ຊາວແຂວງຈຳປາສັກ ບໍ່ໄດ້ຖືກເຕືອນພັຍ ໃນລົມພະຍຸ ຕ້ອງເພິ່ງຕົນເອງ ເມື່ອຖືກນ້ຳຖ້ວມ

ປະຊາຊົນ ແຂວງຈຳປາສັກ ບໍ່ໄດ້ຮັບກາຣ ປະກາສແຈ້ງເຕືອນພັຍ ຈາກທາງກາຣລາວ ແຕ່ຢ່າງໃດ.

ປະຊາຊົນຊາວ ເມືອງປາກເຊ ແຂວງຈຳປາສັກ ຢືນຢັນວ່າ ທາງກາຣ ສປປລາວ ບໍ່ໄດ້ແຈ້ງເຕືອນ ໃຫ້ປະຊາຊົນ ຮູ້ກ່ຽວກັບພັຍ ອັນຕຣາຍຈາກ ລົມພາຍຸໄຕ໊ຝຸ່ນ ເກສນາ ເຮັດໃຫ້ເຂົາເຈົ້າ ຕ້ອງໄດ້ຫາວີທີ ທາງແກ້ບັນຫາ ເອົາເອງຖ້າ ຫາກເກີດເຫຕກາຣ ນ້ຳຖ້ວມຢ່າງກະທັນຫັນ ຂື້ນມາ ຢ່າງແທ້ຈີງ ດັ່ງທ້າວຄຳໃສ ເຮືອນປັນຍາ ຣາສດອນ ເມືອງປາກເຊ ໄດ້ກ່າວວ່າ:

“ບໍ່ໄດ້ປະກາສ ບໍ່ທັນໄດ້ແຈ້ງ ເທື່ອຊໍ້າ.. ບໍ່..ບໍ່ໄດ້ເຕືອນ ມີແຕ່ວ່າເບີ່ງ ເອົາເອງ ຄັນວ່ານ້ຳຖ້ວມ ບ່ອນໃດທີ່ວ່າ ດີນຕໍ່າ ນ້ຳຖ້ວມກໍ່ໜີ ນ້ຳເອງ ຄັນວ່າບ່ອນໃດ ຕໍ່າກໍໜີເອງ ບ່ອນໃດສູງ ກໍແລ້ວໄປ ຢູ່ນີ້ ນີ້ແມ່ນກຸ້ມ ຕົນເອງແຫລະ”

ທ້າວຄຳໃສໄດ້ ເວົ້າເພີ່ມອີກວ່າ ໄດ້ຮູ້ຂ່າວກ່ຽວກັບ ເຣື່ອງລົມພາຍຸ ເກສນາ ຈາກຣາຍກາຣຂ່າວ ທາງໂທຣະທັສໄທຽ ທີ່ວ່າ ລົມພາຍຸ ຈະເຄື່ອນຍ້າຍຈາກ ວຽຕນາມເຂົ້າ ປະເທສລາວ ກ່ອນໄປເຖີງໄທຽ ຜ່ານທາງແຂວງ ອຸບົລຣາຊທານີ ແລະຕົນກໍເລີຽ ຄິດວ່າທາງແຂວງ ສວັນເຂຕແລະ ຈຳປາສັກຈະຕ້ອງ ໄດ້ຮັບຜົລກະທົບ ຢ່າງແນ່ນອນ ແລະກໍມີຝົນຕົກ 3ມື້ຕິດຕໍ່ກັນມາ ທີ່ອາຈເຮັດໃຫ້ ນ້ຳຫ້ວຍແລະແມ່ນ້ຳ ໄຫລນອງລົ້ນຝັ່ງ ຖ້ວມບ້ານເຮືອນ ຂອງປະຊາຊົນ ຊື່ງບາງພື້ນທີ່ ໃນແຂວງ ຈຳປາສັກ ກໍມີນ້ຳຖ້ວມແລ້ວ.

ກາຣທີ່ປະຊາຊົນ ບໍ່ໄດ້ຮັບກາຣ ແຈ້ງເຕືອນ ຈາກເຈົ້າໜ້າທີ່ ຝ່າຍອຳນາຈກາຣ ປົກຄອງ ທ້ອງຖີ່ນນັ້ນ ທ້າວຄຳໃສ ໃຫ້ຄຳເຫັນສ່ວນ ຕົວວ່າອາຈເປັນ ເພາະປະເທສ ລາວ ຍັງບໍ່ເຈຣີນພໍ ທີ່ຈະມີອຸປກອນ ອຳນວຍຄວາມ ສະດວກ ແລະບໍ່ມີ ເຈົ້າໜ້າທີ່ພາຄຣັຖ ພຽງພໍເພື່ອໃຫ້ ຄວາມຊ່ວຍເຫລືອ ປະຊາຊົນໃນ ທຸກໝູ່ບ້ານນັ້ນ ກໍເປັນໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org