ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ

ອົງການຂ່າວສານ ຂອງວຽດນາມ ແຈ້ງວ່າ ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຈະຮ່ວມມືກັນ ສ້າງເຂດເສຖກິດ ພິເສດຂື້ນຢູ່ແຂວງຈຳປາສັກ. ເຂດເສຖກິດພິເສດນີ້ ຈະເປັນເຂດລ້ຽງສັດ ຂນາດໃຫຍ່ ແລະເຂດອຸດສາຫະກັມ.

ເມື່ອບໍ່ດົນຜ່ານມາ ນາງ ຫງຽນທິຮົ່ງ ຮອງປະທານ ສະພາປະຊາຊົນ ນະຄອນໂຮຈິ່ ມິ່ນ ໄດ້ໄປຢ້ຽມຢາມ ແຂວງຈຳປາສັກ ແລະໄດ້ພົບປະຫາລື ກັບທ່ານ ສົມໄຊ ສີພັນ ດອນ ເຈົ້າແຂວງໆຈຳປາສັກ ແລະທັງສອງ ໄດ້ຕົກລົງກັນວ່າ ໂຮຈິ່ມິ່ນ ຈະເຂົ້າມາລົງທຶນ ຢູ່ແຂວງຈຳປາສັກ ແລະຈະຊ່ວຍ ສ້າງເສຖກິດພິເສດ ຂື້ນຢູ່ແຂວງດັ່ງກ່າວ; ທາງຝ່າຍວຽດນາມ ຈະລົງທຶນສ້າງໂຮງຈັກ ໂຮງງານອຸດສາຫະກັມ ແລະຝ່າຍລາວ ຈະສ້າງຟາມລ້ຽງສັດ ຂນາດໃຫຍ່.

ທ່ານ ສົມໄຊ ກ່າວຕໍ່ນາງ ຫງຽນທິຮົ່ງວ່າ ທາງການແຂວງຈຳປາສັກ ພ້ອມດ້ວຍປະຊາຊົນ ຈະໃຫ້ຄວາມຮ່ວມມື ຢ່າງເຕັມທີ່ ເພື່ອສ້າງໂຄງການດັ່ງກ່າວ ໃຫ້ໄດ້ຮັບຜົນສຳເຣັດ.

ໃນຣະຍະຜ່ານມາ ບໍຣິສັດວຽດນາມ ກໍໄດ້ເຂົ້າໄປລົງທຶນ ຢູ່ແຂວງຈຳປາສັກ ຫລາຍແລ້ວ. ການລົງທຶນ ຂອງວຽດນາມ ທີ່ໃຫຍ່ທີ່ສຸດ ກໍແມ່ນ ການລົງທຶນ ປູກຢາງພາຣາ; ບໍຣິສັດຢາງຂອງວຽດນາມ ໄດ້ລົງທຶນທັງໝົດເຖິງ 20 ລ້ານດອນລ່າ ສະຫະຣັຖ ເພື່ອປູກຢາງພາຣາ ໃນພື້ນທີ່ເຖິງ 2 ແສນເຮັກຕາຣ໌.

ນອກຈາກນັ້ນ ຊາວວຽດນາມ ກໍໄດ້ລົງທຶນປູກກາເຟ ຢູ່ເຂດປາກຊ່ອງ ແຂວງຈຳປາສັກ ນັ້ນຫລາຍເຊັ່ນກັນ.

ອາວະຣີ ຣາຍງານ