ຕໍ່ບັນຫານີ້ທ່ານອູ່ສວັນທ່ຽງເທບວົງສາປະທານສະມາຄົມ ນັກທຸຣະກິດນຸ່ມ ຂອງລາວ ໃຫ້ອະທິບາຍເຖິງຜົນປະໂຍດ ທີ່ລາວ ຈະໄດ້ຮັບໃນເມື່ອເວລາ ເຂົ້າເປັນສະມາຊິກ ອົງການໆຄ້າໂລກແລ້ວ ວ່າ ມັນເປັນສິ່ງທີ່ດີເພາະວ່າ ປະເທດລາວ ຈະສາມາດ ສົ່ງສິນຄ້າຂອງຕົນ ອອກສູ່ ຕລາດສາກົນ ແລະ ສາກົນກໍຈະສາມາດ ສົ່ງສິນຄ້າເຂົ້າມາຂາຍ ໃນຕລາດ ຂອງລາວໄດ້.
ໃນຂະນະດຽວກັນຄວາມທ້າທາຍ ກໍຈະເກີດຂື້ນ ຢ່າງແນ່ນອນ ກັບທຸຣະກິດ ຂອງລາວ. ທ່ານວ່າປັດຈຸບັນມີນັກທຸຣະກິດ ຫລາຍຄົນ ບໍ່ເຫັນດີ ຢາກໃຫ້ລາວ ເຂົ້າເປັນສະມາຊິກ ອົງການໆຄ້າໂລກ ເທື່ອເພາະເຫັນວ່າເງື່ອນໄຂ ຂອງປະເທດ ບໍ່ທັນຕຽມພ້ອມ. ແຕ່ຖ້າເບິ່ງ ຕາມການເຊື່ອມໂຍງ ທາງເສຖກິດກັບສາກົນແລ້ວລາວ ກໍຈໍາເປັນຕ້ອງໄດ້ເຂົ້າ.
ຍານາງເຂັມມະນີພົນເສນາຮອງຣັຖມົນຕຣີ ອຸດສາຫະກັມ-ການຄ້າຂອງລາວກ່າວວ່ານັກທຸຣະກິດຂອງລາວ ຈໍາເປັນຕ້ອງໄດ້ ປັບປຸງ ກິດຈະການ ຂອງຕົນເພື່ອຜລິດສິນຄ້າ ທີ່ມີຄຸນນະພາບສູງແລະແຂ່ງຂັນໄດ້ ໃນຕລາດສາກົນໄດ້. ຖ້າບໍ່ດັ່ງນັ້ນຈະພົບກັບ ສິ່ງທ້າທາຍ ຢ່າງໃຫ່ຽຫລວງແລະ ຈະເຮັດໃຫ້ລາວເສັຍໂອກາດ ໃຫ້ແກ່ຕ່າງປະເທດແທນທີ່ ຈະໄດ້ຮັບ ຜົນປໂຍດ ຈາກການເປັນສະມາຊິກຂອງອົງການນີ້.
ຜ່ານມາມີຫລາຍປະເທດ ໃນເອເຊັຽແລະ ຢູໂຣບ ໄດ້ໃຫ້ສິດພິເສດ ຫລາຍຢ່າງ ແກ່ສິນຄ້າລາວ ໂດຍເປີດຮັບເອົາ ສິນຄ້າຫລາຍ ປະເພດ ຈາກສປປລາວແຕ່ລາວກໍຍັງ ບໍ່ສາມາດ ສວຍໂອກາດຍາດເອົາຜົນປໂຍດນີ້ ໄດ້ຕາມທີ່ເງື່ອນໄຂ ໄດ້ເອື້ອອໍານວຍ. ໃນອະນາຄົດ ຕໍ່ໄປສິດພິເສດ ທີ່ລາວ ໄດ້ຮັບ ອາດຈະຖືກລືບລ້າງ, ແລະ ລາວຍິ່ງ ຈະປະສົບກັບ ສິ່ງທ້າທາຍ ຫລາຍຂື້ນ.
ສປປລາວ ໄດ້ສເນີ ຂໍເຂົ້າເປັນສະມາຊິກ ອົງການການຄ້າໂລກ ໃນປີ 2007 ແຕ່ກໍຍັງ ຢູ່ໃນຂັ້ນຕອນພິຈາຣະນາກັນຢູ່ບໍ່ຮູ້ວ່າ ເມື່ອໃດຈະໄດ້ເຂົ້າ, ອີກດ້ານນື່ງລາວເອງ ກໍກໍາລັງ ປັບປຸງ ກົດໝາຍ ແລະ ນະໂຍບາຍ ການຄ້າໃຫ້ສອດຂ້ອງ ກັບລະບຽບສາກົນ.