ຊາວລາວ ຢູ່ຕ່າງປະເທດ ສົ່ງເງິນກັບບ້ານໜ້ອຍລົງ

ກອງເງິນທຶນສາກົນ ຣາຍງານວ່າ ຊາວລາວ ຢູ່ຕ່າງປະເທດ ສົ່ງເງິນ ໄປໃຫ້ພໍ່ແມ່ພີ່ນ້ອງ ຢູ່ລາວ ໜ້ອຍລົງ ຍ້ອນສະພາບ ເສຖກິດ ຂອງໂລກ ກຳລັງຝືດເຄືອງ.

ທ່ານ Benedict Bingham ຜູ້ຕາງໜ້າ ​ກອງ​ເງິນ​ທຶນ​ສາກົນ ​ຫລື IMF ຢູ່​ນະຄອນຫລວງ ວຽງ​ຈັນ ຣາຍງານ ​​ເມື່ອ​ບໍ່​ດົນ​ ຜ່ານ​ມາ​ວ່າ ​ເສ​ຖກິດ ​ຂອງ​ໂລກ ​ທີ່​ກຳລັງ​ຕົກ​ຕ່ຳ​ ຢູ່​ໃນ​ປັດຈຸບັນ ​ໄດ້​ສົ່ງ​ຜົນ​ກະທົບ ​ຕໍ່​ການ​ສົ່ງ​ເງິນ ​ຂອງ​ຊາວ​ລາວ​ ທີ່​ອາ​ໃສ ​ຢູ່​ຕ່າງປະ​ເທດ ​ໄປ​ໃຫ້​ພໍ່​ແມ່​ພີ່ນ້ອງ ​ຢູ່​ລາວ ຢ່າງ​ແຮງ.

​ຊາວ​ອົບ​ພະຍົບລາວ ​ທີ່ອາ​ໃສ​ ຢູ່​ໃນ​ປະ​ເທດ​ ທີ່​ຈະ​ເຣີນ ກໍ​ສົ່ງ​ເງິນ ​ໄປ​ໃຫ້​ພໍ່​ແມ່ພີ່ນ້ອງ ​ຢູ່​ລາວ ໜ້ອຍ​ລົງ ​ແລະ​ ຄົນ​ງານ​ລາວ ​ທີ່​ເຮັດວຽກ​ ຢູ່​ໄທ ​ແລະ ​ປະ​ເທດ​ອື່ນໆ ກໍ​ສົ່ງ​ເງິນ​ກັບ​ບ້ານ​ ຫລຸດໜ້ອຍ​ ຖອຍ​ລົງ ​ເຊັ່ນ​ກັນ.

ທ່ານ Bingham ກ່າວ​ອີກ​ວ່າ ​ເງິນ​ທີ່​ ຊາວ​ລາວຕ່າງປະ​ເທດ ​ສົ່ງ​ໄປລາວ​ນີ້ ​ເປັນ​ຈຳ​ນວນ​ເງິນ ​ທີ່​ມະຫາສານ​ ແລະ ​ກໍ​ເປັນຣາຍ​ໄດ້ ​​ແຫ​ລ່ງທີ່​ສຳຄັນ​ ຂອງ​ປະຊາ​ຊົນລາວ. ພໍ່​ແມ່​ພີ່ນ້ອງ ​ຜູ້​ຢູ່​ລາວ ​ຫລາຍໆ​ຄົນ​ ອາ​ໃສ​ ​ເງິນ​ຊ່ວຍ​ເຫລືອ ​ຈາກ​ພີ່ນ້ອງ ​ຢູ່​ຕ່າງປະ​ເທດ ​ເພື່ອ​ລົງທຶນ ​ເຮັດ​ທຸຣະກິດ ​ການ​ຄ້າ ​ແລະ ​ເພື່ອ​ປຸກ​ສ້າງ​ເຮືອນ ​ບ່ອນຢູ່​ອາ​ໃສ.

​ເຈົ້າໜ້າ​ທີ່ ​ກອງ​ເງິນ​ທຶນ​ສາກົນ ​ທ່ານ​ນີ້ ບໍ່ໄດ້​ແຈ້ງ ຣາຍລະອຽດ ​ວ່າ ​ເງິນ​ທີ່​ຊາວ​ລາວ​ ຕ່າງປະ​ເທດ ​ສົ່ງ​ໄປ​ໃຫ້​ພໍ່​ແມ່​ພີ່ນ້ອງ ​ຢູ່​ລາວນັ້ນ ມີ​ຈຳນວນເທົ່າ​ໃດ​ແທ້ ​ໃນ​ແຕ່ລະປີ ​ເວົ້າພຽງ ​ແຕ່​ວ່າ ​ເປັນຈຳນວນ​​ເງິນ ອັນ​ຫລວງຫລາຍ.

ນອກຈາກ​ ຈະ​ສົ່ງ​ເງິນ ​ໄປ​ໃຫ້​ພີ່ນ້ອງ​ ຢູ່​ລາວ​​ແລ້ວ ຊາວ​ລາວ ​ຢູ່​ຕ່າງປະ​ເທດ ​ຍັງ​ໄປ​ຢ້ຽມຢາມ ພີ່ນ້ອງ​ແລະ​ ບ້ານ​ເກີດ​ເມືອງ​ນອນ ​ເລື້ອຍໆ; ​ແຕ່​ເນື່ອງ​ຈາກ ​ເສ​ຖກິດ ​ກຳລັງ​ຕົກ​ຕ່ຳ ​ເປັນຕົ້ນ ຊາວ​ລາວ ​ທີ່​ອາ​ໃສ​ຢູ່​ສະຫະຣັຖ ອາດ​ຈະ​ສົ່ງ​ເງິນ ​ແລະ ​ໄປ​ຢ້ຽມຢາມ​ລາວ ​ໜ້ອຍ​ລົງ. ທາງ​ການລາວ​ເອງ ​ກໍ​ຍອມຮັບ​ວ່າ ການທ່ອງທ່ຽວ ​​ແລະ ຣາຍ​ໄດ້​ ຈາກ​ການທ່ອງທ່ຽວ ໄດ້​ຫລຸດ​​ໜ້ອຍ​ຖອຍ​ລົງ ​ຢ່າງ​ຜິດ​ສັງ​ເກດ ໃນຣະຍະ​ຫ້າ​ຫົກ​​ເດືອນ ​ທີ່​ຜ່ານມາ. ​ເມື່ອ​ປີ​ກາຍ ສປປລາວ​ ມີຣາຍ​ໄດ້ ​ຈາກ​ການທ່ອງທ່ຽວ​ ​ເຖິງ 120 ລ້ານ​ດອນ​ລ່າ​ສະຫະຣັຖ.