ຣັຖບານ ຄວນຊ່ອຍ ແກ້ໄຂບັນຫາ ວິກິຈການ ເສຖກິດ

ທ່ານ ຄໍາລືຊາ ນວນສະຫວັນ ຄະນະ ບໍດີ ເສຖະສາດ ຈາກມະຫາວິທະຍາໄລ ແຫ່ງຊາດລາວ ສະເໜີໃຫ້ຣັຖະບານ ດໍາເນີນ ມາຕະການ ແກ້ໄຂ ບັນຫາ ຄ່າຄອງຊີບ ໃນລາວ ທີ່ຖີບສູງຂື້ນ ຢ່າງຕໍ່ເນື່ອງ ຍ້ອນນໍ້າມັນແພງ ດ້ວຍມາຕະການ ລະຍະສັ້ນ ແລະ ລະຍະຍາວ ດັ່ງນີ້:
ສົມເນ ຣາຍງານ
2008.06.17

ມາຕະການ ຊົ່ວຄາວສະເພາະໜ້າບາງປະການ ເຊັ່ນມາຕະການໂຈະ ຫລື ຫລຸດພາສີ​ ນໍາເຂົ້າ ນໍ້າມັນ ເພື່ອບັນເທົາ ຣາຄານໍ້າມັນບໍ່ໃຫ້ສູງເກີນໄປ.”

ຖ້າຫາກວ່າ ຣາຄາສິນຄ້າຫາກສູງຂື້ນ ກ່ວານີ້, ທ່ານໄດ້ສະເໜີໃຫ້ ພິຈາຣະນາ ເງິນອຸດໜູ ນໍ້າມັນ ຕໍ່ຣັຖະກອນ ທີ່ມີເງິນເດືອນ ຕໍ່າຢູ່​​ແລ້ວ, ​ເພາະວ່າ ຣັຖະກອນຂອງລາວ ເປັນກຸ່ມຄົນ ໃນສັງຄົມທີ່ສ່ວນໃຫ່ຽ ແລ້ວໄດ້ຮັບ ຄວາມເດືອດຮ້ອນ ຫລາຍທີ່ສຸດ ໃນການດໍາຣົງ ຊີວິດ ປະຈໍາວັນ.

ສໍາລັບ ຣະຍະກາງ ແລະ ລະຍະຍາວນັ້ນ ທ່ານໄດ້ສະເໜີດັ່ງນີ້:

ອາດດໍາເນີນ ນະໂຍບາຍ ການເງິນ ງົປະມານ ໂດຍ​​ເນັ້ນ ການດັດສົມ, ການແຈກ ຢາຍຄືນ ລາຍໄດ້ໂດຍມີກົນໄກ ການໂອນ ອາກອນທີ່ໄດ້ຈາກ ຜູ້ທີ່ມີລາຍຮັບສູງ ສູ່ຄອບຄົວ ທີ່ມີລາຍຮັບຕໍ່າ

ນອກຈາກນັ້ນ ທ່ານວ່າ ກໍສາມາດ ຂື້ນອັຕຣາ ພາສີ ສິ່ງຟຸເຟືອຍ ເພື່ອເພີ້ມ ລາຍໄດ້ ໃຫ້ແກ່ຣັຖ. ​ເຖິງຢ່າງ​​ໃດກໍດີ ທ່ານ ຄໍາລືຊາ ຮັບຮູ້ວ່າ ມາຕຣາການເລົ່ານີ້ ເປັນມາຕະການ ທີ່ຈະແກ້ໄຂບັນຫາພຽງລະຍະສັ້ນ ເທົ່ານັ້ນ.

ການແກ້ໄຂ ບັນຫາ ຣະຍະຍາວແທ້ໆນັ້ນ ກໍຄືການພັດທະນາ ແລະ ຄົ້ນຫາພະລັງງານທາງເລືອກ ອື່ນໆ ເພື່ອຫລຸດຜ່ອນການນໍາເຂົ້າ ນໍ້າມັນ ຈາກຕ່າງປະເທດ ຊື່ໃນປີຜ່ານມາ ລາວໄດ້ນໍາເຂົ້າ ນໍ້າມັນ ຈາກຕ່າງປະເທດ ປະມານ 535 ລ້ານລິດ. ​ໃນປັດຈຸບັນນີ້ ປາກົດວ່າມີແຕ່ບໍຣິສັດນໍ້າມັນລາວເທົ່ານັ້ນ ທີ່ຄົ້ນຄ້ວາ ແລະ ພັດທະນາ ນໍ້າມັນ ຊີວະພາບ ຈາກໝາກເຍົາ ແຕ່ວ່າ ການພັດທະນານີ້ ຍັງຢູ່ໃນ ຂອບເຂດ ຈໍາກັດຫລາຍ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.