ອັນຕຣາຍ ຈາກສານເຄມີ ບໍ່ຄຳພູເບັ້ຍ
ສານເຄມີຈາກ ບໍ່ຄຳພູເບັ້ຍ ໄຫລລົງໃສ່ແມ່ນ້ຳ ເຮັດໃຫ້ປາແລະສັດ ຕາຍເປັນຈຳນວນຫລາຍ
-
ໂພໄຊສວັດ
2009-08-12 -
-
-
Your browser doesn’t support HTML5 audio
ບັນຫາໃຫຍ່ທີ່ເກີດຂື້ນ ໂດຍສະເພາະໃນ ຣະດູຝົນຈາກບໍ່ຄຳ ພູເບັ້ຍ ເມືອງໄຊສົມບູນ ແຂວງວຽງຈັນ ນັ້ນກໍແມ່ນນ້ຳທີ່ ລົ້ນອອກມາຈາກບໍ່ຄຳ ຊຶ່ງມີສານເຄມີ ອັນຕຣາຍ ຕ່າງໆປະປົນຢູ່ ແລະໄຫລລົງສູ່ ນ້ຳຍອນ ແລະນ້ຳໂມ໊ະ ເຮັດໃຫ້ສິ່ງມີ ຊີວິດໃນນ້ຳຕາຍ. ດັ່ງທ່ານ ຄຳພົ້ວ ແພງພັນຣັກ ຫົວໜ້າຫ້ອງການ ສິ່ງແວດລ້ອມ ແຂວງ ວຽງຈັນ ອະທິບາຍວ່າ:
"ບໍ່ຄຳພູເບັ້ຍ ຍາມຝົນ ມັກມີນ້ຳລົ້ນ ເອີຊິວ່າມີສານ ປົນເຈືອກັບເຄມີ ລົງໃສ່ຫ້ວຍນ້ຳ ເຮັດໃຫ້ປາຕາຍບໍ໋ ຫລືວ່າເຮັດໃຫ້ສັດ ຂອງປະຊາຊົນ ທີ່ມາກິນນ້ຳຢູ່ ໃນນັ້ນລົ້ມ ຕາຍລົງກໍມີ."
ທ່ານ ຄຳພົ້ວ ໄດ້ເວົ້າຕໍ່ໄປວ່າ ບໍ່ຄຳພູເບັ້ຍຕັ້ງ ຢູ່ປະມານ 100ກິໂລແມັດ ຫ່າງໄກຈາກໝູ່ ບ້ານຊຸມຊົນ. ທີ່ຜ່ານມາທາງໜ່ວຍງານ ສິ່ງແວດລ້ອມ ກໍໄດ້ຕິດຕາມ ຄວບ ຄຸມເພື່ອບໍ່ໃຫ້ ສານເຄມີຈາກບໍ່ຄຳ ໃຫລລົງໃສ່ແມ່ນ້ຳ. ເຖິງວ່າຈະມີການ ຕິດຕາມຄວບຄຸມ ແຕ່ບັນຫາດັ່ງກ່າວ ກໍຍັງເກີດຂື້ນຢູ່ ດັ່ງນັ້ນທາງການ ແຂວງຈຶ່ງໄດ້ກວດ ສອບຢ່າງຣະອຽດ ໂຮງງານ ແລະ ການພັທນາຕ່າງໆ ໃນເຣື້ອງຜົນກະທົບ ທີ່ຈະເກີດຂື້ນ ກັບສິ່ງແວດລ້ອມ ດັ່ງທ່ານ ຄຳພົ້ວ ເວົ້າອີກວ່າ:
"ບັນດາໂຄງການ ຕ່າງໆທີ່ກຳລັງ ຈະກໍ່ສ້າງຂື້ນ ເປັນພວກໂຮງງານ ບໍ່ສັງກະສີ ກໍຍັງດຳເນີນການ ຄົ້ນຄວົ້າສຶກສາຢູ່ ມັນຈະມີຜົນ ກະທົບຫຍັງຕື່ມອີກ ກຳລັງເຮັດ ຫລາຍຢູ່."
ທ່ານ ຄຳພົ້ວ ໄດ້ເວົ້າສລຸບວ່າ ໂດຍສະເພາະ ໃນລະດູຝົນ ທາງຫ້ອງການ ສິ່ງແວດລ້ອມກໍ ໄດ້ໄປກວດກາ ບໍ່ຄຳພູເບັ້ຍ ທັງຍັງໄດ້ແນະນໍາ ປະຊາຊົນ ທີ່ຢູ່ໃນຂົງເຂດ ນັ້ນໃຫ້ຣະມັດ ຣະວັງ ແມ່ນ້ຳສອງສາຍ ທີ່ມີສານເຄມີ ອັນຕຣາຍ ປະປົນຢູ.