ເຍົາວະຊົນລາວ ໃຫ້ທັສນະ ວ່າບັນຫາ ສິ່ງແວດລ້ອມ ແລະ ການສຶກສາ ຕ້ອງແກ້ໄຂ

ບັນຫາສີ່ງແວດລ້ອມ ແລະ ການສືກສາ ເປັນບັນຫາ ທີ່ຈະຕ້ອງມີ ການແກ້ໄຂ ໃນລາວ ຊື່ງເປັນ ທັສນະແນວຄິດ ຂອງ ເຍົາວະຊົນລາວ ທີ່ໄດ້ນໍາສເນີ ຕໍ່ກອງຊຸມ ເຍົາວະຊົນ ອາຊຽນ ທີ່ຫົວຫີນ ປະເທດໄທ.

0:00 / 0:00

ຄນະເຍົາວະຊົນ ຈາກ ສປປລາວ ໄດ້ເຂົ້າຮ່ວມແລກປ່ຽນ ຄວາມຄິດຄວາມເຫັນ ກັບຄນະ ເຍົາວະຊົນ ຈາກປະເທດ ອາຊຽນ ໃນງານມະຫາກັມ ປະຊາຊົນ ອາຊຽນ ເວທີຊາວຫນຸ່ມ.

ໃນທີ່ປະຊຸມ ຕົວແທນຈາກ ສປປລາວ ໄດ້ສເນີ ຫລາຍເນື້ອໃນ ທີ່ເຫັນວ່າເປັນ ບັນຫາ ທີ່ຈະຕ້ອງ ແກ້ໄຂໃນລາວ ເຊັ່ນບັນຫາ ສະພາບແວດລ້ອມ ແລະ ການສືກສາ ເປັນຕົ້ນ, ດັ່ງຕົວແທນ ຊາວໜຸ່ມລາວ ຜູ້ນື່ງເວົ້າວ່າ:

"ປັດຈຸບັນນີ້ ເພາະວ່າ ຄົນເຮົາ ເລີ້ມບຸກຣຸກ ຫລືວ່າເລີ້ມ ທຳລາຍ ສີ່ງແວດລ້ອມ ໂດຍທີ່ບໍ່ໄດ້ ຄິດວ່າ ຖ້າເຮົາຄິດວ່າ ເຮົາປົກປ້ອງ ຈັກເລັກນ້ອຍ ຫາຜົລປໂຍດ ຄິດວ່າຜົລປໂຍດ ສ່ວນຮວມຫລາຍຂື້ນ ມັນອາດຈະເປັນ ຜົລດີຕໍ່ຫລາຍຄົນ ບໍ່ແມ່ນແຕ່ຄິດ ແຕ່ເຮົາຝ່າຍດຽວ."

ໜຸ່ມລາວເວົ້າຕໍ່ໄປວ່າ ສປປລາວ ໃນເວລານີ້ ກໍເປັນປະເທດ ທີ່ກຳລັງ ພັທນາ ມີຊັພຍາກອນ ທັມມະຊາດ ອັນມະຫາສານ ແຕ່ຂາດຄວາມຮູ້ ແລະ ຄວາມສາມາດ ທີ່ຈະນຳເອົາ ຊັພຍາກອນ ດັ່ງກ່າວມາໃຊ້ ໃຫ້ເຫມາະສົມ ນອກຈາກນັ້ນ ບັນຫາ ດ້ານການສືກສາ ໃນລາວ ກໍ່ຍັງຢູ່ໃນ ຣະດັບຕ່ຳຢູ່ ຈຶ່ງຍັງຕ້ອງການ ບຸຄລາກອນ ທີ່ມີຄວາມຮູ້ ຈາກປະເທດອື່ນ ມາພັທນາການ ສືກສາໃນລາວ.

ໜຸມລາວໄດ້ເວົ້າເຖີງ ຂໍ້ສເນີແນະ ກ່ຽວກັບການໃຊ້ ພະລັງງານ ທົດແທນ ຕໍ່ທີ່ປະຊຸມວ່າ:

"ຫລາຍປະເທດ ກຳລັງຄິດ ກ່ຽວກັບ ພະລັງງານທົດແທນ ເຮົາກໍເລີຍສົນໃຈ ວ່າເຮັດຈັ່ງໃດ ຈື່ງຈະສາມາດ ຊ່ວຍຫລຸດຜ່ອນການ ໃຊ້ພະລັງງານ ຂອງໂລກ ເຊັ່ນການໃຊ້ ພະລັງງານຈາກລົມ ພະລັງງານພວກ ໃບໂອດີແຊວ ແລະ ກໍ່ກ່ຽວກັບ ໂຊລາແຊວ.

ຜູ້ຕ່າງຫນ້າ ຊາວຫນຸ່ມລາວ ເວົ້າເພີ້ມວ່າ ຂໍ້ສເນີຕ່າງໆ ທີ່ໄດ້ຮັບຈາກ ກອງປະຊຸມຄັ້ງນີ້ ຈະຕ້ອງນຳໄປ ສເນີຕໍ່ຣັຖບານ ເພື່ອຈະຫາແນວ ທາງປັບໃຊ້ໃຫ້ ເຫມາະສົມ ໃນລາວ ໃນອານາຄົດ. ຊາວຫນຸ່ມທີ່ຖືກ ຄັດເລືອກຈາກລາວ ຄັ້ງນີ້ມີ 6 ຄົນ ອາຍຸຣະຫວ່າງ 18-20 ປີ ຈາກໂຮງຮຽນ ແລະ ມະຫາວີທຍາລັຍ ຕ່າງໆໃນລາວ.