮ້ອນ ຢ່າງເອົາຈີງເອົາຈັງ ຈົນເປັນ ນະໂຍບາຍ ບໍຣິມະສິທ ສຳຄັນ ອັນດັບຕົ້ນຕໍ່ ສີ່ງແວດລ້ອມ ຊື່ງປະຊາຊົນ ແລະ ພາຄສ່ວນຂອງຣັຖບາລ ກໍໃຫ້ ຄວາມຮ່ວມມື ເປັນຢ່າງດີ ໂດຽເຣີ່ມ ຈາກກາຣປູກ ຈີຕສຳນຶກ ໃຫ້ກັບ ປະຊາຊົນແລະ ຮ້ານຄ້າ ຕາມສະຖານທີ່ ຕ່າງໆ ໂດຽສະເພາະ ຢູ່ໃນເຂຕ ແຂວງຫລວງພຣະບາງ ທີ່ໃຫ້ກາຣສນັບສນູນ ພ້ອມກັບ ສົ່ງເສີມ ໃຫ້ປະຊາຊົນ ໃຊ້ຖົງເຈັ້ຽ ແທນຖົງພລາສຕິກ ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ກົມສີ່ງແວດລ້ອມ ໄດ້ກ່າວ ໃຫ້ຄໍາເຫັນ ວ່າ:
"ປັຈຈຸບັນ ກໍຍັງໃຊ້ຢູ່ ກໍຄ່ອຍໆ ປັບໄປເນ໊າະ ສ່ວນມາກ ຢູ່ບັນດາ ຫ້າງຮ້ານ Supermarket ບໍຫລືວ່າຮ້ານຕລາດມືດ ຕ່າງໆ ສ່ວນມາກ ເຂົາເຈົ້າ ໃຊ້ຖົງເຈັ້ຽສາ ທີ່ (ເຮັດ) ທຳ ດ້ວຍກະດາສສາ ເນ໊າະ ແກ່ນັກທ່ອງທ່ຽວ ເນ໊າະ"
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ: ທາງກາຣລາວ ແມ່ນໃຫ້ຄວາມສຳຄັນ ໃນດ້ານກາຣຮັກສາ ສີ່ງແວດລ້ອມ ດ້ວຍກາຣເຜີຽແຜ່ ໃຫ້ປະຊາຊົນ ເຣີ່ມຈາກເຂຕ ເມືອງທີ່ນິຍົມ ໃຊ້ຖົງປລາສຕິກ ນັ້ນ ໃຫ້ລຸດຜ່ອນ ແລະ ຫັນປ່ຽນ ໄປໃຊ້ຖົງເຈັ້ຽ ທີ່ສາມາດລະລາຍ ໄປຕາມທັມມະຊາຕ ໄດ້ງ່າຍ.
ສປປລາວ ກໍເປັນໜື່ງ ໃນປະເທດ ສະມາຊິກ ທີ່ຕ້ອງ ປະຕິບັຕ ຕາມກົດຣະບຽບ ບໍ່ໃຫ້ເກີດ ປາກົດກາຣແບບເຮືອນແກ້ວ ເຖີງແມ່ນວ່າ ລາວບໍ່ໄດ້ ເປັນປະເທດ ຕົ້ນເຫຕ ກໍຕາມ ແຕ່ກໍຫາກ ໄດ້ຮັບ ຜົລກະທົບຈາກປະເທດ ເພື່ອນບ້ານ ໂດຽກົງ. ສ່ວນ ຜົລກະທົບ ຈາກພາວະ ໂລກຮ້ອນ ທີ່ທາງລາວ ໄດ້ຮັບນັ້ນ ກໍເຫັນໄດ້ ຈາກສະພາບ ແຫ້ງແລ້ງ ແມ້ກະທັ້ງ ຕາມແມ່ນ້ຳລຳເຊ ຕ່າງໆ ກໍແຫ້ງຂອດ ໄປຕາມໆກັນ ເຮັດໃຫ້ ຊາວກະສິກອນລາວ ຕ້ອງໄດ້ຮັບ ຄວາມລຳບາກ ໂດຽສະເພາະ ທີ່ບໍ່ສາມາດ ຈະໄດ້ຮັບ ຜົລຜລິຕ ຕາມຄາດໝາຍ ໃນແຕ່ລະ ຣະດູກາຣ ເກັບກ່ຽວ ຂອງແຕ່ລະປີ.