ກວດກາ ການໃຊ້ ສານເຄມີ ໃນການປູກຝັງ
ແຂວງຈໍາປາສັກ ຍັງຕິດຕາມ ບັນຫາ ການໃຊ້ ສານເຄມີ ໃນການປູກຝັງ ເພື່ອຫລຸດຜ່ອນ ບັນຫາ ສິ່ງແວດລ້ອມ.
-
ໂພໄຊສວັດ ຣາຍງານ
2008-12-02 -
-
-
ແຂວງຈໍາປາສັກ ມີໂຄງການ ປູກໄມ້ ອຸດສາຫະກັມ ແລະ ພືດການກະເສດ ຕ່າງໆ ຂອງເອກກະຊົນ ຕ່າງຊາດ ຫລາຍໂຄງການ ໂດຍໃຊ້ພື້ນທີ່ ສັມປະທານ ຫລາຍໝື່ນເຮັກຕາ ດ້ວຍເຫດນີ້ ທາງການແຂວງຈຶ່ງຕ້ອງຕິດຕາມ ເອົາໃຈໃສ່ ກວດກາ ການໃຊ້ສານເຄມີ ຢ່າງສມໍ່າສເມີ ເພື່ອຄວບຄຸມ ຫລຸດຜ່ອນ ບັນຫາສິ່ງແວດລ້ອມ ທີ່ອາດຈະເກີດຂື້ນ. ດັ່ງທ່ານ ດຣ. ໜູກອນ ສີພອນພູມີ ຫົວໜ້າ ຫ້ອງການສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ປະຈໍາແຂວງ ອະທິບາຍວ່າ:
“ເພາະວ່າ ພວກເຮົາ ໄດ້ຄຸ້ມຄອງ ການນໍາໃຊ້ ສານເຄມີ ຕ່າງໆ ຕາມອຸດສາຫະກັມ ຢາງພາຣາ ປັດຈຸບັນ ຈະມີບັນຫາ ເລັກນ້ອຍ ກ່ຽວກັບ ການຖິ້ມສິ່ງເສດເຫລືອ ຂອງສານເຄມີ ການຮັກສາມ້ຽນ ຂອງພວກຂະເຈົ້າ ພວກເຮົາ ກໍໄປຕິດຕາມ ກວດກາເບິ່ງ.”
ເພື່ອປ້ອງກັນ ການສວຍໂອກາດ ນໍາເຂົ້າ ແລະ ໃຊ້ສານເຄມີ ຢາຂ້າ ສັດຕຣູພືດ ແລະ ຝຸ່ນປຸ່ຍ ວິທະຍາສາດ ຂອງບັນດາ ເອກກະຊົນ ຢ່າງບໍ່ຖືກຕ້ອງ ຊຶ່ງອາດສົ່ງຜົນ ໃຫ້ດິນ ແລະ ຫ້ວຍນໍ້າ ລໍາເຊ ພາຍໃນ ແຂວງ ໄດ້ຮັບຜົນກະທົບ ດັ່ງນັ້ນ ທາງການ ກ່ຽວຂ້ອງ ຈຶ່ງໄດ້ໄປ ຕິດຕາມກວດກາ ບັນຫານີ້ ຢູ່ເລື້ອຍໆ ແລະ ກໍໄດ້ພົບວ່າ ຍັງມີ ຊາວວຽດນາມ ເອກກະຊົນ ບາງພາກສ່ວນ ໂດຍສະເພາະ ໂຄງການປູກຢາງພາຣາ ທີ່ເຮັດບໍ່ຖືກຕ້ອງ ຕາມຂໍ້ກໍາໜົດໄວ້ ດັ່ງນັ້ນ ທາງການຈຶ່ງໄດ້ ພະຍາຍາມ ຕັກຕືນ ອົບຮົມ ຂະເຈົ້າ ໃຫ້ເຮັດຖືກຕ້ອງ ຕາມຫລັກການ ຕໍ່ໄປ.
ເຖິງຢ່າງໃດກໍຕາມ ນອກຈາກ ການກວດກາ ຕາມໂຄງການປູກຝັງ ຂອງພາກກະສິກັມແລ້ວ ດຣ ໜູກອນ ຍັງເວົ້າວ່າ ທາງການ ຍັງໄດ້ຕິດຕາມ ບັນຫາສິ່ງແວດລ້ອມ ທີ່ອາດຈະມາ ຈາກ ການຂຸດຄົ້ນບໍ່ແຮ່ອີກ ຊຶ່ງທາງການ ຕ້ອງໄດ້ໃຫ້ ການເອົາໃຈໃສ່ ເຊັ່ນດຽວກັນ ຕໍ່ໄປ ເລື້ອຍໆ.