ແຮງງານລາວ ອາດລັກໄປ ເຮັດວຽກ ຢູ່ປະເທດໄທ ເພີ່ມຂື້ນ
2008.05.02
ເຄືອຄ່າຍ ສົ່ງເສີມ ສິດທິ ແຮງງານໄທ ໃຫ້ການວ່າ ຈະມີ ແຮງງານລາວ ລັກລອບ ເຂົ້າມາ ປະເທດໄທ ເພີ່ມອີກ ເປັນຈຳນວນ ຫລວງຫລາຍ ໃນອານຄົດ. ທ່ານວ່າ ແຮງງານລາວ ເຂົ້າມາ ຊອກຫາ ວຽກເຮັດ ງານທຳ ທີ່ປະເທດໄທ ໃນແຕ່ລະປີ ມີ ຈຳນວນ ເພີ່ມຂື້ນ ເລື້ອຍໆ ທັ້ງໆ ທີ່ເຈົ້າໜ້າທີ່ໄທ ມີການ ເຂັ້ມງວດ ໃນການ ເຂົ້າອອກ, ດັ່ງທ່ານ ສົມພົງ ສຣະແກ້ວ, ຫົວໜ້າ ເຄືອຄ່າຍ ດັ່ງກ່າວ ໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນຕອນນື່ງວ່າ:
(ສຽງ)
ທ່ານວ່າ: ເພີ້ມຢູ່ແລ້ວ, ແຮງງານລາວ ເຂົ້າມາ ປະເທດໄທ, ເພາະເສັ້ນທາງ ເຂົ້າມາ ສດວກ ສະບາຍ ຕາມເຂດ ແຂວງຫນອງຄາຍ, ອຸບົນຣາຊທານີ, ມຸກດາຫານ,ເຂົ້າມາ ໄດ້ທຸກຈຸດ. ສ່ວນນຶ່ງ ກໍ່ເຂົ້າມາ ແບບຖືກຕ້ອງ ຕາມກົດໝາຍ ແລະ ສ່ວນນຶ່ງ ກໍ່ລັກລອບມາ ເພາະ ຄ່າໃຊ້ຈ່າຍ ໃນການເຮັດ ເຈັ້ຍສໍ ເພື່ອ ຂໍອະນຸຍາດ ມັນແພງ ເກີນໄປ.
ທ່ານ ກ່າວເພີ່ມ ອີກວ່າ ບັນຫາ ທີ່ແຮງງານລາວ ລັກລອບ ເຂົ້າມາ ປະເທດໄທ ກໍ່ເປັນ ແບບດຽວກັນ ກັບບັນຫາ ຂອງແຮງງານ ຈາກປະເທດ ພະມ້າ, ກຳພູຊາ ແລະ ວຽດນາມ ທີ່ລັກລອບ ເຂົ້າມາໄທ. ສ່ວນໃຫຍ່ ກໍ່ແມ່ນ ບັນຫາ ທາງດ້ານ ເສຖະກິດ ເຝືດເຄືອງ ທີ່ບ້ານ ຂອງຕົນ, ສພາບການ ທາງດ້ານ ການເມືອງ ບີບບັງຄັບ ແລະ ການຂາດ ວຽກເຮັດ ງານທຳ ຢູ່ທີ່ນັ້ນ. ຮ້າຍໄປກວ່ານັ້ນ ບາງປະເທດ ກໍ່ຍັງມີ ການຈຳກັດ ຮັດແຄບ ສິດທິ ປະຊາຊົນ ຂອງຕົນ, ກໍ່ເລີຍ ພາກັນ ຫລົບໜີ ໄປທີ່ອື່ນ ເພື່ອຄວາມຢູ່ລອດ ຂອງຊີວີດ ແລະ ຂອງຄອບຄົວ. ເຖີງແມ່ນວ່າ ຣັຖບານ ຈະມີ ການລົງນາມກັນ ໃນການ ອອກໃບອະນຸຍາດ ໃຫ້ມີ ການເຮັດວຽກ ແບບຖືກຕ້ອງ ຕາມກົດໝາຍ ກໍ່ຕາມ. ທ່ານກ່າວ ກ່ຽວກັບ ແຮງງານ ຕ່າງດ້າວທີ່ຖືກ ຂົ່ມເຫັງ ທີ່ປະເທດໄທ ວ່າ:
(ສຽງ)
ທ່ານວ່າ: ຈິງໆແລ້ວ ສິ່ງທີ່ດຶງດູດ ຈາກ ປະເທດໄທ ກໍ່ແມ່ນວ່າ ບັນຫາເຣື້ອງ ການຂາດ ແຮງງານ ທີ່ປະເທດໄທ. ນາຍຈ້າງ ຄົນໄທ ມັກຈະຈ້າງ ແຮງງານ ຕ່າງດ້າວ ເພາະຄ່າຈ້າງ ຖືກ ແລະ ກໍ່ ຄວບຄຸມ ໄດ້ງ່າຍ, ກົດຂີ່ ກໍ່ງ່າຍ, ອ້າປາກ ຮ້ອງ ກໍ່ບໍ່ໄດ້. ຖ້າຮ້ອງ ກໍ່ຈະສົ່ງ ໃຫ້ຕຳຣວດຈັບ. ນາຍຈ້າງ ຈະໃຊ້ ອຳນາດ ໃສ່ເຂົາ ເໜືອກວ່າ ໃຊ້ໃສ່ ຄົນໄທ.