ລາວຍັງຂາດແຜນປົກປ້ອງ ສະພາບແວດລ້ອມ
ແຜນກາຣຄຸ້ມຄອງ ສິ່ງແວດລ້ອມ ຂອງ ສປປລາວ ຍັງບໍ່ມີ ກາຣພັທນາ ເທົ່າທີ່ຄວນ.
-
ຫວາດ ສີມູນ
2010-06-28 -
-
-
Your browser doesn’t support HTML5 audio
ແຜນກາຣຄຸ້ມຄອງ ຊັພຍາກອນ ທັມມະຊາຕຂອງ ສປປລາວ ຍັງບໍ່ມີກາຣ ພັທນາເທົ່າທີ່ຄວນ ທີ່ທຸກພາຄສ່ວນ ກ່ຽວຂ້ອງ ຄວນຈະຕ້ອງໄດ້ ຮ່ວມມືກັນຈັດສ້າງ ຂະບວນກາຣເຄື່ອງມື ແລະ ຮວບຮວມຂໍ້ມູລ ຕົວຈິງຂອງບັນຫາ ເພື່ອເປັນພື້ນຖານ ໃນກາຣສ້າງຕັ້ງ ແຜນກາຣຄຸ້ມຄອງ ທັມມະຊາຕ ໃຫ້ສາມາດ ກວດກາແລະຄວບຄຸມ ໂຄງກາຣພັທນາ ໃຫ້ໄດ້ເປັນຢ່າງດີ ດັ່ງນັກວິຊາກາຣ ສິ່ງແວດລ້ອມ ຈາກຄນະກັມກາຣ ແມ່ນ້ຳຂອງ ທ່ານໜຶ່ງໄດ້ກ່າວວ່າ:
“ປັຈຈຸບັນແຜນເຮົາ ນຳກັນພັທນາ ຢູ່ຕລອດເວລາ ອັນນີ້ມັນສິ່ງ ທ້າທາຍ ເຮັດແນວໃດເຮົາ ສິກ້າວໜ້າກ່ອນ ກາຣພັທນາ ໃນຂັ້ນຕອນ ໜຶ່ງ ເຮົາຕ້ອງພຍາຍາມ ສ້າງກະບວນກາຣ ທີ່ວ່າອັນແນ່ນອນ ສ້າງເຄື່ອງມີຕ່າງໆ ໃນກາຣສນັບສນູນ ກາຣວາງແຜນ”.
ທ່ານໃຫ້ກາຣ ອະທິບາຍເພີ່ມວ່າ ຄວາມທ້າທາຍສຳຄັນ ທີ່ໜ່ວຍງານ ປົກປັກຮັກສາ ສິ່ງແວດລ້ອມ ຕ້ອງປະເຊີນນັ້ນ ກໍຄືກາຣຂາດ ຂະບວນກາຣ ທີ່ເປັນອິສຣະ ແລະ ມີເອກກະຣາຊ ຈາກທຸກພາຄສ່ວນ ຂອງສັງຄົມຢ່າງ ແທ້ຈິງ ອັນເຮັດໃຫ້ເກີດ ບັນຫາໃນກາຣຊອກ ຫາຂໍ້ມູລ ເພື່ອອອກແຜນກຳໜົດ ຄຸ້ມຄອງ ສະພາບແວດລ້ອມ ອັນເປັນກາຣສ້າງ ຜົລສະທ້ອນໃຫ້ ສູນເສັຽຊັພຍາກອນ ທັມມະຊາຕ ແລະກາຣດຳຣົງຊີວີຕ ຂອງປະຊາຊົນ ນຳດ້ວຍນັ້ນ.
ພ້ອມດຽວກັນນີ້ ທ່ານກໍເປັນຫ່ວງ ແລະຢ້ານວ່າ ບັນຫາດັ່ງກ່າວ ຈະຮ້າຍແຮງໄປ ກວ່າເກົ່າຖ້າຫາກວ່າ ຮ່າງກົດໝາຍ ວ່າດ້ວຍກາຣ ປົກປັກຮັກສາ ສິ່ງແວດລ້ອມ ບໍ່ຖືກນຳເຂົ້າ ພິຈາຣະນາ ໃນກອງປະຊຸມ ສມັຍສາມັນຄັ້ງທີ່ 9 ຂອງສະພາແຫ່ງຊາຕ ແຕ່ຢ່າງໃດເທື່ອນັ້ນ.