ຣະບຽບ ຫລັກການ ພາສີ ອາກອນ ບໍ່ເປັນ ເອກະພາບ
2008.05.23
ໃນແຕ່ລະມື້, ກົມພາສີ ອາກອນ ລາວ ຍອມຮັບວ່າ ກົດເກນ ການກວດກາ ສິນຄ້າເຂົ້າອອກ ຕາມ ເຂດຊາຍແດນ ຣະຫວ່າງ ປະເທດ, ໂດຍສເພາະ ກັບ ປະເທດ ເພື່ອນບ້ານ ຂອງ ລາວ ນັ້ນ, ກົມກອງ ທີ່ກ່ຽວຂ້ອງ ຫລາຍ ໜ່ວຍງານ ຍັງບໍ່ມີກົດຣະບຽບ ທີ່ ຕາຍຕົວ ໃນ ການປະຕິບັດ ໜ້າທີ່ ຈຶ່ງເຮັດໃຫ້ ເປັນການຍາກ ໃນ ການກວດຄົ້ນ, ດັ່ງ ຕົວຢ່າງ ສິນຄ້າ ຊນີດດຽວກັນ, ໜ່ວຍງານ ນຶ່ງ ອະນຸຍາດ ໃຫ້ເຂົ້າ; ແຕ່ໜ່ວຍງານ ອື່ນ ພັດບໍ່ອະນຸຍາດ ໃຫ້ເຂົ້າ, ສ້າງ ຄວາມສັບສົນ ໃຫ້ແກ່ ນັກທຸຣະກິດ ຢ່າງຍິ່ງ, ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານ ນຶ່ງ ເວົ້າວ່າ:
”ພວກເຮົາ ຕອ້ງໄດ້ ເບິ່ງຄືນ ກ່ຽວກັບ ເຣື້ອງ ຣະບຽບ. ເຂົາເອີ້ນວ່າ ການບໍຣິການ ຊື່ງ ພວກເຮົາຍັງເຮັດບໍ່ໄດ້ ເຕັມທີ່, ໂດຍສະເພາະ ຣະບຽບ ການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ກໍ່ມີ ພາສີແລະ ກົດເກນ ຕ່າງໆ ທີ່ ພວກເຮົາ ຕ້ອງປັບປຸງ ກັນໃໝ່.”
ເຈົ້າຫນ້າທີ່ ທ່ານ ນັ້ນ ຍັງບອກອີກ ບັນຫາ ສ່ວນໃຫຍ່ ກໍ່ ເປັນເພາະ ຄຳສັ່ງ ຂອງ ຣັຖບານ ເອງ ທີ່ ບໍ່ກະຈ່າງແຈ້ງ ແລະ ໂປ່ງໃສ, ຕົວຢ່າງ: ວ່າງມໍ່ໆມານີ້ ຣັຖບານລາວ ອອກຄຳສັ່ງ ໃຫ້ໜ່ວຍງານ ນຶ່ງ ສົ່ງເສີມ ສີນຄ້າ ເຂົ້າອອກ ດ້ວຍ ການໃຫ້ ຄວາມສດວກ ໃນ ການກວດກາ ບໍ່ຕອ້ງ ເຄັ່ງຄັດ ເກີນໄປ; ແຕ່ພັດ ມີຄຳສັ່ງໄປ ໃຫ້ໜ່ວຍງານ ອື່ນ ໃຫ້ເຂັ້ມງວດ, ສກັດກັ້ນ ສິນຄ້າ ແບບດຽວກັນ ໃນ ການກວດຄົ້ນ, ສ້າງ ຄວາມສັບສົນ ໃຫ້ແກ່ ພນັກງານ ຜູ້ທີ່ ປະຕິບັດ ຫນ້າທີ່ ໃນ ແຕ່ລະວັນ. ທ່ານ ກ່າວເພີ່ມ ອີກວ່າ:
”ພວກເຮົ້າກຳລັງປັບຕົວ ຢູ່ໃນປັດຈຸບັນ ໂດຍສເພາະ ແມ່ນພາກຣັຖຂອງພວກເຮົາ ກ່ຽວກັບການອຳນວຍຄວາມສດວກແກ່ພາກທຸຣະກີດ.”
ເຖີງຢ່າງໃດກໍ່ຕາມ, ຣັຖບານລາວ ກໍ ຢາກສົ່ງເສີມ ໃຫ້ມີ ການແລກປ່ຽນ ສິນຄ້າ ລະຫວ່າງ ປະເທດ ໃຫ້ຫລາຍຂຶ້ນ ເພື່ອ ສ້າງລາຍໄດ້ ໃຫ້ແກ່ ຣັຖບານ; ແຕ່ ຕ້ອງ ວາງນະໂຍບາຍ ໃຫ້ ແນ່ນອນ ແລະ ຕາຍຕົວ ໃນ ການປະຕິບັດ ໜ້າທີ່ ຂອງ ພນັກງານ ຊາຍແດນ. ບາງຄັ້ງ ກໍ່ມີລາຍງານ ວ່າ ມີ ການຊື້ຈ້າງ ຈອບອອຍ ກັນ ໃນ ການກວດຄົ້ນ.
ຄຳສັບ ຊອກຫາຂໍ້ມູນ: ຣະບົບບໍຣິການ service