ຣາຄາ ສິນຄ້າ ແພງຂຶ້ນ ໃນໄທ ບໍ່ສົ່ງ ຜົນກະທົບ ຫລາຍ ໃນລາວ

ການຂຶ້ນ ຣາຄາ ສີນຄ້າ 60 ປະເພດ ທີ່ຈໍາເປັນ ຕໍ່ຊີວິດ ປະຈໍາວັນ ໃນປະເທດໄທ ສົ່ງຜົນກະທົບ ບໍ່ພໍເທົ່າໃດ ໃສ່ຣາຄາ ສິນຄ້າ ໃນປະເທດລາວ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ສົ່ງເສີມ ການຜລິດ ແລະ ການຄ້າ ກົມອຸດສະຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຂອງລາວ ໃນວັນທີ 19 ມິຖຸນາ ນີ້.
ມະນີຈັນ ຣາຍງານ
2008.06.19

“ຢູ່​ໃນ​ປະ​ເທດ​ລາວເຮົາ ມັນ​ກໍ ​ບໍ່​ຄ່ອຍ ​ຈະ​ມີ​ຜົນ​ກະທົບ​ ຫລາຍ ​ເພາະ​ສີນ​ຄ້າ ​ທີ່​ນໍາ​ເຂົ້າ​ ຈາກ​ໄທ ທີ່ຣາຄາ​ຂຶ້ນ​ນີ້ ບາງ​ອັນ ​ກໍ​ເປັນ​ສີນ​ຄ້າ ​ທີ່​ບໍ່​ຈໍາ​ເປັນ ​ໃນ​ຊີວິດ ​ປະ​ຈໍາ​ວັນ ຖ້າ ຣາຄາ​ແພງ​ຫລາຍ ​ເຂົາ​ເຈົ້າ ​ກໍ​ບໍ່​ຊື້-ບໍ່​ບໍຣິ​ໂພ​ກ.” 

ຕາມ​ຄໍາ​ເວົ້າ ​ຂອງ​ທ່ານ​ ສີນ​ຄ້າ ​ນໍາ​ເຂົ້າ ​ບາງ​ຊະນິດ ປະຊາຊົນ ​ສາມາດ​ ຫາ​ຊື້​ໄດ້ ​ໃນຣາຄາ​ຖືກ​ຢູ່​ລາວ  ຫລື ​ຖ້າ​ຫາກ​ວ່າ ສິນຄ້າ ​ມີຣາຄາ​ສູງ​ເກີນ​ໄປ ປະຊາຊົນ ​ກໍ​ບໍ່​ຊື້​ ສິນຄ້າ​ ນັ້ນໆ ຫລື​ ບໍ່​ກໍ​ຫາ​ຊື້ ​ສິນຄ້າ ​ທີ່​ມີ​ລັກສະນະ ທີ່​ຄ້າຍໆກັນ ​ແຕ່​ມີຣາຄາ​ ຖືກ​ກວ່າ.​ ປັດຈຸບັນ ຄົນ​ລາວ​ສ່ວນ​ໃຫຍ່ ​ເປັນ​ຄົນ​ປະຢັດ-ບໍ່​ຈ່າຍ ​ເງິນ​ຟູມ​ເຟືອຍ.  ຖ້າ​ຫາກ ສິນຄ້າ​ ນໍາ​ເຂົ້າ ຈະ​ມີ​ການ​ຂຶ້ນຣາຄາ ທາງ​ຜ​ແນ​ກ ອຸດ​ສະຫະ​ກໍາ ​ແລະ ​ການ​ຄ້າ ກໍ​ມີ​ແຜນການ​ ປະ​ເຊີນ​ ຫລື ​ແກ້​​ໄຂ.

ຖ້າ​ເປັນ​ສິນຄ້າ ທີ່​ນໍາ​ເຂົ້າ ປະ​ເທດ​ໄທ ​ກໍ​ຕ້ອງ​ ໄດ້​ນໍາ​ຂຶ້ນ ​ຮວມກັນ ສ່ວນ​ມາກ ​ສີນ​ຄ້າ​ໃດ ​ທີ່​ບໍ່​ໄດ້​ ກ່ຽວພັນ ​ກັບ​ສີນ​ຄ້າ ​ທີ່​ນໍາ​ເຂົ້າ ​ໂດຍ​ສະ​ເພາະ ​ສີນ​ຄ້າ ​ອຸປະ​ໂພ​ກ ບໍຣິ​ໂພ​ກ ຢູ່​ພາຍ​ໃນ ກໍ​ຖື​ວ່າ ​ມັນ​ຍັງ ​ເໝືອນ​ເດີມ.”

ແລະ​ວ່າ ຄວນປ່ອຍ​ໃຫ້ ຣາຄາ​ສິນຄ້າ ​ຂຶ້ນ-ລົງ ​ໄປ​ຕາມ​ ກົນ​ໄກ ​ຕລາດ ບໍ່​ຄວນ​​ ກໍານົດ ຣາຄາ ​ສູງ​ສຸດ ຂອງ​ແຕ່​ລະ ຊ​ນິດ​ສິນຄ້າ​ໄວ້  ​ເພາະ​ເມື່ອ​ສີນ​ຄ້າ ​ຖີບ​ຕົວ​ສູງ​ຂຶ້ນ ບໍ່​ວ່າ​ ຈະ​ຫລາຍ​ ຫລື ໜ້ອຍ ທົ່ວ​ໄປ​ແລ້ວ ພໍ່ຄ້າ​ຊາວ​ຂາຍ ກໍ​ຈະບໍ່​ຂຶ້ນ ຣາຄາ​ສິນຄ້າ ສູງ​ກວ່າ ​ທີ່​ທາງ​ການ​ ໄດ້​ກໍານົດ​ໄວ້.

ແລະ​ ຖ້າ​ຫາກ​ວ່າ ບໍ່​ປັບຣາຄາ​ ສີນ​ຄ້າ​ຂຶ້ນ ພໍ່ຄ້າ​ ຊາວ​ຂາຍ ​ກໍ​ບໍ່​ສາມາດ ​ແບກ​ຫາບ ​ພາຣະ ຕົ້ນ​ທຶນ ທີ່​ສູງ​ຂຶ້ນ​ໄດ້ ​ເພາະ​ໃນ​ເມື່ອ ​ບໍຣິສັດ​ ຜູ້​ຜລິດ ຫາກ​ຂຶ້ນ ຣາຄາ​ສີນ​ຄ້າ ຜູ້ຄ້າສົ່ງ ຣາຍຍ່ອຍ ກໍ​ຈໍາ​ເປັນ ​ຕ້ອງ​ຂຶ້ນ​ເຊັ່ນ​ກັນ ​ເພື່ອ​ໃຫ້​ມີ​ກໍາ​ໄຣ ຢູ່​ໄດ້.  ສ່ວນ ຜູ້​ບໍຣິ​ໂພ​ກ ກໍ​ຈໍາ​ຕ້ອງ​ໄດ້​ທໍາ​ໃຈ ຖ້າ​ຫາກ​ວ່າ ​ມີ​ການ​ຂຶ້ນ ຣາຄາ​ສີນ​ຄ້າ ທີ່​ນໍາ​ເຂົ້າ​ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.